ເນື້ອຮ້ອງ & ທຳນອງ : ພົງສວັນ ສ. ຜາບມີຊັຍ (1973)
ນັກຮ້ອງຕົ້ນສະບັບ : ນິດ ວິຈິຕຕະວົງ
1) ໂປຣດຢ່າໂສກສັນ ຄິດເຖິງວັນ ນານຜ່ານມາ
ເຄີຍສຸກໜັກໜາ ຕ້ອງມາຈາກ ພາກໄກໜີ
ກ່ອນເຄີຍປຣະຄອງ ຮັກເຄີຍຕ້ອງ ໝອງຣຶດີ
ຍອດຊີວີ ຈົ່ງຢ່າມີ ຈິດໃຈສອງ
2) ຈາກໄປໄກແລ້ວ ໂອ້ແກ້ວຕາ ຢ່າປ່ຽນໃຈ
ຈາກໄປພຽງກາຍ ມອບຣຶທັຍ ໄວ້ນຳນ້ອງ
ຈົ່ງລໍຄອຍວັນ ນານເທົ່າໃດ ກໍຈົ່ງຄອງ
ຢ່າໝົ່ນໝອງ ຈົ່ງຄອງໃຈ ໃຫ້ຫວານຊື່ນ
• ຍາມໃດນ້ອງໂສກ ຫຼືມີທຸກ ໃຈຂື່ນຂົມ
ວອນຝາກສາຍລົມ ຊ່ວຍກ່ອມໃຈ ໃຫ້ເຊີຍຊື່ນ
ຍາມໃດນ້ອງສຸກ ອ້າຍກໍສຸກ ໃຈກໍ້າກືນ
ທຸກວັນຄືນ ຕື່ນຜວາ ຫາດວງໃຈ
3) ຈາກໄປໄກໜີ ຍອດຊີວີ ຢ່າປ່ຽນທາງ
ຢ່າໃຫ້ຄວາມຫວັງ ທີ່ເຄີຍສ້າງ ພັງທະລາຍ
ຢ່າໃຫ້ດວງໃຈ ອ້າຍຕ້ອງແຫຼກ ແຕກສລາຍ
ຈົ່ງຕຽມໃຈ ໄວ້ລໍຄອຍ ວັນອ້າຍມາ…