ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ
(ຊາຍ) ໂອ້ສຸດທີ່ຮັກ ອ້າຍຮັກເຈົ້າດັ່ງດວງໃຈ
ອ້າຍຍອມຍົກໃຫ້ ທັງກາຍແລະດວງວິນຍາ
(ຍິງ) ເວົ້າແທ້ຫຼືຫຼອກ ຢ່າບອກແຕ່ພຽງວາຈາ
ຫົວໃຈໃຫ້ຈິງເໝືອນວ່າ ຢ່າພາໃຫ້ຫຼົງຕາຍໃຈ
(ຍິງ) ໂອ້ສຸດທີ່ຮັກ ນ້ອງຮັກອ້າຍດັ່ງຊີວີ
ຮັກດຽວເທົ່ານີ້ ມິມີໃຈອື່ນຈະໝາຍ
(ຊາຍ) ແທ້ຫວະນ້ອງແກ້ວ ບອກແລ້ວຢ່າລືມລາລັຍ
ຮັກດຽວໃຈດຽວມອບໃຫ້ ແຕ່ອ້າຍຜູ່ດຽວເດີ້ນາງ
(ຊາຍ) ນ້ອງເປັນຍອດຊູ້ (ຍິງ) ອ້າຍຄືຄູ່ໃຈ
ຢ່າໄດ້ ລ່ວງເກີນເມີນມາງ
(ຊາຍ) ຟ້າຍັງຄູ່ດາວ (ຮ່ວມ) ສອງເຮົາຢ່າຫ່າງ
(ຍິງ) ຢ່າຫ່າງ ຢ່າຮ້າງໄປໄກ
(ຊາຍ) ໂອ້ສຸດທີ່ຮັກ (ຍິງ) ທີ່ຮັກຈົ່ງໃຫ້ສັນຍາ
(ຊາຍ) ຮັກກັນຈົນກວ່າ ຟ້າດິນຈະສິ້ນສລາຍ
(ຮ່ວມ) ຜົນບຸນເຄີຍສ້າງ ຮ່ວມກັນຊາດກ່ອນຫຼືໃດ
ຍອດຊູ້ຈຶ່ງຢູ່ຄູ່ໃຈ ເທບໄທ້ຂໍຈົ່ງຄຸ້ມຄອງ…
