ເພງ “ລຳວົງກ່ອນ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ
- ລຳວົງກັນກ່ອນ ສຳຣານໃຈ
ໃຫ້ຈິດຜ່ອງໃສ ຮ້ອງລຳໄປໃຈເພີນ
ລຳວົງໂຄ້ງພາກັນເດີນ ລຳວົງໂຄ້ງພາກັນເດີນ
ສນຸກເຫຼືອເກີນ ເພີນໃຈເພີນເພງ - ສາວນີ້ຟ້ອນງາມລຳເກັ່ງ ສາວນັ້ນຟ້ອນງາມລຳເກັ່ງ
ເອິກເບັງແອວກົມ ໂສມງາມອໍຣະຊອນ
ຢາກຈະລຳລຳໂຄ້ງ ແມ່ເນື້ອອ່ອນ
ຢາກຈະເປັນຈອມໃຈແມ່ ງາມງອນຍິ້ມຈັກໜ່ອຍບັງອອນ ຈະເກັບໄປນອນຝັນເອີຍ…
ລຳກັນເປັນຄູ່ ເປັນຄູ່ໄປ
ລູກໃຜເມັຽໃຜ ໂຄ້ງກັນໄປເລີຍໆ
ລຳວົງຍິ້ມລົມຊົມເຊີຍ ລຳວົງຍິ້ມລົມຊົມເຊີຍ
ຕາມແບບທີ່ເຄີຍ ລຳກັນມານານ- ຄູ່ນັ້ນສົມກັນດີແທ້ ຄູ່ນີ້ສົມກັນດີແທ້
ຢ່າດ່ວນຜັນແປ ແສໄປເປັນອື່ນ
ຈົ່ງຖນອມທອມຮັກ ໃຫ້ຍັ້ງຍືນ
ຢ່າລວນເລລວນລາມ ທຳຝ່າຝືນ
ຂືນຄອງປະເພນີ ແລ້ວຈະເສົ້າສີເສັຽໃຈ…

ເພງ “ຖິ່ນແກ້ວ”
ເນື້ອຮ້ອງ & ທຳນອງ: ທ່ອນໃບ (1970)
ນັກຮ້ອງຕົ້ນສະບັບ : ທ່ອນໃບ
- ຖານຖິ່ນ ດິນຖິ່ນແກ້ວ
ເຫັນແລ້ວ ອຸດົມສົມບູນ
ສາວງາມ ກຳລັງວັຍລຸ້ນ (ຊໍ້າ)
ຢາກໄດ້ເດ້ອຸ່ນ ຜູ່ງາມເດ້ ງາມເດ - ຄິ້ວຕໍ່ ຄໍກໍກົມ
ງາມສົມ ອາຣົມໂກ໋ເກ໋
ອ້າຍເຫັນ ຫົວໃຈຈົນເຫວ່ (ຊໍ້າ)
ມັກອ້າຍບໍ່ເດ ຂົນຕາງອນຕາງອນ - ຍິ້ມນາງ ມີສເນ່
ງາມເດ ແຂວນເປອໍຣະຊອນ
ອ້າຍຂໍຮັກ ແນ່ເດີ້ເນື້ອອ່ອນ (ຊໍ້າ)
ຖ້າໄດ້ກອດນອນ ກໍສົມໃຈສົມໃຈ - ອ້າຍນີ້ ຈາກວຽງມາ
ຕັ້ງໜ້າ ມາຫາຊາມວັຍ
ນ້ອງສາວ ຊາວດົງພົງພັຍ (ຊໍ້າ)
ເຖິງອ້າຍຢູ່ໄກ ໃຈອາລັຍອາວອນ…

ເພງ “ວອນຮັກເກົ່າ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຈັນທະຣາ ອຸເທນສັກດາ
(ສອຍ)
ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ
ເບິ່ງເຫັນຟ້າອື່ມຄື້ມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
- ໂອ້… ນ້ອງເອີຍ
ບຸນສອງເຮົາເຄີຍ ຮ່ວມກິນຮ່ວມທານ
ຈາກໄປຢູ່ໄກມິ່ງຂວັນ ອ້າຍຍັງຊື່ຕຣົງຄົງໝັ້ນ
ນອນຝັນນັ່ງຝັນ ແທ້ລະເນີແທ້ລະເນີ
(ສອຍ)
- ໂອ້… ນ້ອງສາວ
ຢ່າຫຼົງຄົນເວົ້າ ກ່າວສິນນິນທາ
ຈາກໄປແຕ່ກາຍດອກໜາ ຮອດໃສອ້າຍຍັງຄືນມາ
ໃຈຮ້ອງໄຫ້ຫາ ຢູ່ວ້ອນວອນວ້ອນວອນ
(ສອຍ)
- ໂອ້… ນ້ອງເອີຍ
ຮັກເຮົານັ້ນເຄີຍ ຫວານມັນເຕັມທີ
ຈາກໄປບໍ່ທັນເຖິງປີ ມື້ນັ້ນບໍ່ຄືມື້ນີ້
ຍາມໜາວຍາມນີ້ ມາຄືນດີກັນເຖີດເອີຍ
(ສອຍ)
ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ ຮັກເກົ່າບໍ່ລືມຍັງບໍ່ລືມບໍ່ລືມ
ຮັກເກົ່າບໍ່ລືມຍັງບໍ່ລືມ ຍັງບໍ່ລືມ…

ເພງ “ປູ່ສອນຫຼານ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ
(ສອຍ)
ຟັງ ຟັງ ຟັງ ຂໍເຊີນທ່ານຟັງນີ້ກ່ອນ
ເມື່ອຍໜັກ ກ່ອນຈະພັກຜ່ອນ (ຊໍ້າ)
ໂປຣດຟັງເພງນີ້ກ່ອນ ແລ້ວເອົາໄປສອນກັນຕໍ່ໄປ
- ຍັງໜຸ່ມນ້ອຍ ຈົ່ງສຶກສາຮໍ່າຮຽນ
ຈົ່ງອົດສາພາກພຽນ ຮຽນເອົາໄວ້ຫຼາຍໆ
ມີຜຍາບໍ່ແມ່ນ ໃສ່ບ່າແບກໄວ້ (ຊໍ້າ)
ຈົ່ງຟັງເອົາໄວ້ ຢ່າລືມຢ່າລືມນະຫຼານເອີຍ…
(ສອຍ)
- ເມື່ອຮຽນມາ ຈົ່ງຮັກສາໃຫ້ດີ
ຢ່າສ້າງຄວາມອັບປີ ຄວາມບັດສີເອົາໄວ້
ອະນາຄົດບ້ານເມືອງ ຈິຢູ່ກັບໃຜ (ຊໍ້າ)
ນອກຈາກຫຼານທັງຫຼາຍ ຈຳໄວ້ຈຳໄວ້ໃຫ້ດີ…
(ສອຍ)
- ຜູ່ໃຫຍ່ເຮົາ ເຈົ້າກະຊວງສຶກສາ
ໄດ້ຂົນຂວາຍຊອກຫາ ຈະພັທນາເລື້ອຍໄປ
ຢາກຈະເຫັນ ຊົນໃນຊາດທັງຫຼາຍ (ຊໍ້າ)
ໄດ້ສຶກສາສົມໃຈ ຟັງໄວ້ຈຳໄວ້ຢ່າລືມ…
(ສອຍ)

ເພງ “ບົດເພງຊີວິດ”
ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ
- ຟ້າຮຸ່ງອະຣຸນ ແສງທອງ ສ່ອງຜິວທານີ
ມື້ໃໝ່ແລ້ວນີ້ ທົ່ວປັຕພີ ດູງາມແຈ່ມໃສ
ເມກໝອກຄ່ອຍເລື່ອນ ຈາງຫາຍ ຈາກຂອບຟ້າໄປ
ຖິ້ມຄວາມຫຼັງໄວ້ ໃຫ້ເປັນພາບຖ່າຍ ອະດີດຕຣະການ - ເໝືອນສາກລະຄອນ ວັກຕອນ ຜ່ານພົ້ນຕາມໄປ
ກ້າວໃໝ່ວັກໃໝ່ ຍ່າງຕິດຕາມໄປ ຈຸດອະວະສານ
ເຫຼືອພຽງບົດຮຽນ ແນວຄິດ ອະດີດຂອງມັນ
ໃຫ້ເຮົາທ່ານນັ້ນ ຄຸ້ນຄິດເຖິງມັນ ເຖິງວັນສຸດທ້າຍ - ອະຣຸນສົ່ງແສງ ສີແດງ ສ່ອງວັນໃໝ່ແລ້ວ
ສຽງມົນແຜ່ວໆ ຈາກໂບດແວ່ວມາ ວ່າຕັ້ງຕົ້ນໃໝ່
ທຸກສິ່ງນັ້ນເປັນ ພຽງຝັນ ໃຫ້ຜ່ານພົ້ນໄປ
ທຳຈິດຜ່ອງໃສ ຕັ້ງຈິດຕັ້ງໃຈ ຕໍ່ຄຸນຄວາມດິ - ເພື່ອແຜ່ນໂລກາ ທີ່ເຮົາ ທ່ານນັ້ນກຳເນີດ
ເພື່ອສັດປຣະເສີດ ທີ່ສັພທຸກ ຢູ່ໃນໂລກນີ້
ເພື່ອກຽດຂອງຕົວ ເຮົາທ່ານ ຈົ່ງໝັ່ນສ້າງດີ
ວ່າໃນຊາດນີ້ ບໍ່ຕ້ອງເສັຽທີ ທີ່ໄດ້ເກີດມາ…

ເພງ “ຫາກໂລກນີ້ມີເຮົາສອງ”
ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌
- ຢາກໃຫ້ໂລກນີ້ ມີເຮົາສອງຄົນ
ເຮົາຄົງຈະພົ້ນ ຈາກການຕິສິນ
ຄວາມຮັກຄວາມຫວັງ ເຮົານັ້ນ
ຄົງຈິງດັ່ງຝັນຢູ່ອາຈິນ ສົມດັ່ງຖວິນ ຝັນໃຝ່ - ຫາກໃນໂລກນີ້ ມີເຮົາສອງຄົນ
ເຮົາຄົງສຸກລົ້ນ ຍິ່ງກວ່າສຸກໃດ
ໃຈນ້ອງໃຈອ້າຍ ໝັ້ນເໝາະ
ມີພຽງສະເພາະບໍ່ເພື່ອໃຜ ຕັ້ງຈິດໝັ້ນໝາຍແນ່ນອນ - ແຕ່ໃນໂລກນີ້ ຍັງມີມະນຸດສຸດພັນລະນາ
ຄອຍເຕືອນຄອຍວ່າ ຄອຍຫຼອກຄອຍຫຼອນ
ຢູ່ໃສມີຮັກຢູ່ຫັ້ນມີທຸກ ສຸດແສນອາວອນ
ໄດ້ຍິນຄຳສອນ ວ່າວອນສອນມາ - ຫາກແມ່ນໂລກນີ້ ມີເຮົາສອງຄົນ
ໂລກາຈະພົ້ນ ຈາກພັຍນາໆ
ຄວາມໂລບຄວາມຫຼົງ ຄວາມໂກດ
ຄົງເບົາແຮງລົດກວ່າເຄີຍມາ ສິ້ນຄວາມອິດສາສົມປອງ…

ເພງ “ໂປຣດອຸ່ນອົກອ້າຍດ້ວຍຈູບຮັກ”
ເນື້ອຮ້ອງ : ວໍຣະເດດ ດິດທະວົງສ໌ (1970)
ທຳນອງ : Rafael Gastón Pérez
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
- ເຮົາເຄີຍເທີດທູນຮັກມາ ຕັ້ງນານແສນນານ
ເຮົາເຄີຍໃຫ້ຄຳສາບານ ຈະຮັກຍັ້ງຍືນ
ພຽນຖນອມດ້ວຍໃຈ ບໍ່ເຄີຍຫານຈະຂັດຂືນ
ຈະລ່ວງເກີນ ໃຫ້ຄວາມຮັກດັບສລາຍ… - ນົງຄານນ້ອງຈົ່ງເຫັນໃຈ ໃຫ້ຄວາມຮັກອ້າຍ
ມີທາງພົບຄວາມວິໄລ ດັ່ງຟືນພົບໄຟ
ຄອງຄວາມຮັກໃດໆ ບໍ່ມີວັນຈະສລາຍ
ຈະອັບເສົາເສົ້າຊວງໃນ ໝົ່ນວິນຍາ
ໂປຣດອຸ່ນອົກອ້າຍ ດ້ວຍຈູບຮັກ…

ເພງ “ອ້າຍບໍ່ຢາກບອກ”
ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
- ອ້າຍບໍ່ຢາກບອກ ນ້ອງເລີຍ
ອ້າຍຢາກຈະເສີຍ ເສີຍເສີຍໄປຢ່າງນີ້
ໂທ້ເທບເທວີ ອ້າຍສຸດໂສກີ
ຍາມນ້ອງ ໜີໜ້າຫ່າງໄກ - ອ້າຍບໍ່ຢາກກັ້ນ ນໍ້າຕາ
ໃຫ້ມັນໄຫຼມາ ໄຫຼມາໄຫຼມາຖ້ວມຫົວໃຈ
ໂອ້ຍອດຊາມວັຍ ອ້າຍບໍ່ຢາກໄປ
ຈາກນ້ອງ ແມ່ນວິນາທີ - ຫົວໃຈອ້າຍແທບ ຈະຢຸດເຕັ້ນ
ເມື່ອເຫັນນ້ອງ ມາຫ່າງໜີ
ອີກຍັງຈັກເດືອນ ຫຼືຍັງຈັກປີ
ນ້ອງຈຶ່ງຈະມາ ອີກຫົນ - ແມ່ນນ້ອງໝົດຄວາມ ເຫັນໃຈ
ນ້ອງໂປຣດຈົ່ງໄປ ໄປໜີໄປໃຫ້ພົ້ນ
ໂທ້ເອີຍໜ້າມົນ ແມ່ນບໍ່ກັງວົນ
ຢ່າງນ້ອຍ ກໍຄິດປຣານີ…

ເພງ “ອ້າຍອາດມາຊ້າໄປ”
ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1970)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌
- ອ້າຍອາດມາຊ້າ ໄປແລ້ວນີ້
ຣຶດີນ້ອງຄົງ ບໍ່ຫວ່າງພໍໃຫ້ຄອງ
ແຕ່ອ້າຍຈະຂໍ ອ້າຍຈະຂໍບອກກັບນ້ອງ
ວ່າໃຈອ້າຍປອງ ປຣະຄອງນ້ອງເຕັມອຸຣາ - ນ້ອງອາດບໍ່ຫຼຽວ ຟັງຮັກອ້າຍ
ສັນໃດອ້າຍຍັງ ຈະຕ້ອງຫວັງບໍ່ລະ
ຂໍພຽງແຕ່ນ້ອງ ພຽງແຕ່ນ້ອງເປີດອຸຣາ
ໃຫ້ຄຳສັນຍາ ວ່າຈະຮັກອ້າຍເໝືອນກັນ - ແມ່ນດວງໃຈຈະຕ້ອງ ເກີດຄວາມໄຫວຫວັ່ນສັ່ນສະທ້ານ
ອ້າຍກໍຄົງຍອມທົນ ດ້ວຍໃຈແສນກັ້ນ
ທຸກຄືນວັນແສນປ່ຽວ ຮື…ຮື…ຮື… - ອ້າຍອາດຈະຮັກ ນ້ອງໄດ້ແໜ້ນ
ຫຼາຍແຟນແສນຄົນ ບໍ່ຕ້ອງການຈະຫຼຽວ
ຫາກນ້ອງເອີ່ຍຮັກ ອ້າຍຈະຮັກບໍ່ຄົດລ້ຽວ
ໝັ້ນໃນຮັກດຽວ ຂໍກ່ຽວຮັກນ້ອງເຖິງຕາຍ













