ເທັກນິກການຫຼິ້ນຂອດຄີບອດ & ການວາງນີ້ວທີ່ຖືກຕ້ອງ

◆ ແປ້ນດີດຂອງຄີບອດ

ຄີບອດສມັຍໃໝ່ ຈະມີແປ້ນດີດຢ່າງນ້ອຍກວມ 5 ຄູ່ຂນານ (5 Octaves) ຊຶ່ງໂຮມມີທັງໝົດ 61 ໂນຕ (ລູກດີດສີຂາວ 36 ໂນຕແລະລູກດີດສີດໍາ 25 ໂນຕ).

ທຸກມື້ນີ້, ໄດ້ມີຄີບອດທີ່ມີແປ້ນດີດກວມຮອດ 7 ຄູ່ຂນານ (7 Octaves) ອອກມາ ຊຶ່ງຈະໂຮມມີທັງໝົດ 88 ໂນຕ, ສຳລັບມືຄີບອດທີ່ຕ້ອງການຄວາມສະດວກໃນແນວທາງການຫຼິ້ນແບບປ່ຽນໂນ່ ຊຶ່ງຮຽກຮ້ອງການໃຊ້ມືທັງສອງທີ່ກວມຈຳນວນໂນຕອັນສົມບູນທັງໝົດຂອງແປ້ນດິດປ່ຽນໂນອັນແທ້ຈິງ.

ປ່ຽນໂນ່ລວງຕັ້ງ ຫຼືປ່ຽນໂນ່ຂນາດໃຫຍ່, ຈະມີແປ້ນດີດທີ່ກວ້າງທີ່ສຸດ. ພວກມັນຈະມີຈຳນວນໂນຕກວມຫຼາຍຣະດັບສຽງ, ໂດຍສະເພາະໃນຣະດັບທຸ້ມຕໍ່າ ທີ່ມີສຽງດັງກັງວານທີ່ສຸດ. ແຕ່ໃນທາງເປັນຈິງ, ນັກຫຼິ້ນຄີບອດໂດຍສ່ວນຫຼາຍ ບໍ່ໄດ້ມີຄວາມປະສົງທີ່ຈະລຽນແບບທຸກຢ່າງຂອງປ່ຽນໂນ່ລວງຕັ້ງ ຫຼືປ່ຽນໂນ່ຂນາດໃຫຍ່ : ດ້ວຍເຫດນີ້ ມັນຈຶ່ງປາກົດມີປ່ຽນໂນ່ດິຈິຕອນອອກມາສູ່ທ້ອງຕລາດນັບມື້ຫຼາຍຂຶ້ນ. ແລະພວກເຂົາເຈົ້າເຫຼົ່ານີ້ ຕ້ອງການຢາກຫຼິ້ນເປັນທັນທີ ໂດຍບໍ່ຕ້ອງການທີ່ຈະຕ້ອງຝຶກຝົນແລະລໍຖ້າເປັນເວລານານຮອດ 5-6 ປີ…

ດ້ວຍຄວາມພະຍາຍາມແລະອົດທົນ, ທ່ານສາມາດຮຽນຮູ້ເຄັດລັບຕ່າງໆ ດ້ວຍຕົວທ່ານເອງຫຼາຍກວ່ານີ້. ທຸກມື້ນີ້ ໄດ້ມີວາຣະສານແລະປື້ມຫຼັກສູດທີ່ຖືກພິມເຜີຍແຜ່ອອກມາຢ່າງຫຼວງຫຼາຍ ຊຶ່ງເນັ້ນໃສ່ການສອນຫຼິ້ນປ່ຽນໂນ່ ໂດຍບໍ່ຈຳເປັນຕ້ອງຮຽນໂນຕ. ທ່ານລອງໄປຊອກອ່ານເບິ່ງ? ດ້ວຍວິທີການນີ້ ບວກກັບການຝຶກຝົນອັນສມໍ່າສເມີ, ມັນຄົງບໍ່ເປັນການຍາກເກີນໄປສຳລັບທ່ານທີ່ຈະກາຍເປັນມືຄີບອດທີ່ມີສີມືດີແນ່ນອນ.

ການຝຶກຝົນແມ່ນຈຳເປັນຕ້ອງມີວິນັຍເຄັ່ງຄັດພໍສົມຄວນ, ເຊັ່ນການຝຶກແອບຫຼິ້ນຜູ່ດຽວໃນຫ້ອງທີ່ມິດງຽບ ບໍ່ມີສຽງວົນແຊວອ້ອມຂ້າງມາຣົບກວນການສະມາທິ ແລະໃຫ້ຫຼີກເວັ້ນສາຍຫູສາຍຕາຜູ່ຊົມແລະຜູ່ຟັງໃນໄລຍະເບື້ອງຕົ້ນຂອງການຝຶກຝົນນີ້ ເພື່ອຫຼີກເວັ້ນການທໍ້ແທ້ແລະເສັຽກຳລັງໃຈ. ແລະທີ່ສຳຄັນ ມັນບໍ່ເປັນການຈຳເປັນທີ່ທ່ານຈະຫັກໂຫມຕົນເອງໃນການຝຶກຝົນເປັນເວລາ 2-3 ຊົ່ວໂມງໂດຍບໍ່ມີການຢຸດພັກ. ການຝຶກຝົນຢ່າງເຂັ້ມຂົ້ນແລະເຄັ່ງຄັດ ປະມານ 30 ນາທີ ແລະປະມານ 2 ຄັ້ງຕໍ່ນຶ່ງວັນ, ຈະໄດ້ຜົນດີກວ່າການໝົກໝົ່ນເປັນເວລາເໝິດມື້ແບບບໍ່ມີຫຼັກການ.

ຄີບອດທັນສມັຍທີ່ມີແປ້ນດີດກວມຮອດ 6 ຄູ່ຂນານ (6 Octaves -76 ໂນຕ)

ແລ້ວຕອນນີ້ພວກເຮົາຈະເລີ່ມຕົ້ນຝຶກຫຼິ້ນກັນແນວໃດ ?…
ກ່ອນອື່ນໝົດ, ມັນເປັນສິ່ງສຳຄັນທີ່ທ່ານຕ້ອງມີການຜ່ອນຄາຍນີ້ວມືທັງສອງກ່ອນ. ເພາະໃນຖານະທີ່ຍັງເປັນຜູ່ເລີ່ມຮຽນຫຼິ້ນໃໝ່ໆ, ທ່ານຈະມີຄວາມຮູ້ສຶກເຄັ່ງຄຽດເປັນໄລຍະ. ຖັດໄປ, ທ່ານຈຳເປັນຕ້ອງຝຶກຄວາມ “ເປັນອິສຣະ” ຂອງມືທັງສອງຂ້າງ ຊຶ່ງຮຽກວ່າ “ການຖອນນີ້ວມື”. ເນື່ອງຈາກວ່າ ໃນຊີວິດປະຈຳວັນຂອງມະນຸດຕາມປົກກະຕິ, ພວກເຮົາຈະນຳໃຊ້ມືທັງສອງຂ້າງ ບໍ່ສເມີກັນ. ສ່ວນຫຼາຍແມ່ນເຮົາຈະໃຊ້ມືຂວາຫຼາຍກ່ວາມືຊ້າຍ (ຍົກເວັ້ນຄົນທີ່ເປັນຂີ້ຊ້າຍມາແຕ່ກຳເນີດ), ແລະເຮົາຈະໃຊ້ 3 ນີ້ວຫຼັກຫຼາຍກ່ວາ 2 ນີ້ວນ້ອຍໃນຝ່າມືທັງສອງ ຊຶ່ງໄດ້ແກ່ : ນີ້ວໂປ້, ນີ້ວຊີ້ ແລະນີ້ວກາງ ຫຼາຍກ່ວານີ້ວນາງແລະນີ້ວກ້ອຍ. ດ້ວຍເຫດນີ້ ສອງນີ້ວນ້ອຍສຸດທ້າຍດັ່ງກ່າວນີ້ ຈະບໍ່ມີຄວາມແຂງແຮງເທົ່ານີ້ວອື່ນໆ. ແຕ່ໃນທາງກົງກັນຂ້າມ ແລະໃນທາງທີ່ອາດເວົ້າໄດ້ວ່າ ມັນເປັນການຝືນທັມມະຊາດກໍເປັນໄດ້, ເວລາຫຼິ້ນຄີບອດ ຫຼືປ່ຽນໂນ່, ນີ້ວມືທັງກໍ້າຊ້າຍແລະຂວາຂອງມະນຸດ ແມ່ນຈະຖືກຮຽກຮ້ອງການນຳໃຊ້ນີ້ວນາງແລະນີ້ວກ້ອຍຫຼາຍກວ່ານີ້ວອື່ນໆ ບໍ່ວ່າຈະແມ່ນໃນການຈັບຂອດ ຫຼືຫຼິ້ນທຳນອງຂອງເພງ.

ແລະນອກຈາກນີ້ແລ້ວ, ໃນການຫຼິ້ນຄີບອດປະເພດອັຕໂນມັດ, ທ່ານຍັງຈະຕ້ອງຄວບຄຸມທັງຈັງຫວະຂອງເພງ ໄປພ້ອມໆກັນກັບການບັນເລງທຳນອງຮ້ອງ ຫຼືການສອຍທຳນອງເພງ ຕລອດຮອດການຫຼິ້ນ Solo ໃນບາງໂອກາດອີກດ້ວຍ. ເພາະໜ້າທີ່ຂອງມືຄີບອດອັຕໂນມັດ ແມ່ນທຽບກັບນັກດົນຕຣີຄົບວົງ ແບບຢ່າງນ້ອຍ 4-5 ຄົນທີ່ຫຼິ້ນເຄື່ອງເສບຕ່າງໆພ້ອມກັນເປັນວົງຢ່າງສົມບູນແບບ !…

ເປົ້າໝາຍຂອງການຝຶກແອບໃນເບື້ອງຕົ້ນທີ່ທ່ານຈະຕ້ອງພະຍາຍາມຂ້າມຜ່ານໃຫ້ໄດ້ ແມ່ນຄວາມສາມາດໃນການຫຼິ້ນດ້ວຍ 2 ມືພ້ອມກັນ ແຕ່ເປັນແບບອິສຣະຂອງໃຜມັນ. ເພາະໂດຍຮວມແລ້ວ, ມືຊ້າຍຈະຫຼິ້ນຮູບຂອດຕ່າງໆ ຊຶ່ງມີສຽງເບສແລະກອງປະກອບນຳໂດຍອັຕໂນມັດ. ໃນຂະນະດຽວກັນ, ມືຂວາຈະຮັບໜ້າທີ່ຫຼິ້ນທຳນອງຮ້ອງ ຫຼືລູກສອຍຂອງເພງ.

ສຣຸບຮວມໂດຍຫຍໍ້ແລ້ວແມ່ນວ່າ ມືກໍ້າຊ້າຍຈະມີໜ້າທີ່ຮັບຜິດຊອບຄວບຄຸມທັງເປັນ “ມືຂອດ” ແລະບັງຄັບການໃຫ້ມືກອງໃນການຫຼິ້ນລູກລົວສົ່ງຕ່າງໆໃຫ້ວົງ ຊຶ່ງເປັນຕົວນຳທາງໃຫ້ເຄື່ອງທີ່ຫຼິ້ນພາກສ່ວນອື່ນໆປະຕິບັດການຕາມຢ່າງອັຕໂນມັດ. ດ້ວຍເຫດນີ້, ການຝຶກຝົນໃຫ້ມືທັງສອງກໍ້າມີຄວາມເປັນອິສຣະຢ່າງຂາດຕົວ ແຕ່ປະສົມປະສານກົມກຽວກັນເວລາບັນເລງ ແມ່ນຈຸດສຳຄັນທີ່ສຸດທີ່ທ່ານຈະຕ້ອງພະຍາຍາມບັນລຸໃຫ້ໄດ້ ເພື່ອທີ່ຈະກາຍເປັນມືຄີບອດອັຕໂນມັດຂັ້ນເທບໄດ້.

◆ ຮູບແບບຂອງຂອດຄີບອດສຳລັບມືຊ້າຍ

ເມື່ອເອີ່ຍເຖິງຄຳວ່າ “ຂອດ” (Chords), ຮູບການກໍ່ສ້າງຕົວຂອງຂອດຕ່າງໆ ແມ່ນທັກສະທີ່ຈຳເປັນທີ່ສຸດສຳລັບມືຄີບອດທຸກຄົນ. ຣະບົບຕົວໂນຕທັງໝົດຂອງຄີບອດ ແມ່ນຈະສາມາດເຂົ້າໃຈໄດ້ງ່າຍດາຍກວ່າ ເມື່ອທຽບກັບເຄື່ອງດົນຕຣີປະເພດອື່ນໆ, ເຊັ່ນດັ່ງຕົວຢ່າງເມື່ອທຽບກັບກິຕ້າ, ເນື່ອງຈາກວ່າ ໂນຕທຸກໆໂຕ ແມ່ນແຈກຢາຍຢູ່ເທິງແປ້ນດີດຄົບທັງໝົດທຸກໆໂນຕໃຫ້ແນມເຫັນທັນທີ ກ່ອນການບັນເລງເພງ.

➤  ກ່ອນອື່ນຂອດ (Chord) ແມ່ນຫຍັງ?

ໃນຫຼັກການທາງດົນຕຣີ, ຂອດ ໝາຍເຖິງກຸ່ມສຽງປະສານຂອງໂນຕຫຼາຍໆໂຕ ທີ່ເຮົາໄດ້ຍິນພ້ອມໆກັນ (ສອງຫຼືຫຼາຍກວ່າສອງສຽງຂຶ້ນໄປ ແລະໂດຍທົ່ວໄປຈະແມ່ນ ສາມສຽງ).

ຂອດ C Major ພື້ນຖານ ເວລາຈັບຫຼິ້ນດ້ວຍມືຊ້າຍ
3 ຮູບແບບພື້ນຖານຂອງຂອດ C Major : ໂນຕສາກົນ, ແປ້ນດີດຄີບອດ ແລະຕາຕະລາງກິຕ້າ

➤  ຂອດຄີບອດກັບຂອດກິຕ້າ ແມ່ນແນວດຽວກັນບໍ່?

ຄໍາຕອບທີ່ຖືກຕ້ອງ ຄື : ແມ່ນ ແລະ ບໍ່ແມ່ນ.
– ບໍ່ແມ່ນ – ເພາະວ່າເວລາກົດຫຼືດີດນີ້ວຫຼິ້ນ ຮູບຮ່າງແມ່ນແຕກຕ່າງກັນ ແລະສີສັນຂອງສຽງກໍບໍ່ຄືກັນ
– ແມ່ນ – ເພາະວ່າກຸ່ມໂຕໂນຕທີ່ປະກອບເປັນສຽງປະສານໃນການສ້າງເປັນຂອດ ແມ່ນອັນດຽວກັນ

ເຄື່ອງດົນຕຣີໜ່ວຍນຶ່ງ ທີ່ບໍ່ສາມາດຫຼິ້ນຫຼາຍໆໂຕໂນຕປະສົມປະສານກັນໃຫ້ເຮົາໄດ້ຍິນສຽງພ້ອມໆກັນ ຈະບໍ່ສາມາດຫຼິ້ນຂອດໄດ້, ຕົວຢ່າງ ຂຸ່ຍ, ແກ, ກອງ… ໃນບາງກໍຣະນີພິເສດ ເຮົາສາມາດຈັດແຈງໃຫ້ເຄື່ອງດົນຕຣີປະເພດ ເຄື່ອງເປົ່າ (ຂຸ່ຍ, ແກ) ຫຼືເຄື່ອງສາຍ (ຊໍ, ໄວໂອລິນ) ຫຼາຍໆໜ່ວຍໃຫ້ຫຼິ້ນພ້ອມໆກັນ ໂດຍແບ່ງໜ້າທີ່ ໃຫ້ແຕ່ລະໜ່ວຍຫຼິ້ນໂຕໂນຕທີ່ປະກອບເປັນ ຂອດນຶ່ງໆໄດ້.

➤  ຂອດ ໃຊ້ໄວ້ເຮັດຫຍັງແລະໃຊ້ເວລາໃດໃນບົດເພງ?

ຂອດ (ທັງຂອງຄີບອດແລະຂອງກິຕ້າ) ແມ່ນໃຊ້ສຳລັບມາຊ່ວຍປະກອບການປະສົມປະສານສຽງ ເຊີດຊູທຳນອງ ແລະຈັງຫວະຂອງບົດເພງ. ຕົວຢ່າງ ຂອດທີ່ມີຊື່ວ່າ C Major ຫຼື Do Majeur (ຂອດ C ທັມມະດາ) ປະກອບດ້ວຍ 3 ໂຕໂນຕອັນໄດ້ແກ່ C – E – G ຊຶ່ງຖືກຮຽກວ່າ ຄູ່ຂນານ 3, ແລະຂອດດັ່ງກ່າວນີ້ ເຖິງແມ່ນຈະດີດຫຼິ້ນດ້ວຍກິຕ້າ ຫຼືກົດຫຼິ້ນດ້ວຍຄີບອດ ກໍໝາຍເຖິງຂອດທີ່ມີຊື່ວ່າ C ຢູ່ຄືເກົ່າ ຈະແຕກຕ່າງກັນກໍພຽງແຕ່ ສີສັນຂອງເຄື່ອງດົນຕຣີທີ່ໃຊ້ໃນການຫຼິ້ນ ໃຫ້ອອກສຽງ ແລະລີລາການປັດດີດຂອງແຕ່ລະເຄື່ອງ ຊຶ່ງອັນນີ້ແມ່ນຂຶ້ນກັບຈັງຫວະຂອງແຕ່ລະເພງ ແລະເທັກນິກວິທີການໃນການນຳໃຊ້ຂອດ.

ໂດຍປົກກະຕິ ຂອດກິຕ້າແມ່ນມີໜ້າທີ່ໃຊ້ດີດເປັນຈັງຫວະຂອງເພງ ໂດຍອາສັຍລີລາແລະເທັກນິກການປັດແກວ່ງຂອງມືຂວາ ໃນຂະນະທີ່ມືຊ້າຍເຮັດໜ້າທີ່ກົດສາຍຂອງກຸ່ມໂຕໂນຕ ທີ່ປະກອບເປັນກຸ່ມຊຶ່ງມີສຽງກົມກຽວກັນ. ສ່ວນຂອດຂອງຄີບອດ ຊຶ່ງປົກກະຕິຫຼິ້ນດ້ວຍມືຊ້າຍ ໂດຍສະເພາະແມ່ນສຳລັບຄີບອດປະເພດອັຕໂນມັດ (ແຕ່ບໍ່ສເມີໄປ : ໃນບາງກໍຣະນີ ແມ່ນຫຼິ້ນດ້ວຍມືຂວາ) ແມ່ນມີໜ້າທີ່ ນອກຈາກຕົບດີດເປັນຈັງຫວະຂອງເພງຄືຂອດກິຕ້າດັ່ງກ່າວມາແລ້ວ, ຍັງສາມາດໃຊ້ເປັນຜູ່ເຮັດໜ້າທີ່ ປູພື້ນສຽງໃຫ້ບົດເພງໄດ້ອີກດ້ວຍ.

ທຸກໆຂອດຂອງຄີບອດ ຈະມີໂນຕໂຕນຶ່ງທີ່ເປັນຮາກພື້ນຖານ ເອີ້ນວ່າ Root Note (ຊຶ່ງເປັນໂນຕທີ່ໃຊ້ເປັນຊື່ຂອງຂອດ) ແລະໂນຕເພີ່ມເຕີມອີກ ນຶ່ງຫຼືຫຼາຍໂຕມາປະກອບສຽງປະສານໃຫ້ໂນຕພື້ນຖານດັ່ງກ່າວ. ຂອດພື້ນຖານທີ່ສົມບູນແບບ ແມ່ນຈະຕ້ອງມີຢ່າງນ້ອຍ 2 ໂນຕມາປະສົມກັບໂນຕພື້ນຖານ ຊຶ່ງຈະມີຣະດັບສຽງຫ່າງໄກກັນເປັນແບບ ຄູ່ຂນານ 3 ແລະຄູ່ຂນານ 5.

◆ ຂອດໃນຕຳແໜ່ງພື້ນຖານ

ເມື່ອທ່ານເລີ່ມລື້ງເຄີຍກັບຫຼັກການພື້ນຖານຂອງການກໍ່ຕົວຂອງຂອດແດ່ແລ້ວ – ດັ່ງເຊັ່ນຕົວຢ່າງວ່າ ເມື່ອທ່ານຫາກເຂົ້າໃຈດີແລ້ວກ່ຽວກັບຄຳວ່າ ຂອດແບບຄູ່ຂນານ 3 ແລະແບບຄູ່ຂນານ 5 ໃນໂໝດ Major ແລະ Minor, ທ່ານຈຳເປັນຕ້ອງຮຽນຮູ້ລັກສະນະພິເສດ ທີ່ຈະສາມາດຖືກນຳໃຊ້ເພື່ອສ້າງແນວພື້ນຖານຄວາມຫຼາກຫຼາຍຂອງຂອດຕ່າງໆ, ແລະແມ້ແຕ່ພາຍໃນຂອດຊະນິດດຽວກໍຕາມ. ສິ່ງນີ້ແມ່ນຖືກເອີ້ນວ່າ “ຂອດປີ້ນສລັບ”.

ຂອດພື້ນຖານ

ພວກເຮົາຈະເລີ່ມຕົ້ນຈາກຕຳແໜ່ງພື້ນຖານຂອງຂອດໃດນຶ່ງ ຊຶ່ງປະກອບດ້ວຍ : ໂນຕພື້ນຖານ ຫຼືຮາກຂອງຂອດ, ແລະໂນຕຄູ່ປະສານ 3 ທີ່ຕິດຕາມມາ. ເມື່ອມີການປິ້ນສລັບ, ເຮົາຈະລົບໂນຕທີ່ມີຣະດັບຕໍ່າທີ່ສຸດ (ອັນໄດ້ແກ່ ໂນຕພື້ນຖານ ຫຼືຮາກຂອງຂອດ) ແລ້ວທຳການຫຼິ້ນມັນຄືນ ໃນຣະດັບຄູ່ຂນານແປດ (1 Octave) ທີ່ສູງກວ່າທຸກໆໂນຕ. ດັ່ງນີ້, ໂນຕທີ່ຕໍ່າສຸດຂອງຂອດ ຈະກາຍເປັນໂນຕທີ່ສູງສຸດຂອງຂອດ. ນີ້ຮຽກວ່າ ການປີ້ນສລັບໃນຣະດັບທີ 1.

◆ ຂອດໃນຕຳແໜ່ງປີ້ນສລັບຣະດັບທີ 1

ຂອດປີ້ນສລັບໃນຣະດັບທີ 1

ສືບຕໍ່ການວິເຄາະໃນຂັ້ນຕໍ່ໄປ, ມາຮອດນີ້ ເຮົາຈະເອົາໂນຕທີ່ຕໍ່າທີ່ສຸດ (ແມ່ນໂນຕທີ 2 ຈາກຂອດພື້ນຖານຂອງພວກເຮົາ) ແລ້ວທຳການຫຼິ້ນມັນຄືນ ໃນຣະດັບຄູ່ຂນານແປດ (1 Octave) ທີ່ສູງຂຶ້ນໄປ. ນີ້ຮຽກວ່າ ການປີ້ນສລັບໃນຣະດັບທີ 2 ຈາກຂອດພື້ນຖານ. ຖ້າວ່າເຮົາເລີ່ມຕົ້ນອີກເທື່ອນຶ່ງ ກັບຄູ່ຂນານ 3, ພວກເຮົາຈະກັບຄືນມາຫາຮູບແບບຕົ້ນສະບັບພື້ນຖານ, ແຕ່ມີຣະດັບສູງກ່ວາເດີມ 1 ທົບເທົ່າຄູ່ຂນານແປດໃນຣະດັບສູງກ່ວາ (+1 Octave).

◆ ຂອດໃນຕຳແໜ່ງປີ້ນສລັບຣະດັບທີ 2

ຂອດປີ້ນສລັບໃນຣະດັບທີ 1

ຫາກທ່ານທຳການນັບແລະຄຳນວນເບິ່ງດີໆ, ທ່ານຈະເຫັນແລະເຂົ້າໃຈວ່າ ມັນສາມາດມີ 2 ການປີ້ນສລັບທີ່ເປັນໄປໄດ້ ກັບຂອດປະເພດຄູ່ຂນານ 3 (ຫຼືອາດສາມາດເອີ້ນໄດ້ອີກຊື່ນຶ່ງວ່າ “ຂອດທີ່ປະກອບດ້ວຍ 3 ໂຕໂນຕ). ແລະສາມາດສ້າງໄດ້ 3 ຮູບການສລັບປີ້ນ ສຳລັບຂອດທີ່ປະກອບດ້ວຍ 4 ໂຕໂນຕ, ແລະຕໍ່ໆໄປ… ຈຳນວນຂອງຮູບການສລັບປີ້ນທີ່ເປັນໄປໄດ້ ແມ່ນຂຶ້ນກັບຈຳນວນຂອງໂນຕທີປະກອບສ້າງເປັນຂອດພື້ນຖານ ລົບ -1.

ຖ້າຫາກທ່ານທົດລອງຫຼິ້ນຂອດເຫຼົ່ານີ້ແລະຟັງສຽງທີ່ໄດ້ຍິນຢ່າງຈົດຈໍ່, ທ່ານຈະສັງເກດເຫັນວ່າ ການສລັບປີ້ນຂອດ ພາໃຫ້ສຽງໂດຍຮວມ ມີເອກລັກແລະສີສັນແຕກຕ່າງກັນ. ນີ້ໝາຍຄວາມວ່າ ອົງປະກອບດຽວຂອງຂອດທີ່ປະກອບດ້ວຍໂນຕທີ່ມີການປີ້ນສລັບ ມີອິທິພົນຕໍ່ຄວາມຮູ້ສຶກເວລາຮັບຟັງ. ຫາກທ່ານນຳໃຊ້ຮູບການປີ້ນສລັບຂອງຂອດໃນການບັນເລງເພງທົ່ວໄປຢ່າງຮອບຄອບ, ທ່ານຈະໄດ້ຮັບຄວາມອຸດົມສົມບູນຂອງສຽງ, ເຖິງແມ່ນວ່າຈະເປັນເພງປະເພດທີ່ວ່າ ງ່າຍດາຍ, ເນື່ອງຈາກວ່າ ພວກເຮົາມີການສ້າງສັນບໍ່ໃຫ້ມີຂອດເກົ່າທີ່ຊໍ້າຊາກແກ່ຍາວໃນວັກຕອນຕ່າງໆຂອງບົດເພງ ອັນພາໃຫ້ຟັງເປັນໜ້າເບື່ອໜ່າຍໄວ.

ນອກຈາກນີ້ແລ້ວ – ດັ່ງທີ່ທ່ານໄດ້ສັງເກດເຫັນເມື່ອລອງຫຼິ້ນສຽງຂອດປີ້ນສລັບເຫຼົ່ານີ້ເບິ່ງ ດ້ວຍການວາງນີ້ວມືຢ່າງຖືກຕ້ອງຕາມຫຼັກການ Piano – ພວກມັນຈະສ້າງຄວາມສະດວກໃຫ້ແກ່ການປ່ຽນຂອດນຶ່ງໄປຫາອີກຂອດໃໝ່, ໂດຍສະເພາະແມ່ນໃນກໍຣະນີທີ່ຂອດທັງສອງທີ່ກ່າວມານີ້ ມີໂນຕຮ່ວມ ໃນໂຄງຮ່າງກໍ່ສ້າງຂອງຂອດ, ຊຶ່ງພາໃຫ້ການປ່ຽນຂອດມີຄວາມສະດວກສະບາຍ ບໍ່ຂັດກັບການປ່ຽນຮູບການຈັບຂອງນີ້ວມືທັງໝົດເວລາບັນເລງເພງ.

ອີກສິ່ງນຶ່ງທີ່ສຳຄັນທີ່ສຸດ ເວລາຝຶກຈັບຂອດຄີບອດໃໝ່ໆ, ແມ່ນໃຫ້ພະພາຍາມຝຶກການວາງໜ້າທີ່ຂອງແຕ່ລະນີ້ວທັງ 5 ໃຫ້ຖືກຕ້ອງຕາມຫຼັກການຂອງທິສດີ Piano. ເພາະວ່າມັນຈະມີຜົນສະທ້ອນອັນຍາວນານໃນພາຍພາກໜ້າ ເມື່ອທ່ານຈະກ້າວໄປສູ່ການຫຼິ້ນຂອດທີ່ສັບສົນຫຍຸ້ງຍາກກ່ວາຂອດພື້ນຖານທີ່ໄດ້ສາທິດມານີ້. ເມື່ອເວລານັ້ນມາເຖິງ, ທ່ານຈະເຫັນວ່າ ການປ່ຽນຂອດຕ່າງໆ ບໍ່ວ່າຈະແມ່ນໃນກໍຣະນີປົກກະຕິ ຫຼືໃນກໍຣະນີນຳໃຊ້ຂອດປີ້ນສລັບ, ການເຄື່ອນຍ້າຍນີ້ວມື ກໍຈະມີຄວາມສະດວກສະບາຍ ແລະບໍ່ຝືດເຄືອງຂໍ້ມື ແລະຍັງເບິ່ງງົດງາມແລະມີສງ່າຣາສີອີກດ້ວຍ. ບໍ່ດັ່ງນັ້ນ, ມັນຈະເປັນອຸປສັກທີ່ແກ້ໄຂພາຍຫຼັງໄດ້ຍາກທີ່ສຸດ, ແລະເບິ່ງກໍບໍ່ງົດງາມຕາ ເພາະເປັນລັກສະນະການຈັບຂອດແບບ “ນີ້ວມືຄົດໆ ງໍໆ!…”

ເພາະສຣຸບແລ້ວ, ດົນຕຣີແລະການບັນເລງດ້ວຍເຄື່ອງດົນຕຣີໂດຍທົ່ວໄປ ບໍ່ວ່າຈະແມ່ນເຄື່ອງເສບປະເພດໃດກໍຕາມ, ລ້ວນແຕ່ແມ່ນ “ສິລປະຢ່າງນຶ່ງ” ຊຶ່ງບໍ່ພຽງແຕ່ໃຫ້ຄວາມມ່ວນຊື່ນແກ່ຜູ່ຟັງແລະຜູ່ໄດ້ຍິນ ໄດ້ສັມພັດເທົ່ານັ້ນ; ແຕ່ມັນສົມຄວນໄດ້ຮັບຄວາມຊື່ນຊົມແລະອອນຊອນຈາກສາຍຕາຂອງຜູ່ເບິ່ງແລະຜູ່ຊົມເຊັ່ນດຽວກັນ.

ຂອດຄີບອດ C Major ໃນຕຳແໜ່ງພື້ນຖານ
ຂອດຄີຍອດ F Major ຕຳແໜ່ງປີ້ນສລັບທີ 2
ຂອດຄີຍອດ G Major ຕຳແໜ່ງປີ້ນສລັບທີ 1

Paris, 24 ກຸມພາ 2025