ເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ

ວິດີໂອດົນຕຣີບັນເລງເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”
  1. ບໍ່ເຄີຍໄດ້ຄຶດ ວ່າຈະນອກໃຈ
    ບໍ່ເຄີຍຮັກໃຜ ເກີນກວ່ານ້ອງນີ້
    ຮັກ ຮັກນ້ອງ ຍິ່ງກວ່າຊີວີ
    ບໍ່ເຄີຍໄດ້ທີ່ ຈະຄຶດນອກໃຈ

  2. ບໍ່ເຄີຍໄດ້ຄຶດ ວ່າຈະຫຼອກລວງ
    ຍິງອື່ນທັງປວງ ບໍ່ເຄີຍສົນໃຈ
    ຮັກ ຮັກນ້ອງ ຍິ່ງກວ່າສິ່ງໃດ
    ບໍ່ເຄີຍທຳໃຫ້ ນ້ອງເສົ້າອຸຣາ

  3. ຮັກນ້ອງ ຄົນດຽວເທົ່ານັ້ນ
    ບໍ່ເຄີຍນຶກຝັນ ວ່າຈະຫ່າງລາ
    ອ້າຍຂໍສາບານ ຂໍສາບານວ່າ
    ຮັກນ້ອງເທົ່າຟ້າ ທຸກລົມຫາຍໃຈ

  4. ຈະຂໍຮັກນ້ອງ ແຕ່ພຽງຜູ່ດຽວ
    ບໍ່ເຄີຍແລຫຼຽວ ຫາຍິງອື່ນໃດ
    ຂໍພຽງນ້ອງ ຈົ່ງຢ່າທຳລາຍ
    ໃຫ້ຄວາມຮັກອ້າຍ ຕ້ອງທຸກຣະທົມ…
ໂນຕເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”
ວິດີໂອໂນຕບັນເລງເພງ “ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ”

ເພງ “ເໝິດເດືອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ເໝິດເດືອນ”
  1. ເໝິດເດືອນກະເໝິດເງິນ ອຸກໃຈເຫຼືອເກີນຫາເງິນກະບໍ່ມີ
    ເບີກເງິນມາຍາມໃດ ບໍ່ພໍກິນພໍໃຊ້ຫວຸ້ນວາຍເຈົ້າໜີ້
    ເຂົ້າຂອງແພງເກີນຕົວ ເຈັບໃຈເຈັບຫົວສວນຄົວກະບໍ່ມີ
    (ເວົ້າ) ໂອ້ຍ! ຈັ່ງແມ່ນມັນອຸກ ເຮືອນກະເຊົ່າເຂົ້າກະຊື້
    ມື້ພັກເລີຍບໍ່ມີສວນຄົວຊິເຮັດ…

  2. ເໝິດເດືອນກະເໝິດແຮງ ອົດເຂົ້າສວາຍເຂົ້າແລງຂອງມັນແພງອີ່ຫຼີ
    ຈະໄປໃສມາໃສ ຍ່າງເອົາຈົນເຫື່ອໄຫຼບໍ່ໄດ້ຂີ່ Taxi
    ງົດທ່ຽວງົດເຮຮາ ງົດເບີງົດບາຣ໌ງົດສຸຣານາຣີ
    (ເວົ້າ) ຄັກປານຫຍັງບາດນີ້ ຊິໄດ້ເຊົາຫຼາຍແນວຢູ່ດອກ
    ສົມນໍ້າໜ້າທັງເພິ່ນທັງໂຕ…

  3. ຜູ່ດີມີເງິນຟູມເຟືອຍເຫຼືອເກີນ ໃຊ້ເງິນບໍ່ປຣານີ
    ຕັ້ງວົງການພະນັນ ສາມຄືນສາມວັນຫຼິ້ນກັນປົ່ນປີ້
    ປະລູກເຕົ້າເຮືອນຊານ ປະລ້າປະການມັນສາມານບັດສີ
    (ເວົ້າ) ເອົາລົງໄປບາດນີ້ ໄຫໃຫຍ່ລົ້ນໄຫນ້ອຍບໍ່ເຕັມ
    ກັມເອີຍເວນເອີຍ…

  4. ພວກເຮົາຄົນຈົນ ຈຳຕ້ອງຍອມດິ້ນຮົນຝືນໃຈທົນຢູ່ຢ່າງນີ້
    ຢາກຖືກຫວຍຢາກລວຍເງິນ ຢາກຈະມີເງິນລ້ານຢາກຖືກ Loterie
    ເວົ້າຫຼາຍຢາກອາຍຄົນ ເໝິດໂຕເໝິດຕົນສອງກີບກະບໍ່ມີ
    (ເວົ້າ) ບ໋ະ! ບຸນບໍ່ຄໍ້ານໍ້າບໍ່ຊູອີ່ຫຼີບໍ ຫາຊິຕາຍຍັງບໍ່ກຸ້ມປາກ
    ຮື! ທັງເມື່ອຍທັງຫິວ…

  5. ຢາກຕາຍຊະໃຫ້ພົ້ນ ເກີດມາພົບຄວາມຈົນມັນເຫຼືອທົນອີ່ຫຼີ
    ຢູ່ໄປກໍອາຍເຂົາ ຫາແລງກິນເຊົ້າຍັງແບ່ງເອົາໃຊ້ໜີ້
    ເຂົ້າໜຽວໆເຢັນໆ ຈໍ້າປາແດກເໝັນໆກັບຕົ້ມເອັນແຊບອີ່ຫຼີ
    (ເວົ້າ) ບ໋ະ! ຫຼົບເຈົ້າໜີ້ຍັງບໍ່ພໍອົດມື້ກິນມື້ ປາແດກກະເຫຼືອຕ່ອນດຽວນຶ່ງ ເຮີ້…
    ຄັກບໍ່ບາດນີ້ ລົງລາຍໄດ້ກິນປາແດກກັບເອັນ ເຮິ… ເຮີ…
ໂນຕເພງ “ເໝິດເດືອນ”
ວິດີໂອໂນຕບັນເລງເພງ “ເໝິດເດືອນ”

“ເພງລາວອະມະຕະ – ຊຸດທີ່ 05”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 05
ສາຣະບານເພງລາວ ຊຸດທີ່ 05
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 23 ມິຖຸນາ 2019)

 201 - ລຳວົງກ່ອນ
 202 - ຖິ່ນແກ້ວ
 203 - ວອນຮັກເກົ່າ
 204 - ປູ່ສອນຫຼານ
 205 - ບົດເພງຊີວິດ
 206 - ຫາກໂລກນີ້ມີເຮົາສອງ
 207 - ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ
 208 - ອ້າຍບໍ່ຢາກບອກ
 209 - ອ້າຍອາດມາຊ້າໄປ
 210 - ອ້າຍຍັງຈະຫວນຄືນມາ
 211 - ຮັກກໍບອກບໍ່ຮັກກໍບອກ
 212 - ຍິ້ມເຖີດນ້ອງຢ່າຮ້ອງໄຫ້
 213 - ສິ້ນແລ້ວຮັກຂ້າ
 214 - ເໝິດເດືອນ
 215 - ຢ່າໃຫ້ຄວາມຮັກຂອງອ້າຍຕ້ອງທຸກຣະທົມ
 216 - ເພງຮັກເພງຄິດເຖິງ
 217 - ຢ່າຝືນໃຈຮັກ
 218 - ບໍ່ກ້າບອກ
 219 - ອົ່ງຕົ່ງ
 220 - ອໍ່າຖໍ່າ
 221 - ວັນນຶ່ງ
 222 - ອົດບໍ່ໄຫວ
 223 - ເມື່ອຮັກຕ້ອງສິ້ນ
 224 - ທາງຮັກທາງຮ້າງ
 225 - ພຽງນ້ອງຈາກ
 226 - ເຮົາຕ້ອງຮັກກັນໄດ້
 227 - ສຽງສັ່ງຄົນຊໍ້າ
 228 - ພໍນຶກໄດ້
 229 - ນໍ້າຕົກເຊລະບຳ
 230 - ນ້ອຍໃຈ
 231 - ຫົວໃຈລຳພັນ
 232 - ຮັກແທ້
 233 - ຮັກສາວນາຊາຍທອງ
 234 - ລີເຊ
 235 - ຕົກແຂ່ງແກ່ງລອຍ
 236 - ຕ້ອງການແຟນ
 237 - ເຊໂດນ
 238 - ສຸດທີ່ຮັກ
 239 - ສັ່ງຟ້າຫາຄູ່
 240 - ບອກຮັກຈັກຄຳ
 241 - ຄົນໄຮ້ຮັກ
 242 - ອາລັຍອ້າຍ
 243 - ຄົງເຊໂດນທີ່ຮັກ
 244 - ຄົນທີ່ຟ້າລົງໂທດ
 245 - ຫາດຊາຍງາມຍາມແລງ
 246 - ອ້າຍຍອມຫຼີກທາງ
 247 - ເພື່ອກຽດນ້ອງ
 248 - ຢ່າລືມຄົນທີ່ເຂົາຄອຍ
 249 - ຫົວໃຈໄຮ້ຄ່າ
 250 - ພາສິດຮັກ
 

“ເພງລາວອະມະຕະ – ຊຸດທີ່ 04”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 04
ສາຣະບານເພງລາວ ຊຸດທີ່ 04
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 31 ຕຸລາ 2018)

 151 - ຫວັ່ນໃຈ
 152 - ບໍ່ຫວັ່ນ
 153 - ສຸກສັນວັນປີໃໝ່
 154 - ຜູ່ຍິງຜູ່ຍິງ
 155 - ນົກເຂົາລືມຄອນ (ຊາຍ)
 155 - ນົກເຂົາຄືນຮັງ (ຍິງ)
 156 - ພອນວັນເກີດ
 157 - ແກ່ນນະຄອນ
 158 - ເທພີລຸ່ມລຳນໍ້າຂອງ
 159 - ຣາຊິນີແຫ່ງດວງໃຈ
 160 - ບໍ່ຢາກມີເມັຽ
 161 - ວຽງໃນຝັນ
 162 - ຢ່າກຽດກັນ
 163 - ຢ່າພົບກັນອີກ
 164 - ບໍ່ເຄີຍເຫັນ
 165 - ຮັກນຶ່ງໃຈດຽວ
 166 - ຂ້າຫົວໃຈ
 167 - ນີ້ແຫຼະຜູ່ຍິງ
 168 - ຄອຍຄວາມຫວັງ
 169 - ໃຈຮັກຍັງໝັ້ນ
 170 - ເພງພາເພີນ
 171 - ຮ້ອນໃນ
 172 - ຮັກແທ້ຢູ່ໃສ
 173 - ລົມໜາວ
 174 - ເດືອນຕໍ່າດາວຕົກ
 175 - ຣາຕຣີພາເສົ້າ
 176 - ຄືນນັ້ນທີ່ຝັ່ງເຊກອງ
 177 - ທີ່ຮັກອ້າຍຢູ່ໃສ
 178 - ຂໍຄືນຄຳສັນຍາ
 179 - ທ່າເດື່ອແຫ່ງຄວາມຫຼັງ
 180 - ຫ່າງຮັກ
 181 - ເບື່ອຜູ່ຊາຍ
 182 - ເນື້ອຄູ່ຢູ່ໃສ
 183 - ຮັກສລາຍ
 184 - ພຽງເງົາ
 185 - ບາບໃຈ
 186 - ແກ້ວໃຈ
 187 - ຣາຕຣີໄຮ້ຈັນ
 188 - ຄຶດຮອດໜອງຄາຍ
 189 - ອ້າຍມາທີຫຼັງ
 190 - ແຄ້ນ
 191 - ຫົວໃຈດ້ານ
 192 - ກຸຫລາບປາກຊັນ
 193 - ເຫັນພຽງຊາຍຄາ
 194 - ອ້າຍຂໍເວລາສອງປີ
 195 - ຢ່າມາອໍ້ແອ້
 196 - ອໍ້ແອ້ເພາະຮັກ
 197 - ໃຈໜໍໃຈ
 198 - ກຸຫລາບແທນກາຍ
 199 - ຕຶກຕັກ
 200 - ພໍ່ຕູ້ເຜີຍ

 

“ເພງລາວອະມະຕະ – ຊຸດທີ່ 03”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 03
ສາຣະບານເພງລາວ ຊຸດທີ່ 03
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 18 ກຸມພາ 2018)

 101 - ເກືອບຕັດສິນໃຈ
 102 - ວິວານໍ້າຕາ
 103 - ນຶ່ງໃນຫົວໃຈ
 104 - ເປັນຫຍັງຈຶ່ງລືມ
 105 - ອາທິດອັສດົງ
 106 - ອະດີດລຳລຶກ
 107 - ຢາດນໍ້າທານຮັກ
 108 - ສິ້ນສຸຣິຍັນ (ຍິງ)
 109 - ສິ້ນສຸຣິຍັນ (ຊາຍ)
 110 - ດົງໂດກດົງໃຈ
 111 - ເສັຽດາຍຮັກ
 112 - ຄິດ
 113 - ດວງໃຈຈາກ
 114 - ສລັກຈິດ
 115 - ດອກຟ້າປຣະດັບໃຈ
 116 - ອຸກໃຈ
 117 - ອຸກເປັນໜີ້
 118 - ຖ້າອ້າຍມີປີກ
 119 - ຊາຕາອາພັບ
 120 - ຈາກ
 121 - ຈຳໃຈຈາກ
 122 - ຈອມໃຈຄົນຈົນ
 123 - ແສບຊວງ
 124 - ຈາກວຽງຈັນ
 125 - ເຫຼືອພຽງແພມົນ
 126 - ຝັນດີທີ່ຮັກ
 127 - ອົກຫັກ
 128 - ຄຶດຮອດເຈົ້າ
 129 - ບໍ່ລືມວຽງຈັນ
 130 - ຄຶດເຖິງ
 131 - ຊາຍໃຈຊື່
 132 - ມົນຮັກວັງວຽງ
 133 - ອວດສາວ
 134 - ຄົນລວງ
 135 - ຟ້າລືມດິນ
 136 - ປີໃໝ່ແລ້ວແກ້ວຕາ
 137 - ອີກພຽງຄັ້ງດຽວ
 138 - ຫຼວງພຣະບາງເມືອງງາມ (ຊາຍ)
 139 - ຄົນທີ່ເຂົາລືມ
 140 - ຍັງຮັກນ້ອງຢູ່
 141 - ໜາວໝອກ
 142 - ບຸບຜາລາກ່ອນ
 143 - ຢ່າຫ່ວງ
 144 - ສິ້ນສຸດກັນທີ
 145 - ໜາວ
 146 - ຂາດນາງ
 147 - ຫວນຄິດເຖິງຍາມເຮົາຮັກກັນ
 148 - ທັມມະຊາດພູເຂົາຄວາຍ
 149 - ຍິ້ມຫວານ
 150 - ລາ

“ເພງລາວອະມະຕະ – ຊຸດທີ່ 02”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 02
ສາຣະບານເພງລາວ ຊຸດທີ່ 02
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 27 ມີນາ 2017)

 51 - ຟັງນະທີ່ຮັກ
 52 - ນາງທີ່ຮັກ
 53 - ເຫຼືອພຽງພາບ
 54 - ດ້ອຍສັກຮັກສິ້ນ
 55 - ນຶ່ງໃນອານາ
 56 - ຢ່າບັງຄັບໃຈ
 57 - ສຸດປຣາຖນາ
 58 - ຫຼວງພຣະບາງເມືອງງາມ (ຍິງ)
 59 - ໂອ້! ເມືອງຫຼວງ
 60 - ຝາກເພງແທນໃຈ
 61 - ປຣານີດ້ວຍເຖີດ
 62 - ຮັກເຈົ້າດອກຈຶ່ງຢອກຫຼິ້ນ
 63 - ຈູບຝັງຮອຍ
 64 - ຈູບຝາກຮັກ
 65 - ເຖິງຍອດຮັກທີ່ຊຽງຂວາງ
 66 - ຂອບໃຈ
 67 - ນໍ້າຂອງຍາມແລງ
 68 - ອ້າຍຈະຄອຍ
 69 - ບາງທີ
 70 - ຂາດຮັກ
 71 - ເອື້ອມບໍ່ເຖິງ
 72 - ຈະຮັກໃຜດີ
 73 - ດ້ວຍເຫດໃດນ້ອງຈຶ່ງລືມ
 74 - ດົງຮັກດົງສລາຍ
 75 - ກັບມາຮັກກັນໃໝ່ເຖີດທີ່ຮັກ
 76 - ລືມເສັຽເຖີດ
 77 - ຣະທົມເມື່ອລົມໜາວ
 78 - ຈັນຄູ່ຟ້າ
 79 - ຜູ່ຊາຍລວງ
 80 - ຝົນເຈົ້າເອີຍ
 81 - ຝົນມາຂ້າເສົ້າ
 82 - ຟ້າຫຼືຈະກັ້ນ
 83 - ນ້ອງຂໍເປັນຄົນເຫັນໃຈ
 84 - ຣາຕຣີພາຝັນ
 85 - ເພັດໃນຕົມ
 86 - ຄິດຮອດຄວາມຮັກ
 87 - ພຽງແຕ່ຄຶດ
 88 - ຢ່າກວນໃຈ
 89 - ຢອກບໍ່ໄດ້ເບາະ
 90 - ຢາກຈະບອກ
 91 - ຍອດຊູ້ຄູ່ໃຈ
 92 - ຄອຍຮັກ
 93 - ແສງເດືອນເຕືອນໃຫ້ເສົ້າ
 94 - ເງິນໜໍເງິນ
 95 - ບໍ່ເຄີຍ
 96 - ສາວໂພນໂຮງ
 97 - ເມືອງຊຳລຳລຶກ
 98 - ບ້ານແມ້ວ
 99 - ຫຼົງຮັກເມັຽເຂົາ
 100 - ລາກ່ອນຈາກ

“ເພງລາວອະມະຕະ – ຊຸດທີ່ 01”

ເປີດເບິ່ງໜ້າປຶ້ມເພງ ຊຸດທີ່ 01
ສາຣະບານເພງລາວ ຊຸດທີ່ 01
(ເລີ່ມຕົ້ນເຜີຍແຜ່ ວັນທີ່ 24 ມິຖຸນາ 2016)

 01 - ເໝືອນຄົນມີກັມ
 02 - ສວັນແດນຮັກ
 03 - ເທວີຫຼົງຟ້າ
 04 - ຮັກບໍ່ລືມ
 05 - ປາກ
 06 - ຄັ້ງນຶ່ງທີ່ຝັ່ງເຊວັນ
 07 - ດົນຈຶ່ງເຫັນ
 08 - ເຊື່ອອ້າຍດີກວ່າ
 09 - ເຊໂປນລຳລຶກ
 10 - ໃຜມີໃຈຮັກແທ້
 11 - ຢ່າຈັບປາສອງມື
 12 - ຍາມຮັກຍາມຮ້າງ
 13 - ຫາກແຫ່ງນັ້ນມີຈອມໃຈ
 14 - ລືມນ້ອງບໍ່ລົງ
 15 - ປ່ອຍອ້າຍເຖີດ
 16 - ພຽງເຫັນໜ້າ
 17 - ປ່ຽວໃຈ
 18 - ຢາກຝາກຮັກ
 19 - ຢາກພົບຄັ້ງສຸດທ້າຍ
 20 - ເຫຼືອພຽງຮອຍຊໍ້າ
 21 - ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ
 22 - ເພາະອ້າຍລືມນ້ອງບໍ່ລົງ
 23 - ໄທດຳລຳພັນ
 24 - ຊຽງຂວາງແດນງາມ
 25 - ປຣະທີບແຫ່ງທັມ
 26 - ຊັງຄົນຫຼາຍໃຈ
 27 - ຊັງຄົນລໍ່າໄລ
 28 - ສອງຝັ່ງຂອງ
 29 - ຮັກເຈົ້າສຸດຫົວໃຈ (ຍິງ)
 30 - ຮັກເຈົ້າສຸດຫົວໃຈ (ຊາຍ)
 31 - ຢ່າຫ້າມໃຈ
 32 - ທີ່ຮັກຈົ່ງລືມກັນ
 33 - ຄະນຶງຫາ
 34 - ຄືນນັ້ນ
 35 - ໜາມຊີວິດ
 36 - ອ້າຍຊົ່ວຢ່າງໃດ
 37 - ຫົວໃຈຊາຍໂສດ
 38 - ຫາກອ້າຍມີໃໝ່
 39 - ຫາກນ້ອງມີໃໝ່
 40 - ຫຼີກໄປ
 41 - ເປັນມິດກັນດີກວ່າ
 42 - ຮັກແອ໋ມ
 43 - ຢາກຈະລອງຮັກ
 44 - ໄປໃສມາ?
 45 - ໄປຄ້າຍມາ!
 46 - ສົ່ງສຽງເພງເຖິງເມືອງລາວ
 47 - ບອກຄັ້ງສຸດທ້າຍ
 48 - ສວນມອນ
 49 - ເງິນ
 50 - ຄົນ

 

ເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
  1. ສຸຣິຍາ ຈາກຟ້າແຄ່ຄືນກໍກັບ
    ແຕ່ນະພາ ເມຄາມືດມົນຍັງຈາງຫາຍ
    ແລ້ວເຫດໃດ ນ້ອງຈະໄປເສົ້າໂສກຫົວໃຈ
    ມົວຫ່ວງໃຍ ໃບໜ້າຂື່ນຂົມ

  2. ຢຸດເຖີດໜາ ດອກຟ້ານ້ອງຢ່າຮ້ອງໄຫ້
    ຢ່າເສັຽໃຈ ເມື່ອຄົນຮັກມາຢຸດຊົມ
    ຕັ້ງຄວາມຫວັງ ແລ້ວຊີວັງນ້ອງຈະສຸກສົມ
    ສິ້ນຣະທົມ ໃບໜ້າແຈ່ມສີ

  3. ໂປຣດຈົ່ງຄິດ ເຖິງອ້າຍທີ່ໃຝ່ຮັກ
    ໝັ້ນສມັກ ຮັກນ້ອງຄົນດີ
    ເຖິງນ້ອງມາ ມີຊາຍໜ່າຍໜີ
    ອ້າຍຂໍມອບຊີວີ ແທນຊາຍໃຈແຂງ

  4. ຍິ້ມເຖີດໜາ ທ້ອງຟ້າກໍຈະສວ່າງ
    ສິ່ງທີ່ຫວັງ ໃນໃຈແນ່ນອນຄົງເຫັນແສງ
    ຂໍອຸທິດ ຂໍບັນເລງຮັກມາສຸດແຮງ
    ດາວສິ້ນແສງ ອ້າຍຈຶ່ງສິ້ນຮັກ…
ໂນຕເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
ວິດີໂອໂນຕບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”

ເພງ “ສິ້ນແລ້ວຮັກຂ້າ”

ເນື້ອຮ້ອງ & ທຳນອງ : ສີລາວົງ ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ອານຸສັກ (ບຸນປອນ ສຸຣິນທອນ)

ວິດີໂອດົນຕຣີບັນເລງເພງ “ສິ້ນແລ້ວຮັກຂ້າ”
  1. ຂ້າເຄີຍຮັກ ກັບຍິງຄົນນຶ່ງ
    ຊຶ່ງນາງເປັນ ລູກທ່ານເສດຖີ
    ພໍ່ຂອງນາງ ຮັກສຸດຊີວີ
    ເພາະທ່ານມີ ທິດາຜູ່ດຽວ

  2. ຂ້ານີ້ຮັກ ນາງເໜືອທຸກຢ່າງ
    ນາງກໍຮັກ ຂ້ານີ້ເຊັ່ນດຽວ
    ຕ່າງເຝົ້າຮັກ ກັນຢ່າງກົມກຽວ
    ຮັກແໜ້ນໜຽວ ຊື່ຕຣົງຕໍ່ກັນ

  3. ແຕ່ຖານະ ຂ້າບໍ່ພຽງພໍ
    ພໍ່ຂອງນາງ ຈຶ່ງຄອຍກີດກັ້ນ
    ຄວາມຮັກ ທີ່ສ້າງມານັ້ນ
    ບໍ່ນຶກຝັນ ວ່າຈະຖືກທຳລາຍ

  4. ສິ້ນກັນເສັຽ ທີ່ຮັກຂອງຂ້າ
    ຖ້າຂືນຮັກ ກໍຄົງຊໍ້າໃນ
    ຈົ່ງຕັດຮັກ ແລະຕັດເຍື່ອໃຍ
    ຢ່າອາໄລ ໃນຕົວຂ້າເລີຍ…
ວິດີໂອໂນຕບັນເລງເພງ “ສິ້ນແລ້ວຮັກຂ້າ”

ເພງ “ຮັກກໍບອກບໍ່ຮັກກໍບອກ”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”
  1. ຢ່າ… ຢ່າຢອກອ້າຍເລີຍ
    ທຳຄວາມຄຸ້ນເຄີຍ ຄ້າຍດັ່ງຈະຮັກ
    ພໍອ້າຍສົນໃຈ ນ້ອງບອກບໍ່ຈັກ
    ຄວາມຮັກເອີຍ ຄວາມຮັກນາງ
    ຈິງຫຼື ພຽງຮັກຫຼິ້ນ

  2. ຢ່າ… ຢ່າບອກອ້າຍເລີຍ
    ວ່າໃຈນ້ອງຍັງ ຮັກອ້າຍສຸດດິ້ນ
    ຍັງຄອງຮັກດຽວ ນັ້ນຢູ່ບໍ່ສິ້ນ
    ໂອ້ຟ້າດິນ ເມື່ອສອງວັນ
    ໃຜຍ່າງຄຽງ ນ້ອງໄປ

  3. ຮັກກໍບອກ ບໍ່ຮັກກໍບອກໃຫ້ຮູ້
    ຢ່າມາຫາຂູ່ ໃຫ້ໃຈອ້າຍຫຼົງລະອາຍ

  4. ຢ່າ… ຢ່າຫຼອກອ້າຍເລີຍ
    ເຖິງອ້າຍເປັນຊາຍ ໃຈງ່າຍກວ່າໃຜ
    ຍັງຄອງຮັກດຽວ ໄດ້ຢ່າງສົດໃສ
    ພໍແລ້ວເອີຍ ຄວາມຮັກລວງ ຂືນຮັກໄປ ກໍຕຣົມ…
ໂນຕເພງ “ຮັກກໍບອກບໍ່ຮັກກໍບອກ”
ວິດີໂອໂນຕບັນເລງເພງ “ຮັກກໍບອກບໍ່ຮັກກໍບອກ”