ເພງ “ສົ່ງສຽງເພງເຖິງເມືອງລາວ”

ເນື້ອຮ້ອງ & ທຳນອງ : ວິລລ້ຽມ ດິດທະວົງສ໌ (1980)
ນັກຮ້ອງຕົ້ນສະບັບ : ວິລລ້ຽມ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ສົ່ງສຽງເພງເຖິງເມືອງລາວ”

1) ຫຼຽວມອງຂອບຟ້າ ຍິ່ງຜວາພາໃຈສັ່ນ
ແສນຈະໂສກສັນ ສຸດຕື້ນຕັນຊວນໃຫ້ເສົ້າ
ເຫງົາໃນດວງຈິດ ເມື່ອຫວນຄິດເຖິງເມືອງລາວ
ໃຈສຸດຈະເຫງົາ ເມື່ອຫ່າງເຈົ້າໂອ້ວຽງຈັນ

2) ນໍ້າຕາຫຼັ່ງໄຫຼ ເມື່ອຫ່າງໄກຄົນຮັກຂ້າ
ຫຼຽວມອງຂອບຟ້າ ຍິ່ງໂສກາພາໃຈສັ່ນ
ສວັນທີ່ເຄີຍສ້າງ ຕ້ອງໝົດທາງຫ່າງໄກກັນ
ໄດ້ແຕ່ຄອຍຝັນ ເຖິງນ້ອງນັ້ນທຸກນາທີ

• ໄກສຸດໄກ ຫ່າງໄກກັນສຸດຂອບຟ້າ
ແຕ່ວັນເວລາ ຄົງຈະຫວນມາ
ໃຫ້ເຮົາ ພົບກັນອີກທີ

3) ຂໍລາກ່ອນແລ້ວ ລາແລ້ວດວງໃຈຂ້າ
ເພາະວາສນາ ທີ່ສ້າງມາມີພຽງນີ້
ຕ້ອງຈຳໃຈຫ່າງ ເຝົ້າໝົ່ນໝາງໃນຊີວີ
ເຫຼືອພຽງເທົ່ານີ້ ຄືສຽງເພງເຖິງເມືອງລາວ…

ໂນຕເພງ “ສົ່ງສຽງເພງເຖິງເມືອງລາວ”
ວິດີໂອໂນຕບັນເລງເພງ “ສົ່ງສຽງເພງເຖິງເມືອງລາວ”