ເພງ “ນໍ້າຕົກເຊລະບຳ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1968)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ນໍ້າຕົກເຊລະບຳ”
  1. ແສນສຸກໃຈເຫຼືອຂົ່ມ ຊື່ນຊົມ ເມື່ອຍາມໄດ້ມາ
    ເຫັນນໍ້າໂຕນຕົກຜາ ຫຼັ່ງລົງງາມຕາ ຊັກພາໃຫ້ຝັນ
    ສາຍລົມໂຊຍແຜ່ວຜິວ ນໍ້າໂຕນແຕກປີວ ຄ້າຍຄວັນ
    ໂອ້ເຊລະບຳ ງາມດັ່ງສວັນ ເສກສັນໄວ້ໃຫ້…

  2. ເຫັນໜຸ່ມສາວລ່ອງລອຍ ພ່ອງງອຍ ສີລາຢືນຫຼິ້ນ
    ມວນນົກກໍເຈີດບິນ ເສາະແສ່ວຫາກິນ ທ່າມກາງນໍ້າໄຫຼ
    ສຽງນໍ້າເຊຕົກຜາ ຄ້າຍສຽງສັ່ງລາ ຮ້າງໄກ
    ປຽບຊີວິດຄົນ ພົ້ນຜ່ານເລີຍໄປ ຫາໃດແນ່ນອນ…

  3. ແຄມຝັ່ງເຊນັ້ນມີ ພຶກສາຂະຈີ ເດັຽຣະດາດ
    ງາມບຸບຜາຊາດ ສົ່ງກິ່ນຫອມ ເຜິ້ງຕອມເກສອນ
    ເງົາໄມ້ແຜ່ຄຸມບັງ ເຢືອກເຢັນທົ່ວຝັ່ງ ໜ້າເອນຫຼັງນອນ
    ສຸດອອນຊອນ ປາບ້ອນກິນເຫຍື່ອ ເມື່ອມອງເພີນໃຈ…

  4. ແມ້ນຈາກເຊນີ້ໄປ ຈະໄກ ແສນໄກກໍຕາມ
    ໃຈຂ້າຍັງຈົດຈຳ ພາບເຊລະບຳ ຝັງຈິດບອກໄວ້
    ທັມມະຊາດດູດດຶງ ຣຶທັຍຄະນຶງ ເລື້ອຍໄປ
    ຫາກຊີວິດຍັງ ຫວັງວ່າຄົງໄດ້ ຫວນໄປທ່ຽວຊົມ…
ໂນຕເພງ “ນໍ້າຕົກເຊລະບຳ”
ວິດີໂອໂນຕບັນເລງເພງ “ນໍ້າຕົກເຊລະບຳ”