ເພງ “ພຽງເງົາ”

ເນື້ອຮ້ອງ : ສິລ ເມືອງໃຕ້ / ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ພົມມະ ພິມມະສອນ

ວິດີໂອດົນຕຣີບັນເລງເພງ “ພຽງເງົາ”

1) ວັນໃດຖ້າຫາກ ບໍ່ເຫັນນວນນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມຂອງຂ້າ
ວັນນັ້ນຈະເປັນອະເວຈີ ວັນນັ້ນຈະມີແຕ່ນໍ້າຕາ
ວັນເສົ້າໂສກາ ແຫ່ງໃຈ

2) ວັນໃດຕ້ອງຜ່ານ ບ້ານນ້ອງຫຼາຍຄາວ
ພໍຫາຍຄາຍເສົ້າ ຄາຍຄວາມຣະທົມໝອງໄໝ້
ບໍ່ພົບໜ້ານາງຍັງພົບເຮືອນ ເປັນສຸກດັ່ງເໝືອນພົບຂວັນໃຈ
ເຫັນຜ້າຕາກໄວ້ ຫາຍຕຣົມ

• ໃນຊີວິດ ທີ່ມືດນີ້
ຫວັງໃຫ້ຄົນດີ ເປັນແສງສວ່າງໃຫ້ຊົມ
ແຕ່ຢູ່ສຸດເອື້ອມ ຫຼືໄກເກີນໝາຍພິຣົມ
ກໍຂໍໄດ້ຊົມ ແມ່ນພຽງແຕ່ເງົາ

3) ວັນໃດຖ້າຫາກ ບໍ່ພົບຍິ້ມນາງ
ວັນນັ້ນກໍດັ່ງ ເປັນວັນຣະທົມແສນເສົ້າ
ວອນນ້ອງເຈົ້າໂປຣດຈົ່ງເຫັນໃຈ ຢ່າລີ້ຫຼີກກາຍຫຼົບຊ້ອນເງົາ
ປະກົດກາຍເຈົ້າ ໃຫ້ຊົມ…

ໂນຕເພງ “ພຽງເງົາ”
ວິດີໂອບັນເລງເພງ “ພຽງເງົາ”