ເພງ “ຄັ້ງນຶ່ງທີ່ຝັ່ງເຊວັນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ຄັ້ງນຶ່ງທີ່ຝັ່ງເຊວັນ”

1) ນະແຄມຝັ່ງ ເຊວັນແຫ່ງນັ້ນເອີຍ
ຂ້ານີ້ເຄີຍ ໄດ້ຢູ່ຄູ່ອາສັຍ
ຕອນຕິດຕາມ ສັຕຣູຢູ່ຖິ່ນແດນໃຕ້
ຂ້າອາສັຍ ແຄມເຊວັນນັ້ນພັກນອນ

2) ໂຄກກວ້າງໃຫຍ່ ແລໄປສຸດສາຍຕາ
ເບິ່ງແລ້ວພາ ໃຈເສົ້າໂສກອາວອນ
ຫວນຄິດເຖິງ ວຽງຈັນໃຈສັ່ນສະທ້ອນ
ຄິດເຖິງນ້ອງ ແມ່ງາມງອນອ່ອນຣຶທັຍ

• ສຸຣິໂຍ ອ່ວຍລົງລັບດົງໜາ
ເຫັນນົກກາ ບິນຄືນຮັງຂ້າຊ່າງນ້ອຍໃຈ
ຢາກຈະຫວນກັບຄືນ ສູ່ເຄຫານໍ້າຕາຕົກໃນ
ແຕ່ຈົນໃຈ ເພາະໄດ້ມີໜ້າທີ່ສຳຄັນ

3) ຂ້າເລີຍບຸກ ສັຕຣູຢ່າງກ້າຕາຍ
ດ້ວຍແຄ້ນໃຈ ທີ່ໄດ້ພາກຈອມຂວັນ
ພໍສັຕຣູ ແຕກໄປຈຶ່ງໄດ້ກັບຫັນ
ຂ້າລາແລ້ວ ແຄມເຊວັນແຫ່ງນັ້ນເອີຍ…

ໂນຕເພງ “ຄັ້ງນຶ່ງທີ່ຝັ່ງເຊວັນ”
ວິດີໂອໂນຕບັນເລງເພງ “ຄັ້ງນຶ່ງທີ່ຝັ່ງເຊວັນ”