“ປຶ້ມເພງລາວອະມະຕະ”

ໂນຕເພງລາວ...

ສະບາຍດີທ່ານຜູ່ອ່ານ,

ເມື່ອບໍ່ນານມານີ້, ຂ້າພະເຈົ້າໄດ້ທຳການລິເລີ່ມນຳເອົາເພງລາວອະດີດ ມາກ່າຍຂຽນເປັນໂນຕສາກົນແລະເສບເປັນແບບດົນຕຣີບັນເລງ (ບໍ່ມີສຽງຂັບຮ້ອງນຳ), ຈຸດປຣະສົງແມ່ນບໍ່ໄດ້ຫວັງໃຫ້ບັນລຸຄວາມສົມບູນແບບໃນການຜະສົມປະສານສຽງ ຫຼືແນໃສ່ເອົາຄຸນພາບຂອງການບັນທຶກສຽງ ຫຼືວິດີໂອເພື່ອບັນລະຍາຍການເສບບັນເລງທາງດ້ານເຄື່ອງດົນຕຣີແຕ່ຢ່າງໃດ…

ເພາະວ່າເປົ້າໝາຍຕົ້ນຕໍ ບໍ່ແມ່ນເພື່ອສໍາລັບການທີ່ຈະເຮັດຫຼືຜລິດອອກເປັນ CD ຫຼື DVD ວິດີໂອແຕ່ປະການໃດ. ແຕ່ມັນແມ່ນ ຄວາມປະສົງໃນການຢາກແລກປ່ຽນແລະແບ່ງປັນຄວາມຮູ້ຄວາມສາມາດສ່ວນຕົວຂອງຂ້າພະເຈົ້າກັບຄົນອື່ນ (ຜູ່ທີ່ສົນໃຈ), ໂດຍສະເພາະ ແມ່ນການອີງໃສ່ຂໍ້ມູນຕົ້ນສະບັບຂອງຜູ່ປະພັນເພງຕົ້ນຕໍ ເທົ່າທີ່ຄົ້ນຄວ້າແລະຊອກຫາມາໄດ້, ຊຶ່ງແນ່ນອນວ່າ ມັນຍັງຈະບໍ່ສົມບູນຄົບຖ້ວນແລະຍັງມີຂໍ້ຂາດຕົກບົກຜ່ອງຢູ່ ແຕ່ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຈະພະຍາຍາມສືບຕໍ່ດັດແປງແລະແກ້ໄຂຕາມເວລາອຳນວຍ.

ທັງໝົດນີ້ ແມ່ນເພື່ອໃຫ້ຄົນຮຸ່ນໃໝ່ແລະຮຸ່ນເກົ່າ ຫຼືຄົນຊາດອື່ນເຖິງວ່າຈະບໍ່ແມ່ນຄົນລາວ (ຖ້າຫາກວ່າພວກເຂົາເຈົ້າເຫຼົ່ານັ້ນຫາກມີຄວາມສົນໃຈໃນສຽງເພງແລະດົນຕຣີລາວ ໂດຍສະເພາະແມ່ນຜູ່ທີ່ມີຄວາມສາມາດອ່ານໂນຕດົນຕຣີເປັນ ຫຼືບໍ່ເປັນກໍຕາມແຕ່) ໄດ້ມີບ່ອນອີງເປັນຂໍ້ມູນໃນການສຶກສາແລະຄົ້ນຄວ້າ, ຈຸດປະສົງກ່ອນອື່ນ ແມ່ນຫຼີກລ່ຽງການບິດເບືອນຕົ້ນສະບັບອັນດັ້ງເດີມ ກ່ຽວກັບ ຊື່ເພງ ຊື່ຜູ່ແຕ່ງ ນັກຮ້ອງຕົ້ນສະບັບ ເນື້ອເພງ ຣະດັບສຽງ ແລະ ຈັງຫວະຕົ້ນຕໍ.

ເນື່ອງຈາກວ່າໃນເວລາຫຼາຍປີທີ່ຜ່ານມາ, ຂ້າພະເຈົ້າໄດ້ຕິດຕາມແລະສັງເກດເຫັນວ່າ ໃນການນຳເອົາເພງລາວອະດີດມາບັນເລງແລະຂັບຮ້ອງໃໝ່ຈໍານວນນຶ່ງ, ມີຂໍ້ຂາດຕົກບົກຜ່ອງທາງດ້ານຊື່ເພງ ຊື່ຜູ່ແຕ່ງ ເນື້ອຮ້ອງທຳນອງແລະຈັງຫວະ, ມັນໄດ້ສ້າງຄວາມສັບສົນແລະຄວາມເຂົ້າໃຈຜິດ ມີການຂັດແຍ່ງຖົກຖຽງກັນໃນໝູ່ຜູ່ຟັງຫຼືນັກດົນຕຣີທີ່ພະຍາຍາມຈະເສບແລະບັນເລງໂດຍສະເພາະ. ສາເຫດແມ່ນຍ້ອນຂາດຂໍ້ມູນ ຂໍ້ບັນທຶກຂີດຂຽນອັນຖືກຕ້ອງ ມີແຕ່ໃຊ້ຄວາມຈື່ຈຳອັນມີຂອບເຂດຈຳກັດເປັນທີ່ເພິ່ງ ແລະບາງຈຳນວນກໍມີການເດົາເອົາກໍມີ ເພາະຂາດຄວາມແນ່ນອນໃຈ.

[ ອ່ານຕໍ່… ]