ເພງ “ເຊໂປນລຳລຶກ”

ເນື້ອຮ້ອງ : ນະຄອນຄຳ ບຸບຜານຸວົງ / ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1962)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ເຊໂປນລຳລຶກ”

1) ເຊໂປນເມືອງງາມ ເມື່ອຄັ້ງກ່ອນເກົ່າ
ມີອົງພຣະເຈົ້າ ຊົມພູສະຖາປານາ
ຢູ່ພູສະງໍ້ ຫໍຄຳສວຍເດັ່ນງາມຕາ
ມີພຣະນາງສຸມັງຄະລາ ນຳພານະຄອນນັ້ນ

2) ເຊໂປນດິນແດນ ສຸຂສັນງາມຍິ່ງ
ມີທຸກໆສິ່ງ ສົມບູນດັ່ງແດນສວັນ
ຜູ່ໃດໄປເຫັນ ມິເວັ້ນຊົມຊື່ນສຸຂສັນ
ເຫັນນໍ້າເຊຜາໂຄດຫິນຊັນ ເຝົ້າຝັນຢາກຢູ່ເຊໂປນ

• ຖໍ້າປ່ອງຕາດຕະໂພຍ ພົງໄພພຶກສາ
ດຽວນີ້ສົງຄາມເຂັ່ນຂ້າ ຮາວີຍໍ່າຍີປີ້ປົ່ນ
ບ້ານແຕກສລາຍ ໜີຢາຍໄປທຸກແຫ່ງຫົນ
ປະຖິ່ນທີ່ເຄີຍສຸຂລົ້ນ ໄປປົນກັບຄົນແຄວ້ນອື່ນ

3) ເຊໂປນຄົງມີ ຈັກວັນເຮືອງຮຸ່ງ
ຂ້າຍັງໝາຍມຸ່ງ ສ້າງສາເວລາກັບຄືນ
ຂ້າຈຳໃຈໜີ ພັຍລີດ້ວຍຈິດຂົ່ມຂືນ
ຄົງມິນານຂ້າຈະຫວນຄືນ ກັບຄືນມາສ້າງເຊໂປນ

ລາແລ້ວ… ລາກ່ອນ ລາກ່ອນເຊໂປນ…

ໂນຕເພງ “ເຊໂປນລຳລຶກ”
ວິດີໂອໂນຕບັນເລງເພງ “ເຊໂປນລຳລຶກ”