ເພງ “ຂໍຄືນຄຳສັນຍາ”

ເນື້ອຮ້ອງ & ທຳນອງ : ພົມມາ ສົມສຸທິ (1969)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ

ວິດີໂອດົນຕຣີບັນເລງເພງ “ຂໍຄືນຄຳສັນຍາ”

1) ນ້ອງເຄີຍສັນຍາ ຮັກໝັ້ນຣຶທັຍໄວ້ກ່ອນ
ຈະຮັກແນ່ນອນ ບໍ່ປ່ຽນແປຜັນ
ຫຼົງຜິດຄິດຝັນວ່າເປັນຈິງ ທີ່ແທ້ກໍຍິງຫວັງພຽງໝັ້ນ
ຫຼອກໃຫ້ເຮົາຝັນ ຕາຍໃຈ

2) ແທ້ຈິງນ້ອງມີ ຮັກທີ່ໝາຍປອງໄວ້ກ່ອນ
ມາຮູ້ກໍຕອນ ທີ່ມັນແສນສວາຍ
ນ້ອງຢິບຍື່ນຮັກໃຫ້ຈອມປອມ ຮັກແທ້ເຈົ້າທອມໃຫ້ຄົນໃໝ່
ບົ່ມຄວາມເຈັບໄວ້ ເສົ້າໃຈໂສກສັນ

• ເມື່ອມາພົບ ປະສົບແກ້ວຕາ
ອ້າຍຂໍຄືນຄຳທີ່ວ່າ ຮັກສຸດຊົ່ວຟ້ານິຣັນ
ມອບຄຳໃໝ່ໄວ້ ຂໍຈາກໄປຈົນຊົ່ວຊີວັນ
ແມ່ນເກີດຊາດໃດຢ່າພານ ພົບນົງຄານຜູ່ມີສອງໃຈ

3) ສົງສານຕົວເອງ ທີ່ຖືກນັກເລງຮັກຫຼອກ
ອົກຊໍ້າຈິດຊອກ ເກືອບຊີບສລາຍ
ບົດຮຽນບົດຮັກປະຈັກມາ ສູງເໜືອຣາຄາທີ່ຄວນໄດ້
ຈະຈົດຈຳໄວ້ ຈົນໃຈສິ້ນເອີຍ…

ໂນຕເພງ “ຂໍຄືນຄຳສັນຍາ”
ວິດີໂອບັນເລງເພງ “ຂໍຄືນຄຳສັນຍາ”