ເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”

ເນື້ອຮ້ອງ & ທຳນອງ : ວໍຣະເດດ ດິດທະວົງສ໌ (1973)
ນັກຮ້ອງຕົ້ນສະບັບ : ວໍຣະເດດ ດິດທະວົງສ໌

ວິດີໂອດົນຕຣີບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
  1. ສຸຣິຍາ ຈາກຟ້າແຄ່ຄືນກໍກັບ
    ແຕ່ນະພາ ເມຄາມືດມົນຍັງຈາງຫາຍ
    ແລ້ວເຫດໃດ ນ້ອງຈະໄປເສົ້າໂສກຫົວໃຈ
    ມົວຫ່ວງໃຍ ໃບໜ້າຂື່ນຂົມ

  2. ຢຸດເຖີດໜາ ດອກຟ້ານ້ອງຢ່າຮ້ອງໄຫ້
    ຢ່າເສັຽໃຈ ເມື່ອຄົນຮັກມາຢຸດຊົມ
    ຕັ້ງຄວາມຫວັງ ແລ້ວຊີວັງນ້ອງຈະສຸກສົມ
    ສິ້ນຣະທົມ ໃບໜ້າແຈ່ມສີ

  3. ໂປຣດຈົ່ງຄິດ ເຖິງອ້າຍທີ່ໃຝ່ຮັກ
    ໝັ້ນສມັກ ຮັກນ້ອງຄົນດີ
    ເຖິງນ້ອງມາ ມີຊາຍໜ່າຍໜີ
    ອ້າຍຂໍມອບຊີວີ ແທນຊາຍໃຈແຂງ

  4. ຍິ້ມເຖີດໜາ ທ້ອງຟ້າກໍຈະສວ່າງ
    ສິ່ງທີ່ຫວັງ ໃນໃຈແນ່ນອນຄົງເຫັນແສງ
    ຂໍອຸທິດ ຂໍບັນເລງຮັກມາສຸດແຮງ
    ດາວສິ້ນແສງ ອ້າຍຈຶ່ງສິ້ນຮັກ…
ໂນຕເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”
ວິດີໂອໂນຕບັນເລງເພງ “ຍິ້ມເຖີດນ້ອງຢ່າຮ້ອງໄຫ້”