◆ MIDI ແມ່ນຫຍັງ ?

ທ່ານຄົງຈະເຄີຍຕັ້ງຄຳຖາມມາແລ້ວວ່າ MIDI ແມ່ນຫຍັງແທ້?
MIDI ຫຍໍ້ມາຈາກຄຳວ່າ “Musical Instrument Digital Interface”. ເມື່ອແປແລ້ວ, ແມ່ນມີໝາຍຄວາມວ່າ “ຣະບົບສື່ສານແບບດິຈິຕອນສຳລັບເຄື່ອງດົນຕຣີໄຟຟ້າ”. ເຊັ່ນດຽວກັນກັບຣະບົບການດຳເນີນງານຂອງຄອມພິວເຕີ, ຣະບົບການຂອງ MIDI ແມ່ນດຳເນີນງານໃນຮູບແບບດຽວກັນ. ຣະບົບ MIDI ສາມາດໃຊ້ ໃນການເຊື່ອມຕໍ່ ເຄື່ອງອຸປກອນຕ່າງໆ ແລະທຳການແລກປ່ຽນຂໍ້ມູນ ຣະຫວ່າງເຄື່ອງອຸປກອນທີ່ເຂົ້າໃຈຊຶ່ງກັນແລະກັນ.
◆ MIDI ກຳເນີດເກີດມາໄດ້ແນວໃດ ?

ຣະບົບ MIDI ໄດ້ຖືກປະດິດສ້າງຂຶ້ນມາ ເພື່ອຕອບສນອງຍຸທການຂອງບໍຣິສັດສ້າງເຄື່ອງດົນຕຣີທັນສມັຍຈຳນວນນຶ່ງ. ເມື່ອປີ ຄ.ສ. 1982, ບໍຣິສັດ Roland (Japan) ແລະບໍຣິສັດ Sequential Circuits (USA) ໄດ້ຕົກລົງກັນ ວາງມາຕຣາການຢ່າງນຶ່ງ ກ່ຽວກັບຣະບົບການສື່ສານຣະຫວ່າງເຄື່ອງດົນຕຣີໄຟຟ້າທັນສມັຍ ແລະໄດ້ນຳສເນີກົດເກນຂອງພວກເຂົາເຈົ້າທັງສອງຄ້າຍອອກໃນເວລາຕໍ່ມາບໍ່ນານ.
ຫຼັງຈາກນັ້ນ, ເພື່ອຮັບຮອງກົດເກນຂອງຣະບົບ MIDI ດັ່ງກ່າວ, ອົງການ MMA (MIDI Manufacturers Association) ແລະອົງການ JMSC (Japanese MIDI Standard Committee) ໄດ້ຖືກກໍ່ຕັ້ງຂຶ້ນໃນປີ 1983 ເພື່ອກຳນົດກົດຣະບຽບການ ໃຫ້ເຄື່ອງອຸປກອນ ແລະໂປຣແກຣມ MIDI ໃນການນຳໃຊ້ພາສາ MIDI ໃຫ້ມີຄວາມເປັນເອກພາບ. ທັງໝົດແມ່ນຢູ່ພາຍໃຕ້ການດູແລເບິ່ງແຍງແລະກວດກາໂດຍອົງການສາກົນ IMA (International MIDI Association), ຊຶ່ງຖືກກໍ່ຕັ້ງຂຶ້ນທີ່ Los Angeles ປະເທດອາເມຣິກາ.
ກົດການນີ້ ແມ່ນອະນຸຍາດໃຫ້ມີການສາມາດເຊື່ອມຕໍ່ 2 ເຄື່ອງອຸປກອນຈາກຍີ່ຫໍ້ຕ່າງກັນເຂົ້າດ້ວຍກັນໄດ້ ຫຼືອະນຸຍາດໃຫ້ສາມາດຄວບຄຸມພວກມັນດ້ວຍຄອມພິວເຕີໄດ້. ເພາະມັນເປັນຄວາມຈຳເປັນອັນຮີບດ່ວນ, ເນື່ອງຈາກໃນຍຸກສມັຍນັ້ນ, ຄີບອດໄຟຟ້າເລີ່ມກາຍເປັນເຄື່ອງດິຈິຕອນ, ຄອມພິວເຕີສ່ວນຕົວເລີ່ມກ້າວໜ້າທັນສມັຍ ແລະໂປຣແກຣມດົນຕຣີທຳອິດ ຊຶ່ງມີຮູບການແບບ “Sequencer” ເລີ່ມປາກົດຕົວອອກສູ່ທ້ອງຕລາດ.

ມາຕຣາການຂອງ MIDI ໄດ້ວາງກົດເກນວ່າ ທຸກໆເຄື່ອງອຸປກອນທີ່ເຂົ້າກັນໄດ້ (Compatible) ກັບຣະບົບ MIDI ຕ້ອງມີຊ່ອງການເຊື່ອມຕໍ່ທີ່ເປັນມາຕຖານ ແລະດຳເນີນການສັງເຄາະຂໍ້ມູນທັງມວນ ຕາມກົດຣະບຽບກະຕິກາແລະມາຕຣາການ ຂອງອົງການ MIDI ສາກົນ ທີ່ໄດ້ກຳນົດໄວ້. ການເຊື່ອມຕໍ່ຣະຫວ່າງເຄື່ອງອຸປກອນ ໄດ້ຖືກກຳນົດຂຶ້ນ ດ້ວຍ “ສາຍ MIDI”, ຊຶ່ງນຳໃຊ້ສາຍ DIN Stereo ທີ່ມີ 5 ເຂັມປັກສຽບໃນຍຸກນັ້ນ, ແຕ່ມີການຈອດສາຍພາຍໃນແຕກຕ່າງກັນ.
ຕາມກົດການໂດຍທົ່ວໄປ, ເຄື່ອງອຸປກອນ MIDI ໃດນຶ່ງ ແມ່ນຕ້ອງມີ 3 ຮູປັກສຽບ MIDI ດັ່ງນີ້ :
● MIDI IN : ສຳລັບຮັບຂໍ້ມູນເຂົ້າມາໃນເຄື່ອງ
● MIDI OUT : ສຳລັບສົ່ງຂໍ້ມູນອອກຈາກເຄື່ອງໄປ
● MIDI THRU : ໂອນສົ່ງຂໍ້ມູນທີ່ເຂົ້າມາອອກໄປທາງນີ້, ໝາຍຄວາມວ່າ ທ່ານສາມາດເຊື່ອມຕໍ່ເຄື່ອງອຸປກອນອື່ນໆທີ່ຕ້ອງການຮັບເອົາຂໍ້ມູນຮ່ວມຈາກຊ່ອງທາງເຂົ້າຂອງເຄື່ອງ.



ຕົວຢ່າງຣະບົບການເຊື່ອມຕໍ່ຄີບອດຜ່ານຣະບົບການຂອງ MIDI IN – OUT – THRU

ເພື່ອຈະສາມາດຄວບຄຸມເຄື່ອງດົນຕຣີ MIDI ດ້ວຍຄອມພິວເຕີໄດ້, ທ່ານຈຳເປັນຕ້ອງຕິດຕັ້ງຕົວພົວພັນພິເສດໃຫ້ກັບຄອມຂອງທ່ານ, ສິ່ງນີ້ຮຽກວ່າ MIDI Interface. ຕົວພົວພັນພິເສດດັ່ງກ່າວນີ້ ຈະມີຫຼາຍຮູປັກສຽບ MIDI Out ແລະ MIDI Thru, ເພື່ອຈະສາມາດແຈກຈ່າຍສັນຍານຂໍ້ມູນຕ່າງໆ ໄປສູ່ເຄື່ອງດົນຕຣີທີ່ມີການເຊື່ອມຕໍ່ກັບຄອມ.
ເຄື່ອງດົນຕຣີ MIDI ຈະສາມາດເຊື່ອມຕໍ່ກັນໄດ້ດ້ວຍ “ສາຍ MIDI” ມາຕຖານຕາມຫຼັກການ. ທິດທາງການເຊື່ອມຕໍ່ຣະຫວ່າງເຄື່ອງອຸປກອນ ແມ່ນດັ່ງນີ້ : Out ໄປຫາ In, In ໄປຫາ Out, Thru ໄປຫາ In. ໂດຍທົ່ວໄປ, ສາຍ MIDI ແມ່ນຕ້ອງທຳການປັກສຽບເມື່ອເຄື່ອງອຸປກອນຖືກມອດການໃຊ້ງານໄວ້, ບໍ່ດັ່ງນັ້ນ ອາດເກີດເຫດໄຟຟ້າຊ໊ອດ ແລະພາໃຫ້ເຄື່ອງແລະອຸປກອນມີຄວາມເສັຽຫາຍໄດ້. ສຣຸບແລ້ວ, ການເຊື່ອມຕໍ່ຂອງຣະບົບ MIDI ຕ່າງໆ ແມ່ນຄວນໄດ້ຮັບການພິຈາຣະນາຢ່າງຮອບຄອບລ່ວງໜ້າ, ເນື່ອງຈາກວ່າ ການຮັບສົ່ງຂໍ້ມູນຜ່ານຣະບົບ MIDI ແມ່ນມີຂອບເຂດຈຳກັດ.
ຣະບົບ MIDI Interface ແມ່ນຣະບົບສື່ສານແບບ “ອະນຸກັມ” (ເສັ້ນທາງດຽວ). ສ່ວນຣະບົບການສື່ສານຂອງຄອມພິວເຕີ ແມ່ນຣະບົບແບບ “ຄູ່ຂນານ” (ຫຼາຍເສັ້ນທາງພ້ອມກັນ) ຊຶ່ງຮັບປະກັນຄວາມໄວກ່ວາຫຼາຍເທົ່າ, ຕົວຢ່າງການເຊື່ອມຕໍ່ກັບເຄື່ອງຈັກພິມ ຫຼືເຄື່ອງອຸປກອນອື່ນໆ. ຣະບົບສື່ສານແບບ “ອະນຸກັມ” ປຽບດັ່ງຫົນທາງເສັ້ນດຽວທີ່ຊື່ຕຣົງໄປ, ສ່ວນຣະບົບແບບ “ຄູ່ຂນານ” ປຽບດັ່ງທາງດ່ວນທີ່ມີຮອດ 8 ເສັ້ນການສັນຈອນ. ດັ່ງນັ້ນ, ຂໍ້ມູນສື່ສານຂອງຣະບົບ MIDI ຈະຖືກສົ່ງແບບຕໍ່ເນື່ອງກັນເປັນແຖວນຳຫຼັງກັນຕາມລຳດັບ.


◆ ຄອມພິວເຕີ MIDI ທຳອິດ
ບາງທ່ານທີ່ສົນໃຈເຣື່ອງນີ້ໂດຍສະເພາະ ອາດຈະເຄີຍອ່ານເຫັນແລະພົບພໍ້ມາແລ້ວວ່າ Atari ST ແມ່ນຄອມພິວເຕີ MIDI ເຄື່ອງທຳອິດໃນໂລກ. ຫຼາຍໆນັກດົນຕຣີກໍເຊື່ອເຊັ່ນນັ້ນ, ແຕ່ຄວາມຈິງແລ້ວ ບໍ່ໄດ້ແມ່ນດັ່ງນັ້ນ !…
ເຫດຜົນແມ່ນເພາະວ່າ ມາຕຣາການຂອງພາສາ MIDI ບໍ່ໄດ້ຖືກເຜີຍແຜ່ສູ່ມວນຊົນທົ່ວໄປຢ່າງກວ້າງຂວາງໃນໄລຍະທີ່ ຣະບົບ MIDI ໄດ້ກຳເນີດເກີດຂຶ້ນທຳອິດເມື່ອປະມານເດືອນທັນວາ 1982, ແຕ່ແມ່ນເມື່ອໄດ້ມີການເຜີຍແຜ່ອອກສູ່ສາທາຣະນະຊົນທົ່ວໄປເມື່ອເດືອນມົກກະຣາ 1983 ແລະຈົນເຖິງປະມານເດືອນສິງຫາ 1983 ຈຶ່ງໄດ້ຮັບການນຳໃຊ້ເປັນຫຼັກມາຕຖານຢ່າງເປັນທາງການຈາກອົງການສາກົນທົ່ວໂລກ.
ຄອມພິວເຕີໜ່ວຍທຳອິດ ທີ່ນຳໃຊ້ຣະບົບ MIDI ຊຶ່ງໄດ້ຮັບການສະແດງແລະສາທິດຕໍ່ໜ້າມວນຊົນເມື່ອເດືອນຕຸລາ 1983 ໃນງານມະຫະກັມເຄື່ອງດົນຕຣີ Winter NAMM ແມ່ນ Atari 800 ທີ່ນຳໃຊ້ອຸປກອນເຊື່ອມຕໍ່ແບບ Interface ກ້ອນນຶ່ງທີ່ມີຊື່ວ່າ MIDIMate.
ຕໍ່ມາເມື່ອເຖິງປີ 1984, ແມ່ນຄອມພິວເຕີ Commodore 64 ທີ່ມີໂປຣແກຣມ Sequencer ທຳອິດໃນຕົວຂອງບໍຣິສັດ Sequential Circuits ຊຶ່ງແມ່ນ Dave Smith ຜູ່ທີ່ໄດ້ຮັບສາຍານາມວ່າເປັນບິດາຂອງພາສາ MIDI ໂດຍລາວໄດ້ຮ່ວມມືກັບ Tom Oberheim ແລະ Ikutaro Kakehashi ຂອງບໍຣິສັດ Roland, ສະແດງການເຊື່ອມຕໍ່ຣະຫວ່າງຄີບອດ Sequential Prophet 600 ກັບຄີບອດ Roland Jupiter 6 ດ້ວຍຣະບົບ MIDI ເປັນຄັ້ງທຳອິດ.
ຄອມພິວເຕີທີ່ມີບົດບາດສຳຄັນຕໍ່ການພັທນາຂອງຣະບົບ MIDI ແມ່ນໄດ້ແກ່ Atari 800, Commodore 64, Apple II, MSX, IBM Compatibles, Yamaha CX5M ແລະແມ່ນ Atari ST ທີ່ໄດ້ຮັບຄວາມນິຍົມສູງສຸດກັບໂປຣແກຣມ Cubase ຂອງ Steinberg ໃນເວລາຕໍ່ມາເມື່ອປີ 1985 ນັ້ນເອງ.





ຄອມພິວເຕີໃນທຸກມື້ນິ້ ມີຣະບົບເຊື່ອມໂຍງທີ່ຮຽກວ່າ USB Interface ໃນຕົວ, ຊຶ່ງສາມາດໃຊ້ໃນການສື່ສານແລະຮັບສົ່ງຂໍ້ມູນ MIDI ກັບເຄື່ອງດົນຕຣີທີ່ເຂົ້າກັນກັບຣະບົບ MIDI ມາຕຖານ ຜ່ານໂປຣແກຣມດົນຕຣີໃນຄອມໄດ້. ອຸປກອນດັ່ງກ່າວນີ້ ເມື່ອກ່ອນແມ່ນຣະບົບພາຍນອກທີ່ມີຊື່ຮຽກວ່າ ສາຍ MIDI USB.

ເຄື່ອງດົນຕຣີ MIDI ຈະທຳການສົ່ງແລະຮັບຂໍ້ມູນ ເປັນຣະຫັດໃນຮູບແບບ “ຕົວເລກສອງຫຼັກ” ເອີ້ນວ່າ Binary, ເຊັ່ນດຽວກັນກັບຄອມພິວເຕີ, ທີ່ຮັບສົ່ງຂໍ້ມູນ ຜ່ານສາຍໃນຮູບແບບຂອງຄວາມດັນໄຟຟ້າ. Binary ໝາຍຄວາມວ່າ ມັນຈະມີພຽງ 2 ສະຖານະການ : ປິດ/ເປີດ ຫຼື 2 ຄ່າ : 0/1. ແຕ່ລະສະຖານະການຈະຖືກສົ່ງຕາມລຳດັບ ແລະຖືກຮຽກວ່າ Bit.
ດ້ວຍມາຕຣາການຂອງ MIDI, ເວລາແລະຄວາມໄວໃນການຂົນສົ່ງຂໍ້ມູນ ໄດ້ຖືກກຳນົດໄວ້ລ່ວງໜ້າ. 1 ວິນາທີ ສຳລັບການສົ່ງຂໍ້ມູນແມ່ນເທົ່າກັບ 31250 bits (= 1 kBaud). ຄວາມໄວນີ້ຖືກຮຽກວ່າ ອັຕຣາ Bauds Standard = 31,25 kBauds. ເວລາໃນການຂົນສິ່ງຂໍ້ມູນ 1 Bit ແມ່ນເທົ່າກັບ 32 microsecondes. ດັ່ງນີ້, ການສົ່ງຂໍ້ມູນທີ່ມີ 10 Bits, ຈະກິນເວລາໃນການຂົນສົ່ງ 320 microsecondes.
ໃນຂະນະດຽວກັນ, ຄອມພິວເຕີຈະສາມາດທຳການຮັບສົ່ງຂໍ້ມູນໃນຂັ້ນຄູນແປດ, ດ້ວຍຄວາມໄວໃນການຂົນສົ່ງໃນອັຕຣາທີ່ສູງກວ່າ. ດ້ວຍເຫດນີ້, ເຖິງແມ້ວ່າທ່ານຈະເຊື່ອມຕໍ່ຣະບົບ MIDI ເຂົ້າກັບຄອມໄດ້, ແຕ່ຕົວ Interface ຊຶ່ງມີໜ້າທີ່ໃນການແປງຂໍ້ມູນຣະບົບ “ຄູ່ຂນານ” ໃຫ້ເປັນຣະບົບ “ອະນຸກັມ” ຈະຄົງປະຕິບັດໜ້າທີ່ຂອງມັນຕາມຫຼັກການທາງກາຍພາບ. ມາຮອດນີ້, ທ່ານພໍຈະເຂົ້າໃຈແລ້ວວ່າ ເປັນຫຍັງ MIDI Interface ຈຶ່ງຊ້າແລະຍັງຫ່າງໄກຈາກຄວາມສົມບູນແບບອັນແທ້ຈິງ. ແລະນີ້ເຖິງແມ້ວ່າ ຣະບົບການເຊື່ອມຕໍ່ດ້ວຍສາຍ MIDI ຈະໃຊ້ຜ່ານຮູ MIDI Thru ກໍຕາມ. ເວລາໃນການຄຳນວນຣະຫວ່າງອຸປກອນແຕ່ລະສ່ວນ ຈະແຕກຕ່າງກັນໄປພ້ອມ ແລະພາໃຫ້ເກີດການຫຼ້າຊ້າທີ່ທະວີຄູນຂຶ້ນນຳ. ດັ່ງນັ້ນ, ບໍ່ຄວນໃຊ້ສາຍ MIDI ທີ່ຍາວເກີນກຳນົດ.
◆ MIDI ໃຊ້ການເພື່ອເຮັດຫຍັງໄດ້ແດ່ ນອກຈາກການເຊື່ອມຕໍ່ເຄື່ອງດົນຕຣີ ?
ເຖິງແມ້ມັນຈະມີຈຸດອ່ອນດັ່ງທີ່ໄດ້ກ່າວມາ, ຣະບົບ MIDI ກໍມີຂໍ້ດີຫຼາຍປະການ. ທ່ານບໍ່ພຽງແຕ່ຈະສາມາດຄວບຄຸມອຸປກອນອື່ນໆດ້ວຍຄີບອດຫຼັກເທົ່ານັ້ນ, ແຕ່ຍັງສາມາດສົ່ງຄຸນສົມບັດອັນພິເສດຂອງສຽງ ຜ່ານເຄືອຄ່າຍ MIDI, ດັ່ງເຊັ່ນຄວາມໄວແລະຣະດັບແຮງຄ່ອຍໃນການຫຼິ້ນໂນຕເພງ, ຣະດັບຄ່າຂອງເອຟເຟັກ Reverb, Delay ຫຼືການກະຈາຍຊ່ອງສັນຍານ Panoramic, ແລະອື່ນໆອີກ… ຄີບອດຮຸ່ນຕ່າງໆ ຈະມີການຕິດຕັ້ງທີ່ແຕກຕ່າງກັນຫຼາຍ – ສ່ວນມາກ ພວກມັນຈະຫຼ້າຫຼັງເມື່ອທຽບກັບສິ່ງທີ່ສາມາດເຮັດໄດ້ກັບຣະບົບ MIDI. ໂດຍທົ່ວໄປ, ຣະບົບ MIDI ຈະສາມາດຄວບຄຸມສຽງທີ່ແຕກຕ່າງກັນຮອດ 8 ສຽງພ້ອມກັນ, ເຊັ່ນຕົວຢ່າງເຄື່ອງ MIDI Expanders ທີ່ສາມາດຫຼິ້ນສຽງເຄື່ອງເສບໄດ້ເຖິງ 8 ເຄື່ອງໃນເວລາດຽວກັນ. ທຸກມື້ນີ້ ໂມດູລ MIDI Expanders ສມັຍໃໝ່ຈະສາມາດຫຼິ້ນສຽງເຄື່ອງເສບໄດ້ຮອດ 16 ຊ່ອງ MIDI ໃນເວລາພ້ອມກັນ. ອັນພາໃຫ້ສາມາດທຳການຈັດແຈງຮຽບຮຽງດົນຕຣີສຳລັບນັກອັດເພງໄດ້ມີຄວາມສະດວກສະບາຍຂຶ້ນຫຼາຍເທົ່າ. ໂມດູລດັ່ງກ່າວນີ້ ຈະມີຊື່ຮຽກວ່າ “ເຄື່ອງສັງເຄາະສຽງຫຼາຍກ້ານ” (Multitimbral Expanders).
ໝາຍເຫດ : ທຸກມື້ນີ້ ຄີບອດເກືອບທຸກໆຮຸ່ນ ນັບຕັ້ງແຕ່ຣະດັບສມັກຫຼິ້ນຂຶ້ນໄປຈົນຮອດຣະດັບມືອາຊີບ, ຕ່າງກໍມີຮູ USB ທີ່ສາມາດທຳການສື່ສານຂໍ້ມູນ MIDI ໂດຍກົງກັບຄອມພິວເຕີຜ່ານສາຍ USB to Host. ແຕ່ວ່າ, ມັນຈະບໍ່ສາມາດທຳການເຊື່ອມຕໍ່ສອງຄີບອດ MIDI ຈາກຮູ USB ນຶ່ງໄປສູ່ອີກຮູ USB ນຶ່ງໄດ້ຄືດັ່ງສາຍ MIDI Standard ໃນເມື່ອກ່ອນ.
◆ ມາຕຣາການຂອງ MIDI

ເພື່ອໃຫ້ເຄື່ອງດົນຕຣີ MIDI ສາມາດດຳເນີນການໄດ້ດັ່ງທີ່ກ່າວມາທັງໝົດ, ພວກມັນຈຳເປັນຕ້ອງດຳເນີນງານຕາມກົດເກນທີ່ວາງໄວ້ ຊຶ່ງມີ 4 ໂໝດ (Mode) ແຕກຕ່າງກັນ. ກົດເກນຂອງໂໝດນີ້ ຈະກຳນົດສຽງແລະຊ່ອງ MIDI ໄວ້. ໃນຣະບົບ MIDI, ທ່ານສາມາດຮັບແລະສົ່ງຂໍ້ມູນໄດ້ໃນ 16 ຊ່ອງ ຮຽກວ່າ “MIDI Channel”. ປຽບດັ່ງວ່າ, ທ່ານມີ 16 ສາຍໂທຣະສັບ. ພວກມັນມີໝາຍນໍ້າເບີແຕ່ 1 ຫາ 16 ແລະສາມາດຕັ້ງຄ່າໃນຕົວອຸປກອນເອງ ຫຼືຕັ້ງຄ່າໃນໂປຣແກຣມຈາກຄອມພິວເຕີທີ່ຄວບຄຸມອຸປກອນເຫຼົ່ານີ້. ການແຈກຢາຍຂໍ້ມູນຜ່ານຊ່ອງທາງເຫຼົ່ານີ້ ແມ່ນຂຶ້ນກັບຮູບການຂອງໂໝດໃນເຄື່ອງອຸປກອນທີ່ໃຊ້. ການປະຕິບັດງານຂອງໂໝດທັງໝົດ ຖືກກຳນົດໄວ້ດັ່ງຕໍ່ໄປນິ້, ແຍກອອກຕາມການຮັບແລະຕົວບົງການສົ່ງ.
Mode Poly ເປັນໂໝດທີ່ພົບເຫັນໂດຍທົ່ວໄປ, ໃນຂະນະດຽວກັນ ມີເຄື່ອງອຸປກອນບໍ່ຫຼາຍຊະນິດປານໃດ ທີ່ປະຕິບັດງານໃນ Mode Mono. ທ່ານອາດຈະໄດ້ຍິນຄຳວ່າ Mode Multi, ແຕ່ຕົວຈິງແລ້ວ ມັນແມ່ນຮູບແບບທີ່ມີປະສິດທິພາບໂດຍສະເພາະ ຂອງ Mode Poly :
Mono/Omni on
ຕົວສົ່ງ – ຂໍ້ມູນຈາກສຽງດຽວຈະຖືກສົ່ງໄປສູ່ຊ່ອງ MIDI ຊ່ອງດຽວເທົ່ານັ້ນ.
ຕົວຮັບ – ຂໍ້ມູນຂອງທຸກໆຊ່ອງ MIDI ຈະຖືກແຈກຢາຍໃນຮູບການ Mono ໃຫ້ສຽງປາຍທາງສຽງດຽວ.
Mono/Omni off
ຕົວສົ່ງ – ຂໍ້ມູນຂອງສຽງທັງໝົດ ຈະຖືກສົ່ງໄປສູ່ແຕ່ລະຊ່ອງ MIDI ແຕກຕ່າງກັນ.
ຕົວຮັບ – ຊ່ອງ MIDI ຈະຖືກມອບໝາຍໃນຮູບການ Mono ໃຫ້ສຽງພາຍໃນເຄື່ອງເອງ. ສຽງພິເສດ ອາດຖືກມອບໝາຍໃຫ້ຊ່ອງ MIDI ຕ່າງຫາກໄດ້.
Poly/Omni on
ຕົວສົ່ງ – ຂໍ້ມູນຂອງສຽງທັງໝົດ ຈະຖືກສົ່ງໄປສູ່ຊ່ອງ MIDI ຊ່ອງດຽວເທົ່ານັ້ນ.
ຕົວຮັບ – ຂໍ້ມູນທັງໝົດ ຂອງທຸກໆຊ່ອງ MIDI ຈະຖືກມອບໝາຍໃນຮູບການ Poly ໃຫ້ສຽງພາຍໃນເຄື່ອງເອງ.
Poly/Omni off
ຕົວສົ່ງ – ຂໍ້ມູນຂອງທຸກໆສຽງ ຈະຖືກສົ່ງໄປສູ່ແຕ່ລະຊ່ອງ MIDI ແຕກຕ່າງກັນ.
ຕົວຮັບ – ມີແຕ່ຂໍ້ມູນຈາກຊ່ອງທີ່ໄດ້ເລືອກແລະກຳນົດໄວ້ເທົ່ານັ້ນ ທີ່ຈະຖືກມອບໝາຍໃນຮູບການ Poly ໃຫ້ສຽງປາຍທາງ.

(ກະຣຸນາຕິດຕາມບົດຕໍ່ໄປ…)
Paris, 22 ກຸມພາ 2025

