ເພງ “ຜູ່ຊາຍລວງ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຜູ່ຊາຍລວງ”

1) ບໍ່ເຄີຍນຶກຝັນ ວ່າອ້າຍຈະເປັນໄປ
ໂອ້ນໍ້າໃຈຊາຍ ນັ້ນໝາຍແຕ່ພຽງລວງ
ບໍ່ເຄີຍໄດ້ຄິດ ວ່າເຮົາເປັນຫ່ວງ
ເຝົ້າຮັກເຝົ້າຫວງ ມາລວງໃຫ້ເຮົາໝອງໃຈ

2) ໂອ້ໃຈຜູ່ຊາຍ ຄືນໍ້າກິ່ງໃບບອນ
ບໍ່ມີແນ່ນອນ ເໝືອນບອນຖືກລົມໄກວ
ນໍ້າເທິງໃບບອນ ຈະກິ້ງລົງໄປ
ປຽບດັ່ງຜູ່ຊາຍ ບໍ່ມີຫົວໃຈແນ່ນອນ

• ປາກບອກວ່າ ຮັກເຮົາຈິງ
ພໍໄດ້ແອບອິງ ປ່ອຍໃຫ້ຍິງຕ້ອງອາວອນ
ໂອ້ໃຈຊາຍເອີຍ ບໍ່ເຄີຍມີຮັກແນ່ນອນ
ມີແຕ່ຫຼອກຫຼອນ ພໍຈາກຈອນແລ້ວກໍໜ່າຍ

3) ບໍ່ເຄີຍນຶກຝັນ ວ່າອ້າຍຈະລືມຄຳ
ຈະຂໍຈື່ຈຳ ເອົາໄປຮອດວັນຕາຍ
ຈະບໍ່ພະວົງ ຫຼົງຄຳຂອງຊາຍ
ຂໍຈຳຈົນຕາຍ ຜູ່ຊາຍທີ່ໝາຍແຕ່ລວງ

ຜູ່ຊາຍທີ່ໝາຍແຕ່ລວງ ຜູ່ຊາຍທີ່ໝາຍ…ແຕ່ລວງ

ໂນຕເພງ “ຜູ່ຊາຍລວງ”
ວິດີໂອໂນຕບັນເລງເພງ “ຜູ່ຊາຍລວງ”