ເພງ “ໃຜມີໃຈຮັກແທ້”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ໃຜມີໃຈຮັກແທ້”

1) ໃຜມີຫົວໃຈ ຊື່ຕຣົງຮັກແທ້
ໃຜຮັກແນ່ວແນ່ ບອກມາເຖີດໜາ
ຈະເອົາຫົວໃຈໄປຝາກ ຈະເອົາຄວາມຮັກແລະຊີວາ
ມອບແດ່ຂວັນຕາ ຜູ່ມີຮັກດຽວ

2) ຣຶທັຍອ້າຍເຄີຍ ຂື່ນຂົມຊໍ້າຊອກ
ດ້ວຍຮັກລວງຫຼອກ ຈາກຍິງໃຈລ້ຽວ
ບາດແຜຫົວໃຈຍັງຢູ່ ຢາກມີຍອດຊູ້ຜູ່ໃຈດຽວ
ຮັກແທ້ໝັ້ນໜຽວ ເພື່ອປົວຫົວໃຈ

• ຈຶ່ງ… ຮ້ອງເພງນີ້ເສາະຫາ
ແມ່ນຍິງໃດເມຕຕາ ສົ່ງຍິ້ມມານ້ອຍດຽວກໍໄດ້
ຈະຝັນເຖິງນາງ ຈະຮັກແຕ່ນາງຜູ່ດຽວເລື້ອຍໄປ
ເຖິງຢູ່ຂອບຟ້າແດນໃດ ໃກ້ຫຼືໄກຈະໄປສືບຫາ

3) ຍາກຈົນກໍຕາມ ບໍ່ງາມຊ່າງເຖີດ
ຮັກນ້ອງຈົ່ງເກີດ ຈາກໃຈເຖີດໜາ
ຢ່າຝືນຫົວໃຈເພື່ອຫຼອກ ເມື່ອບອກວ່າຮັກຢ່າລືມລາ
ຮັກແລ້ວຢ່າພາ ອຸຣາອ້າຍຕຣົມ…

ໂນຕເພງ “ໃຜມີໃຈຮັກແທ້”
ວິດີໂອໂນຕບັນເລງເພງ “ໃຜມີໃຈຮັກແທ້”