ນຳໃຊ້ໂປຣແກຣມ MIDI Song to Style ສ້າງຈັງຫວະໃຫ້ຄີບອດ Yamaha ຈາກເພງ Midi File

ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

1. ບົດຄຳນຳ

ບົດຂຽນນີ້ ແມ່ນແນໃສ່ການນຳເອົາເອກສານ Midi File ມາສັງເຄາະແລະສ້າງໃຫ້ເປັນເອກສານ Style ຈັງຫວະສຳລັບຄີບອດ PSR SX900 ດ້ວຍໂປຣແກຣມ MIDI Song to Style ຂອງ Yamaha.

ເອກສານ Midi File ຂອງຂ້າພະເຈົ້າ ແມ່ນໄດ້ນຳໃຊ້ Style ໂຮງງານທີ່ມີມານຳເຄື່ອງຂອງຄີບອດ PSR S950 ທຳການອັດບັນທຶກລ່ວງໜ້າເປັນເພງແບບດົນຕຣີບັນເລງ ໂດຍມີການຮຽບຮຽງດົນຕຣີໃຫ້ສຽງ Piano ເປັນເຄື່ອງນຳໜ້າຫຼິ້ນສຽງທຳນອງຮ້ອງຂອງເພງ.

ຕົ້ນສະບັບບົດເພງ “ລາກ່ອນຈາກ” ແມ່ນບົດປະພັນຂອງທ່ານ ອາຈານ ສ. ແສງສິຣິວັນ (1965) ໂດຍແມ່ນທ່ານ ຄໍາເຕີມ ຊານຸບານ ເປັນຜູ່ຂັບຮ້ອງທຳອິດ. ຂ້າພະເຈົ້າໄດ້ທຳການອັດບັນທຶກເປັນເພງແບບດົນຕຣີບັນເລງ ດ້ວຍຄີບອດ PSR S950 ເມື່ອປີ 2017, ໂດຍໄດ້ເລືອກໃຊ້ Style ຈັງຫວະໃນຄີບອດເອງຊຶ່ງມີຊື່ວ່າ Rumba Bolero ແລະໄດ້ເລີ່ມຕົ້ນທຳການເລືອກຄວາມໄວຂອງຈັງຫວະ Tempo ໃນເບື້ອງຕົ້ນດ້ວຍຄ່າປະມານ 124, ຈາກນັ້ນ ໄດ້ມີການປັບປຸງໃຫ້ຄ່າດັ່ງກ່າວຫຼຸດລົງມາເປັນ Tempo 121 ໃນບັ້ນສຸດທ້າຍ ເມື່ອມີການປະສົມປະສານເຄື່ອງເສບຊະນິດອື່ນໆໃສ່.

ເປົ້າໝາຍຂອງບົດຂຽນນີ້ ແມ່ນແນໃສ່ການສ້າງ Style ຈັງຫວະປະເພດທີ່ ຮຽກວ່າ Style “ຕາມເພງ” ໃຫ້ຜູ່ທີ່ພວມຝຶກຫຼິ້ນຄີບອດໃໝ່ໆ ຈະສາມາດກົດຫຼິ້ນທ່ອນຂຶ້ນຕົ້ນ, ທ່ອນບັນເລງຕອນກາງ ແລະທ່ອນຈົບເພງ ໂດຍການເລືອກກົດພຽງແຕ່ດຸມພິເສດສະເພາະຕົວເທິງຄີບອດ ແລ້ວເຄື່ອງຈະທຳການຫຼິ້ນຂໍ້ມູນເພງໃຫ້ເອງໂດຍອັຕໂນມັດ. ທ່ານພຽງແຕ່ລໍຖ້າໃຫ້ມັນຫຼິ້ນຈົບທ່ອນຫຼືວັກທີ່ກ່າວມານັ້ນ ແລ້ວມັນຈະສືບຕໍ່ໄປຫຼິ້ນພາກສ່ວນອື່ນໆຕາມທີ່ທ່ານຈະບັງຄັບບັນຊາ.

ກ່ອນອື່ນໝົດ ພວກເຮົາມາສຶກສາເບິ່ງໂຄງຮ່າງຂອງເພງ Midi File ບົດນີ້ຕາມໂນຕເພງທີ່ຂ້າພະເຈົ້າໄດ້ແກະເນື່ອຮ້ອງ, ທຳນອງແລະຂອດໄວ້ດັ່ງນີ້. ບົດເພງນີ້ ເປັນເພງປະເພດ 4 ທ່ອນ ຊຶ່ງໄດ້ແກ່ :
– ວັກທີ 1 (A)
– ວັກທີ 2 (B)
– ວັກທີ 3 (C) ຫຼືທ່ອນແຍກ
– ວັກທີ 4 (D)
ແລະເພີ່ມດ້ວຍວັກຈົບເພງ (E) ທີ່ຈະລົງເພງດ້ວຍການຜ່ອນສຽງລົງທີ່ລະນ້ອຍ… ບົດເພງນີ້ ຕົ້ນສະບັບແມ່ນເປັນຈັງຫວະ ລຳວົງ, ແລະຣະດັບສຽງຮ້ອງຂອງສິລປິນຕົ້ນສະບັບ ແມ່ນຢູ່ໃນຣະດັບ Key Eb.

ໂຄງຮ່າງການຮຽບຮຽງແລະແຍກສຽງດົນຕຣີ ແມ່ນປະກອບດ້ວຍ :
1. ດົນຕຣີຂຶ້ນຕົ້ນເພງ ຊຶ່ງທາງສັບພາສາດົນຕຣີສາກົນຈະຮຽກວ່າ ວັກ INTRO ຊຶ່ງມີ 8 ຫ້ອງ
2. ເນື້ອຮ້ອງວັກທີ 1 ມີ 16 ຫ້ອງ
3. ເນື້ອຮ້ອງວັກທີ 2 ມີ 16 ຫ້ອງ
4. ເນື້ອຮ້ອງທ່ອນແຍກ ຫຼືວັກທີ 3 ມີ 16 ຫ້ອງ
5. ເນື້ອຮ້ອງວັກທີ 4 ມີ 16 ຫ້ອງ
6. ດົນຕຣີຈົບເພງ ມີ 8 ຫ້ອງ ແລະຈະມີການຊໍ້າຄືນດ້ວຍການຜ່ອນສຽງລົງທີລະນ້ອຍ ຕາມພາສາດົນຕຣີສາກົນທີ່ຮຽກວ່າ Fade Out…

ດົນຕຣີບັນເລງເພງ “ລາກ່ອນຈາກ” ອັດດ້ວຍຄີບອດ PSR S950 ປີ 2017

ການວິເຄາະແລະວິຈັຍບົດເພງອອກມາເປັນດັ່ງຕາມຂ້າງເທິງນີ້ ແມ່ນພື້ນຖານຫຼັກທີ່ສຳຄັນທີ່ສຸດ ຊຶ່ງຈະເປັນຂື່ຂອງການນຳໄປໃຊ້ເປັນແບບແຜນໃນການສ້າງຈັງຫວະທີ່ຮຽກວ່າ Style ແກ່ຄີບອດ Yamaha ປະເພດ Arranger.

ໝາຍເຫດ : ສຳລັບບົດວິທີສ້າງຈັງຫວະຄີບອດດ້ວຍເອກສານ Midi File ບົດນີ້, ສົມມຸດວ່າ ທ່ານໄດ້ມີຄວາມຮູ້ແລະຄວາມເຂົ້າໃຈພໍສົມຄວນແລ້ວ ກ່ຽວກັບພື້ນຖານທາງສັບດົນຕຣີສາກົນທົ່ວໄປ, ໂດຍສະເພາະແມ່ນໄດ້ແກ່ ຊື່ແລະຮູບການຈັບ ຂອດສຳລັບຄີບອດໂດຍສະເພາະ. ເນື່ອງຈາກບົດບັນທຶກໂນຕເພງ “ໝາກຖົ່ວງອກ” ແມ່ນມີການບັນທຶກຂອດເປັນຮູບແບບສຳລັບ ກິຕ້າ ກໍຕາມ.

ສ່ວນໂນຕທຳນອງຮ້ອງນັ້ນ ບໍ່ຈຳເປັນທີ່ທ່ານຈະຕ້ອງອ່ານມັນເປັນກໍໄດ້. ເພາະຂ້າພະເຈົ້າມີການແນບເອກສານສຽງເປັນຣະບົບ MP3 ຂອງເພງ Midi File ໃຫ້ພ້ອມເພື່ອທ່ານຈະສາມາດໃຊ້ເປີດຟັງເປັນແບບຢ່າງອ້າງອີງ. ແຕ່ຂ້າພະເຈົ້າຄຶດວ່າ ທຸກໆຄົນໂດຍສ່ວນມາກ ແມ່ນຄົງຈະຮູ້ຈັກທຳນອງຮ້ອງຂອງບົດເພງນີ້ມາແລ້ວ ເພາະເປັນເພງລາວອະດີດທີ່ໄດ້ຮັບຄວາມນິຍົມມາໂດຍຕລອດ ໂດຍສະເພາະໃນງານສັງສັນ ຫຼືງານລື່ນເລີງຕ່າງໆ ຂອງຊາວລາວເຮົາ ທີ່ມັກຈະເສບຮ້ອງເພງນີ້ ໃນເວລາປິດທ້າຍຣາຍການ ກ່ອນການເລີກລາກັນໄປ.

ແລະຂໍຢໍ້າອີກວ່າ ໂປຣແກຣມ MIDI Song to Style ຂອງ Yamaha ແມ່ນສາມາດໃຊ້ສ້າງຈັງຫວະ Style ໃຫ້ສະເພາະຄີບອດຮຸ່ນ Genos ແລະ PSR SX ເທົ່ານັ້ນ. ຮຸ່ນອືນໆ ອາດຈະບໍ່ສາມາດອ່ານເອກສານ Style ທີ່ສ້າງຈາກໂປຣແກຣມນີ້ໄດ້ຢ່າງຖືກຕ້ອງ, ນີ້ແມ່ນສິ່ງສຳຄັນທີ່ຄວນຮັບຮູ້ໄວ້ກ່ອນລ່ວງໜ້າ.

ໜ້າຈໍຄອມທີ່ສະແດງໂປຣແກຣມດັ່ງກ່າວນີ້ ແມ່ນອີງຕາມຄອມ Macintosh Os X ຊຶ່ງອາດມີບາງສັບຂອງຣະບົບການຫຼືແປ້ນພິມດີດ ຈະມີຊື່ຕ່າງກັນເລັກນ້ອຍກັບຣະບົບຄອມຂອງ Windows. ອີກປະການສຸດທ້າຍ, ຂ້າພະເຈົ້າສົມມຸດຖານວ່າ ທ່ານມີຄວາມຄຸ້ນເຄີຍແລ້ວ ກັບການໃຊ້ງານພື້ນຖານຂອງຄອມພິວເຕີ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 11 ກຸມພາ 2025