ເພງ “ລືມເສັຽເຖີດ” (ຍິງ)

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1970)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ລືມເສັຽເຖີດ”

1) ຈົ່ງລືມເສັຽທີ ວ່າມີນ້ອງຢູ່
ໂປຣດເຖີດຍອດຊູ້ ໂປຣດຈົ່ງຈຳໃຈ
ຈົ່ງຕັດຄວາມຮັກໃຫ້ຫ່າງ ຂີດຊື່ຂອງນ້ອງຈາກໃຈ
ຢ່າຫ່ວງອາລັຍ ຫ່ວງໃຍສັມພັນ

2) ເມື່ອເຮົາສອງຄົນ ຝັນຄົນລະຢ່າງ
ກໍສຸດໃຈຫວັງ ຕ້ອງຫ່າງໄກກັນ
ຢູ່ໄປຄົງຊໍ້າຣະທົມ ຂື່ນຂົມຈົນຊົ່ວຊີວັນ
ຈະທໍຣະມານ ຫົວໃຈໄຮ້ຄ່າ

• ແຕ່ຈົ່ງຟັງສຽງ ຂອງນ້ອງນີ້ກ່ອນ
ກ່ອນຈະຈາກຈອນ ພາກໄກຫາຍໜ້າ
ໂປຣດຈົ່ງມອງນ້ອງ ດ້ວຍແວວເມດຕາ
ເຖິງຈະຈາກລາ ກໍຈົ່ງດ້ວຍດີ

3) ຫາກມີເມື່ອໃດ ຫົວໃຈກົງກັນ
ຫາກເທບສວັນ ນັ້ນໂປຣດປຣານີ
ຈຶ່ງຄ່ອຍມາຮັກກັນໃໝ່ ຮ່ວມໃຈຮ່ວມກັນຝັນດີ
ຊົ່ວນາຕາປີ ຊີບນີ້ມະລາຍ…

ໂນຕເພງ “ລືມເສັຽເຖີດ”
ວິດີໂອໂນຕບັນເລງເພງ “ລືມເສັຽເຖີດ”