ເພງ “ເໝືອນຄົນມີກັມ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ບຸນທົງ ວົງສາລີ

ວິດີໂອດົນຕຣີບັນເລງເພງ “ເໝືອນຄົນມີກັມ”

1) ຢູ່ສູງໜັກໜາ ແສນໄກຫຼາຍກວ່າ
ສຸດໃຝ່ຄວ້າ ນ້ອງມາເປັນຄູ່ຂວັນໃຈ
ໄດ້ແຕ່ແຫງນ ເຝົ້າແຫງນເງີຍຄໍຝັນໃຝ່
ດຸດດັ່ງກັບຄົນໜາວໄຂ້ ໜາວເໜັບຫົວໃຈສັ່ນສາຍນານປີ…

2) ບໍ່ມີຄົນເຫັນ ເຖິງໃນໃຈຂ້າ
ວາສນາ ດ້ອຍກວ່າຈະເອີ່ຍວາຈີ
ໄດ້ແຕ່ຫຼົງ ຮັກເຂົາຂ້າງດຽວຫຼືນີ້
ກັມໃດໜູນນຳຍໍ່າຍີ ເໝືອນເກີດມາມີບາບເວນເຂັນໃຈ…

• ໄກເກີນ ມືຄວ້າໃຝ່ຫາ
ຂ້າຕຣົມອຸຣາ ຈວນຕາຍ
ຂໍວອນເທບໄທ້ ຊ່ວຍດົນຈອມໃຈ
ຂໍນາງຈົ່ງໄດ້ ອ່ອນໄຫວໂນ້ມໃຈເມຕຕາ…

3) ດັ່ງມີບາບໜາ ດັ່ງຟ້າລົງໂທດ
ໂກດຕົວຂ້າ ແສນດ້ອຍຕ້ອຍຕໍ່າເໝືອນກາ
ກ່ອນຈະຕາຍ ຊີບວາຍແຜ່ນດິນຖົມໜ້າ
ຈະຂໍບອກຈອມຂວັນວ່າ ຮັກເທົ່າຊີວາຊົ່ວຟ້າມະລາຍ…

ໂນຕເພງ “ເໝືອນຄົນມີກັມ”
ວິດີໂອໂນຕບັນເລງເພງ “ເໝືອນຄົນມີກັມ”