ເພງ “ຢາກຝາກຮັກ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ & ສົມລິດ ອ້ວນສວັດດີ (1964)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຢາກຝາກຮັກ”

1) ຢາກຝາກຄວາມຮັກ ແກ່ນາງ
ຫົວໃຈອ້າຍຊ່າງ ຕື້ນຕັນໄຫວຫວັ່ນສະທ້ານ
ເໝືອນນຶ່ງມົນຕຣາຟ້າລັ່ນ ຄອຍເຝົ້າຈະເອົາໂທດທັນ
ມາຄອຍກາງກັ້ນ ຫົວໃຈບໍ່ວາຍ

2) ຍິ່ງມອງຍິ່ງສວຍ ຍິ່ງງາມ
ສົມຊື່ສົມນາມ ຄົນງາມມີຄູ່ຫຼືໃດ
ໄດ້ແຕ່ແອບມອງຂວັນໃຈ ຈິຕອ້າຍຫວັ່ນໄຫວໝາຍປອງ
ສເນ່ນວນນ້ອງນາງ ຝັງໃຈອ້າຍນີ້ບໍເລືອນ

• ເໝືອນ ພາບປຣະທັບດວງໃຈ
ຈະຫາຍິງໃດງາມ ນໍ້າໃຈບໍ່ມີເໝືອນ
ປຣາຖນາ ຂວັນຕານ້ອງມາເປັນເພື່ອນ
ຮ່ວມຊີວີ ຄົນດີທີ່ອ້າຍໝາຍປອງ

3) ຢາກຝາກຄວາມຮັກ ກັບສຽງເພງ
ອ້າຍຈະບັນເລງ ເປັນເພງຮັກຈາກດວງໃຈ
ແມ່ນນ້ອງໄດ້ຍິນຄັ້ງໃດ ຈົ່ງໄດ້ເຂົ້າໃຈເສັຽທີ
ຕຣາບຊົ່ວຊີວີ ອ້າຍຮັກນ້ອງນີ້ນາງດຽວ…

ໂນຕເພງ “ຢາກຝາກຮັກ”
ວິດີໂອໂນຕບັນເລງເພງ “ຢາກຝາກຮັກ”