ເພງ “ເບື່ອຜູ່ຊາຍ” (ເອົາຄວາມຮັກຖິ້ມລົງນໍ້າຂອງ)

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1970)
ນັກຮ້ອງຕົ້ນສະບັບ : ນະຣຽມ

ວິດີໂອດົນຕຣີບັນເລງເພງ “ເບື່ອຜູ່ຊາຍ”

1) ຢາກເອົາຜູ່ຊາຍ ຖິ້ມລົງນໍ້າຂອງໃຫ້ໝົດ
ຢາກເອົານໍ້າກົດ ຢົດລົງຫົວໃຈຊາຍຈິງ
ຊາຍເກີດມາຫຍັງ ເກີດມາທຳລາຍໃຈຍິງ
ທຳລາຍທຸກສິ່ງ ແມ້ແຕ່ຍິງເພດອ່ອນແອ

2) ຢາກເອົາຄວາມຮັກ ຖິ້ມລົງກົ້ນເຫວກວ້າງໃຫຍ່
ຢາກເອົາໝາມໄຜ່ ຈິ້ມໃສ່ຫົວໃຈຈິງແທ້
ຊາຍຫຼອກຊາຍລວງ ບໍ່ຄວງບໍ່ຂໍຕໍແຍ
ຜູ່ຊາຍບໍ່ແທ້ ບໍ່ຂໍຫຼຽວແລໃຫ້ມີຣາຄີ

• ຫາກປ່ອຍໃຫ້ຍິງ ຢູ່ດ້ວຍກັນໃນໂລກ
ຄົງບໍ່ມີເສົ້າ ມີໂສກຈັກທີ
ບໍ່ມີນິນທາ ບໍ່ມີອິດສາບໍ່ມີສຽດສີ
ບໍ່ມີຣາຄີ ຈາກຊາຍໃຈຜີຕົນໃດ

3) ຢາກເອົາຄວາມຊັງ ຖິ້ມລົງໃສ່ໜອງໂສໂຄກ
ຢາກເອົາຄວາມໂສກ ຖິ້ມລົງໃນໂຄກກວ້າງໃຫຍ່
ແລ້ວເອົາຜູ່ຊາຍ ທັງຫຼາຍໂຍນທັບລົງໄປ
ເອົາໄຟກອງໃຫຍ່ ຈູດໃສ່ໃຫ້ສູນສິ້ນໄປ…

ໂນຕເພງ “ເບື່ອຜູ່ຊາຍ”
ວິດີໂອບັນເລງເພງ “ເບື່ອຜູ່ຊາຍ”