ເພງ “ຫຼວງພຣະບາງເມືອງງາມ” (ຍິງ)

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (2016)
ນັກຮ້ອງຕົ້ນສະບັບ : ຈັນທ໌ຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ຫຼວງພຣະບາງເມືອງງາມ” (ຍິງ)

1) ໂອ້ດິນແດນ ແຄວ້ນແຫ່ງຄວາມຝັນ
ເມືອງແມນສວັນ ທວຍເທບເທວັນສັນສ້າງ
ສົມຄຳເລົ່າລື ເມືອງຫຼວງພຣະບາງ
ປຣາສາດວຽງວັງ ແວວວາວສະດຸດຕາ

2) ພຣະທາດພູສີ ສວຍເດັ່ນເລີດລໍ້າ
ເຫຼື້ອມລາຍຫຼໍ່ຄຳ ເປັນມິ່ງຂວັນງາມສງ່າ
ຜອງຊົນທົ່ວໄປ ໃຈລ້ວນເມຕຕາ
ພຸທສາສນາ ນຳພາສືບສານ

• ຊຽງທອງ ສ່ອງແສງວິໄລ
ຫຼຽວແລແຫ່ງໃດ ຊວນຈິດໃຈເບີກບານ
ເພີນ…ທ່ຽວຊົມ ເລາະແຄມນໍ້າຄານ
ງາມສາຍແມ່ຂອງໄຫຼຜ່ານ ສຽງຂານຂັບທຸ້ມກ້ອງໄກ

3) ຖິ່ນແດນໃດ ໃສໄປ່ປຽບເໝືອນ
ຝັງຈຳຕິດເຕືອນ ມິອາດຫຼົງເລືອນລືມໄດ້
ຍິ້ມນັ້ນແນບຕຣຶງ ຊາບຊຶ້ງຣຶທັຍ
ມີຄ່າຄວາມໝາຍ ໄມຕຣີຕໍ່ກັນ

•• ເມືອງຊວາ ສຸດແສນຣື່ນຣົມ
ໄດ້ຢາມຢ້ຽມຊົມ ສຸກສົມຈິນຕະນາການ
ຍິນ…ເຣື່ອງຣາວ ເຄົ້າມູນຕຳນານ
ພູທ້າວພູນາງຕຣະຫງ່ານ ສຽງຫວານສອດສອຍປຣະທັບໃຈ….

ໂນຕເພງ “ຫຼວງພຣະບາງເມືອງງາມ” (ຍິງ)
ວິດີໂອໂນຕບັນເລງເພງ “ຫຼວງພຣະບາງເມືອງງາມ” (ຍິງ)