ເພງ “ບໍ່ເຄີຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1967)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ບໍ່ເຄີຍ”

1) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍໄດ້ແຕ່ງງານ
ຕັ້ງແຕ່ເກີດມາ ອາຍຸສາມສິບເອັດ
ມີລູກຕັ້ງເຈັດ ມີເມັຽກໍແສນນານ
ແຕ່ຂ້າບໍ່ເຄີຍ ບໍ່ເຄີຍໄດ້ແຕ່ງງານ
ເພາະໜີຕາມ ກັນງານວິວາເລີຍບໍ່ມີ

2) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍເປັນເສດຖີ
ພໍຂ້າຖືກຫວຍ ເລີຍລໍ່າລວຍເງິນລ້ານ
ຊື້ນາຊື້ບ້ານ ຊື້ໂຮງງານໂຮງສີ
ແຕ່ຂ້າບໍ່ເຄີຍ ບໍ່ເຄີຍເປັນເສດຖີ
ໝຸນເງິນບໍ່ດີ ເງິນທີ່ມີເລີຍໝົດໄປ

3) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍສົດຊື່ນໃຈ
ພໍໝົດເງິນທອງ ເລີຍຕ້ອງນັ່ງໜ້າເສົ້າ
ຫົວໃຈແສນເອົ້າ ຄິດມານໍ້າຕາຕົກໃນ
ເສັຽເສັ້ນຈິງໜໍ ຂ້າບໍ່ເຄີຍຈະດີໃຈ
ຢາກຜູກຄໍຕາຍຢ້ານ ເມັຽເປັນໝ້າຍເລີຍທົນເອົາ

4) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍຂີ່ເຮືອບິນ
ພໍຂຶ້ນໄປນັ່ງ ສຽງຍົນດັງໃບພັດປິ່ນ
ຍົນຂຶ້ນເສັດສິ້ນ ຂ້າກໍເປັນວິນຈົນໜ້າຂາວ
ເພາະຂ້າບໍ່ເຄີຍ ຂີ່ເລີຍກໍຈຶ່ງເມົາ
ພໍຍົນຈອດເຊົາ ຟ້າວເອົາຂອງເກົ່າໄປເທ

5) ບໍ່ເຄີຍ ບໍ່ເຄີຍ ບໍ່ເຄີຍທ່ຽວໂລເລ
ພໍເບີກເງິນເດືອນ ເພື່ອນເລີຍຊວນກິນເຫຼົ້າປຸກ
ກິນແລ້ວໄປບຸກ ບຸກຈົນເດີນໂຊເຊ
ຍ້ອນເຫຼົ້າດອກໜາ ຂ້າຈຶ່ງທ່ຽວໂລເລ
ຕ້ອງເດີນຂາເຄ ເພາະສິ່ງໂລເລອາສັຍເຮົາ…

ໂນຕເພງ “ບໍ່ເຄີຍ”
ວິດີໂອໂນຕບັນເລງເພງ “ບໍ່ເຄີຍ”