ເພງ “ສອງຝັ່ງຂອງ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ສອງຝັ່ງຂອງ”

1) ສາຍນະທີ ລິນຫຼັ່ງຈາກຟ້າ
ແບ່ງພະສຸທາ ເປັນຊ້າຍແລະຂວາສອງຝັ່ງ
ຫາກນໍ້າກັ້ນຂວາງ ກໍບໍ່ສຳຄັນ
ແຕ່ຄວາມສັມພັນ ຂອງເຮົາໝັ້ນຄົງເລື້ອຍໄປ…

2) ເຖິງໄກກັນ ຄົນລະຝັ່ງຂອງ
ຕ່າງໝາຍປອງດອງ ມຸ່ງຫວັງທັງສອງຈົນໄດ້
ດ້ວຍຄວາມໃຝ່ຝັນ ໝັ້ນສຸດຫົວໃຈ
ປັກຝັງຊວງໃນ ເໝືອນໃຈດຽວກັນ…

• ທັງສອງຝັ່ງ ກັ້ນກາງດ້ວຍສາຍນະທີ
ແຕ່ປຣະເພນີ ນັ້ນບໍ່ຕ່າງກັນ
ຊາດລາວແລະໄທ ກ່ອນນັ້ນເຄີຍໄດ້ສັມພັນ
ຮ່ວມສາຍໂລຫິດດຽວກັນ ພຽງນໍ້າເທົ່ານັ້ນມາກັ້ນແບ່ງກາງ…

3) ຂໍຟ້າດິນ ຊ່ວຍເປັນສັກຂີ
ໂປຣດຄິດປຣານີ ຈົ່ງຢ່າໄດ້ມີວັນຫ່າງ
ຢ່າໃຫ້ສັມພັນ ນັ້ນຕ້ອງຈືດຈາງ
ຝາກຝັງຊີວີ ເໜືອນະທີສອງຝັ່ງເອີຍ…

ໂນຕເພງ “ສອງຝັ່ງຂອງ”
ວິດີໂອໂນຕບັນເລງເພງ “ສອງຝັ່ງຂອງ”