“ຮຽນຫຼິ້ນ Keyboard ກັບເພງລາວ”

ຄວາມຮູ້ບາງຢ່າງທີ່ໜ້າສົນໃຈ ເຣື່ອງການຢາກຫັດຫຼິ້ນ Keyboard ກັບເພງລາວ

ຮຽນຫຼິ້ນ Keyboard ກັບເພງລາວ

ມີຫຼາຍຄົນສົນໃຈ ໄດ້ຖາມມາວ່າ ຢາກຫັດຫຼິ້ນ Keyboard ກັບເພງລາວອະມະຕະ ຊຶ່ງຂ້າພະເຈົ້າໄດ້ຮຽບຮຽງແລະບັນເລງເປັນແບບຢ່າງມານັ້ນ ຂໍໃຫ້ຄຳແນະນຳບາງຢ່າງດັ່ງນີ້.

1) ພະຍາຍາມຮຽນອ່ານໂນຕດົນຕຣີ (ເພາະມັນແມ່ນພາສາຂີດຂຽນຂອງສຽງເພງ ຄືດັ່ງ ຫຼັກການຂີດຂຽນຂອງທຸກໆພາສາປາກເວົ້າ ເມື່ອເຮົາເຂົ້າໃຈເຣື່ອງໂນຕ ຊຶ່ງປຽບດັ່ງຫຼັກໄວຍາກອນຂອງພາສາປາກເວົ້າ ການຫັດຫຼິ້ນເພງດ້ວຍເຄື່ອງດົນຕຣີ ບໍ່ວ່າຊະນິດໃດ ກໍຈະສະດວກສະບາຍ ແລະງ່າຍດາຍ ກວ່າການແອບຕາມເພງ ຊຶ່ງເປັນພຽງການຖ່ອງຂຶ້ນໃຈດ້ວຍຫູແບບນົກແກ້ວ ມັນອາດຈະໄດ້ຜົນໄວດັ່ງໃຈ ແຕ່ຈະພົບບັນຫາຫຍຸ້ງຍາກຕາມມາພາຍຫຼັງ)

2) ພະຍາຍາມຄົ້ນຄວ້າທຳຄວາມເຂົ້າໃຈ ກັບເຄື່ອງດົນຕຣີທີ່ໃຊ້ ວ່າມັນສາມາດຕອບສນອງສິ່ງທີ່ເຮົາຕ້ອງການປະການໃດແດ່ (ໂດຍສະເພາະ Electronic Keyboard, Arranger Keyboard ຊຶ່ງເປັນເຄື່ອງດົນຕຣີທັນສມັຍ ທີ່ເຕັມປ່ຽມດ້ວຍ ຣະບົບກົນໄກອັນຊັບຊ້ອນແລະ ໜ້າອັດສະຈັນທີ່ສຸດ ຊຶ່ງນັບເປັນອຸປສັກທີ່ຄ່ອນຂ້າງຈະຫຍຸ້ງຍາກແລະລຳບາກແດ່ສຳລັບຜູ່ຝຶກຫັດຫຼິ້ນໃໝ່ໆ ທີ່ຈະເຂົ້າໃຈໄດ້ເຖິງຖອງ)

3) ພະຍາຍາມຊອກເບິ່ງ ວິດິໂອ (Youtube) ກ່ຽວກັບຫຼັກການດົນຕຣີ ການເສບ ຫຼືແບບຝຶກຫັດຂອງຫຼາຍໆຄົນ ເພື່ອທຳຄວາມເຂົ້າໃຈ ແລະຝຶກຫັດຕາມ.

ແລະສຸດທ້າຍ ຫາໂອກາດໄປເບິ່ງ ນັກດົນຕຣີອາຊີບ ເສບສົດໆ ເພື່ອຍົກຣະດັບແນວຄຶດ ແລະປັບປຸງຄວາມຮູ້ສຶກຂອງຕົນເອງ ເວລາຟັງເພງຢູ່ບ້ານ ກັບຟັງຢູ່ງານ ມັນມີຄວາມແຕກຕ່າງກັນຢ່າງໃດ.

Paris, 14 ມິຖຸນາ 2017


ເຄັດລັບຄວາມຮູ້ ແລະປຣະສົບການສ່ວນຕົວຂອງຂ້າພະເຈົ້າ ໃນການຫຼິ້ນ Keyboard ປະເພດ Arranger…

ການຫຼິ້ນ Keyboard ປະເພດ Arranger ມີຈຸດບວກແລະຈຸດລົບດັ່ງນີ້.

1) ຈຸດບວກ ຄືສາມາດຫຼິ້ນຄົນດຽວ ແລະໄດ້ສຽງອອກມາຄ້າຍຄືຫຼິ້ນເປັນວົງຫຼາຍຄົນພ້ອມກັນ.

2) ຈຸດລົບ ແລະທີ່ລຳບາກທີ່ສຸດ ຄືຕ້ອງຝຶກຝົນການນຳໃຊ້ມືຊ້າຍໃຫ້ວ່ອງໄວແລະຊຳນານ ເພື່ອບັງຄັບພາກສ່ວນສຽງກອງແລະສຽງເຄື່ອງດົນຕຣີອື່ນໆ ທີ່ປະກອບເປັນວົງດົນຕຣີດັ່ງຫຼາຍຄົນຫຼິ້ນໄປນຳພ້ອມໆກັນ.

ຣະບົບສຳເຣັດຮູບ ຂອງການບັງຄັບດ້ວຍມືເບື້ອງຊ້າຍ ຊຶ່ງເອີ້ນວ່າ Style ຫຼືຈັງຫວະນັ້ນ ໂດຍທົ່ວໄປ ຢູ່ໃນທຸກໆຍີ່ຫໍ້ຂອງເຄື່ອງ ຈະຖືກອັດແລະບັນທຶກເກັບໄວ້ລ່ວງໜ້າ ເມື່ອເຖິງເວລາຈະເສບ ກໍພຽງແຕ່ກົດປຸ່ມຂຶ້ນມາ ແລ້ວເລີ່ມຫຼິ້ນໄດ້ເລີຍ. ຣະບົບສຳເຣັດຮູບ (Style) ດັ່ງກ່າວ ສ່ວນຫຼາຍຈະເປັນຈັງຫວະຕາມພື້ນຖານຫຼັກການດົນຕຣີສາກົນ ຖ້າໃຜສຶກສາຄົ້ນຄວ້າເຂົ້າໃຈເຄື່ອງເສບໄດ້ດີ ແລະມີຄວາມຮູ້ທາງດ້ານເພງ ກໍສາມາດປ່ຽນແປງປັບປຸງ ຫຼືປະດິດສ້າງຈັງຫວະສ່ວນຕົວໄດ້ ແຕ່ຕ້ອງມີຄວາມຮູ້ຮອບດ້ານກ່ຽວກັບຫຼັກການດົນຕຣີຢ່າງແໜ້ນໜາ ເປັນຕົ້ນແມ່ນການຮຽບຮຽງສຽງບັນເລງໃຫ້ວົງດົນຕຣີຫຼິ້ນແບບຄົບວົງຫຼາຍໆຄົນພ້ອມກັນ ຊຶ່ງປະເດັນສຸດທ້າຍນີ້ ບໍ່ແມ່ນເຣື່ອງງ່າຍ ສຳລັບຜູ່ທີ່ຮຽນຫຼິ້ນໃໝ່ໆ…

ມືຊ້າຍຂອງການຫຼິ້ນ Keyboard Arranger ແຕກຕ່າງກັບການຫຼິ້ນ Piano ຫຼື Synthesizer ທີ່ຫຼິ້ນກັບວົງດົນຕຣີ ເພາະມັນຕ້ອງເຮັດວຽກ ຢ່າງນ້ອຍສາມເທົ່າຕາມກົດຣະບຽບທຳມະດາ ຄືຕ້ອງເປັນທັງ ມືກອງ (Drum) ມືເບສ (Bass) ແລະມື ອໍແກນ (Organ).

Paris, 20 ມິຖຸນາ 2017


ຄວາມເຫັນສ່ວນຕົວສຳລັບຜູ່ຝຶກຫັດຫຼິ້ນ Keyboard ໃໝ່ໆ

ເມື່ອທຸກໆຄົນເລີ່ມຕົ້ນຫັດຫຼິ້ນ Piano ຫຼື Keyboard ໃໝ່ໆ ຈະພົບກັບອຸປສັກຂັ້ນທີ່ນຶ່ງ ນັ້ນຄືການບໍ່ສາມາດບັງຄັບນີ້ວມືຂອງຕົນເອງໄດ້ດັ່ງໃຈ. ສາເຫດແມ່ນຍ້ອນວ່າ ການຄວບຄຸມແລະການນຳໃຊ້ເຄື່ອງດົນຕຣີ ແມ່ນພຶດຕິການທີ່ບໍ່ແມ່ນຫຼັກທັມມະຊາດ ສຳລັບນິ້ວມືຂອງຄົນເຮົາ ຄືດັ່ງການນຳໃຊ້ເຄື່ອງມືຊະນິດອື່ນໆໃນຊີວິດປະຈຳວັນ. ເພາະເຄື່ອງມືອື່ນໆ ທີ່ມະນຸດປະດິດຄິດສ້າງຂຶ້ນມາເພື່ອນຳໃຊ້ໃນຊີວິດປະຈຳວັນ ແມ່ນອີງຕາມຄວາມສະດວກຂອງພຶດຕິການຕາມຫຼັກທັມມະຊາດໃນການເຄື່ອນໄຫວຂອງນິ້ວມືຂອງຄົນທົ່ວໄປ… ຄືແນໃສ່ໃຊ້ແຕ່ນີ້ວທີ່ມີພະລັງມາແລ້ວຕາມທັມມະຊາດ (ນີ້ວໂປ້ ນີ້ວຊີ້ ນີ້ວກາງ ແລະມືຂວາເປັນສ່ວນໃຫຍ່). ດັ່ງນັ້ນ ມືເບື້ອງຊ້າຍຈະມີຄວາມອ່ອນແອກວ່າມືເບື້ອງຂວາ ໂດຍສະເພາະແມ່ນນິ້ວນາງແລະນີ້ວກ້ອຍ (ນີ້ວທີ່ 4 ແລະທີ່ 5). ການຝຶກຝົນແລະຝຶກແອບນີ້ວມື ຕ້ອງໄດ້ໃຊ້ເວລາ ເພື່ອເສີມສ້າງນິ້ວມືໃຫ້ມີພະລັງ ແລະໃຫ້ຄວາມເປັນອິສຣະແກ່ແຕ່ລະນິ້ວມື, ເຊິ່ງເອີ້ນວ່າ ການຖອນນິ້ວມື.

ການຖອນນິ້ວມື ແມ່ນການຝຶກຫັດເພື່ອປົດປ່ອຍ ຄວາມເປັນອິສຣະໃຫ້ນິ້ວມືແຕ່ລະນີ້ວ, ຊຶ່ງມັນແມ່ນນຶ່ງໃນພື້ນຖານຂອງການຫຼິ້ນ Piano ຫຼື Keyboard. ແລະການເສີມສ້າງຄວາມເຂັ້ມແຂງໃຫ້ນິ້ວມື ຈະເຮັດໃຫ້ເຮົາສາມາດບັງຄັບນິ້ວມືຂອງຕົນເອງ ໃຫ້ມີຄວາມວ່ອງໄວແລະທົນທານອີກດ້ວຍ. ບໍ່ສະນັ້ນ, ແນວໂນ້ມການເຄື່ອນໄຫວຂອງນິ້ວມືເວລາຫຼິ້ນ Piano ຫຼື Keyboard ຈະອ່ອນແອ ຕິດຄັດ ຝືດເຄືອງ ບໍ່ວ່ອງໄວພຽງພໍ ພາໃຫ້ຫຼິ້ນຜິດພາດ ບໍ່ທັນຈັງຫວະ ແລະປວດເມື່ອຍນິ້ວມືໂດຍໄວວາ.
ເປົ້າໝາຍຂອງການຝຶກຫັດ ແມ່ນເພື່ອເຮັດໃຫ້ນິ້ວມື ມີຄວາມກໍ້າເກິ່ງກັນລະຫວ່າງນິ້ວມືແຕ່ລະນີ້ວ ແລະມືຊ້າຍກໍຕ້ອງໃຫ້ມີຄວາມເຂັ້ມແຂງພຽງພໍ ຄືດັ່ງມືຂວາ.

ແບບຝຶກຫັດການຖອນນິ້ວມື ສຳລັບຫຼິ້ນ Piano ຫຼື Keyboard ທີ່ມີຊື່ສຽງຄື :

  • ແບບຝຶກຫັດ Hanon
  • ແບບຝຶກຫັດ Czerny
  • ແບບຝຶກຫັດ Schmitts
  • ແບບຝຶກຫັດ Pischna

ສະເພາະສ່ວນຕົວແລ້ວ ຂ້າພະເຈົ້າບໍ່ເຄີຍນຳໃຊ້ແບບຝຶກຫັດນິ້ວມື ທີ່ເອີ່ຍມາເຫຼົ່ານີ້ຈັກຢ່າງເລີຍ!!! ທຸກສິ່ງທຸກຢ່າງ ແມ່ນອາສັຍການສັງເກດ ການຄົ້ນຄວ້າຊອກຫາ ແລະຄວາມພະຍາຍາມຝຶກຝົນດ້ວຍຕົນເອງຕລອດມາ…

Paris, 28 ພຶສຈິກາ 2018