ເພງ “ສວັນແດນຮັກ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1963)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ສວັນແດນຮັກ”

1) ຄິດເຖິງສວັນ ນັ້ນໃຈຈະຂາດຢູ່ແລ້ວ
ດ້ວຍຮັກນ້ອງແກ້ວ ທີ່ງາມໂສພາລາວັນ
ດັ່ງນຶ່ງນາງຟ້າລົງສູ່ດິນ ເໝືອນວ່າພຣະອິນລົງມາປັ້ນ
ຈົນອ້າຍນອນຝັນ ເຖິງນ້ອງ…

2) ຫົວໃຈອ້າຍນີ້ ແມ່ນມີທາງຖອດອອກໄດ້
ອ້າຍຂໍຖອດໄວ້ ໃຫ້ນວນນ້ອງນາງຄອບຄອງ
ຈະຢູ່ຂອບຟ້າຖິ່ນແດນໃດ ເຖິງຈະແສນໄກອ້າຍກໍຕ້ອງ
ກັບມາຫານ້ອງ ຈັກວັນ…

• ສາຍນໍ້າຂອງ ໄຫຼຫຼັ່ງ
ປຽບໄປກໍເໝືອນດັ່ງ ນໍ້າໃຈອ້າຍໄຫຼມານັ້ນ
ຫວັງໃຫ້ນ້ອງ ເຈົ້າສົງສານ
ຢ່າປ່ອຍອ້າຍເລີຍຜ່ານ ແດນສວັນແຫ່ງນີ້ໄປໄກ…

3) ວຽງຈັນສວັນ ນັ້ນໄກກັນສຸດຂອບຟ້າ
ແຕ່ອ້າຍຈະມາ ຈະມາຄູ່ຄຽງດວງໃຈ
ຕໍ່ໃຫ້ດິນນໍ້າມາກີດກັນ ເຫວປ່າຜາຊັນກັ້ນເອົາໄວ້
ຮັກຍ່ອມຂ້າມໄດ້ ສເມີ…

ໂນຕເພງ “ສວັນແດນຮັກ”
ວິດີໂອໂນຕບັນເລງເພງ “ສວັນແດນຮັກ”