“ອຸປກອນຄວບຄຸມເຄື່ອງ MIDI” (MIDI Controller)

MIDI Controller ແມ່ນອຸປກອນຄວບຄຸມງານ ຊຶ່ງອາດຈະເປັນເຄື່ອງມື ຫຼືເປັນໂປຣແກຣມໃດນຶ່ງກໍໄດ້ ທີ່ສາມາດສັ່ງການແລະສົ່ງຂໍ້ມູນ MIDI ໄປຫາອຸປກອນທີ່ເຂົ້າໃຈຣະຫັດ MIDI. ໂດຍປົກກະຕິ ແມ່ນເພື່ອກະຕຸ້ນສຽງ ແລະກໍານົດການຄວບຄຸມຂອງການປະຕິບັດງານດ້ານດົນຕຣີອີເລັກໂທຣນິກ. ສ່ວນຫຼາຍມັກເປັນແປ້ນຄີບອດ ເພື່ອສົ່ງຂໍ້ມູນກ່ຽວກັບການຫຼິ້ນສຽງດົນຕຣີໂດຍທົ່ວໄປ, ແຕ່ວ່າ ຕົວຄວບຄຸມ MIDI ຍັງສາມາດໃຊ້ງານໃນການຄວບຄຸມຣະບົບແສງສີເທິງເວທີ ແລະເອຟເຟັກອື່ນໆໄດ້. ຍັງມີອຸປກອນຄວບຄຸມລົມສຳລັບເຄື່ອງເປົ່າ ທີ່ມີຕົວສັມພັດທີ່ປ່ຽນຄວາມກົດດັນຂອງລົມຫາຍໃຈ ໃຫ້ເປັນຂໍ້ມູນປະຣີມານແລະຄວາມດັນຂອງຮິມສົບ ເພື່ອຄວບຄຸມສຽງໄດ້ອີກ. ນອກຈາກນີ້ ຍັງມີອຸປກອນຄວບຄຸມສໍາລັບກອງຊຸມ ແລະເຄື່ອງສາຍ, ເຊັ່ນດຽວກັນກັບອຸປກອນພິເສດອື່ນໆອີກ. ບາງອຸປກອນຄວບຄຸມ MIDI ຈະຖືກໃຊ້ໃນການເຊື່ອມໂຍງກັບໂປຣແກຣມອັດສຽງດິຈິຕອນໂດຍສະເພາະທີ່ຮຽກວ່າ “Sequencer”. ຣະບົບມາຕຖານຂອງພາສາ MIDI Standard ຕົ້ນສະບັບ ໄດ້ຖືກຂຍາຍຕົວຕລອດມາ ໂດຍມີການເພີ່ມຣະຫັດ MIDI ເພື່ອຮວມເອົາຄຸນສົມບັດການຄວບຄຸມທີ່ຫຼາກຫຼາຍຂຶ້ນໃຫ້ແກ່ເຄື່ອງດົນຕຣີດິຈິຕອນຍຸກໃໝ່ຢ່າງບໍ່ຢຸດຢັ້ງ.

Roland Keytar, ແມ່ນຄີບອດຄວບຄຸມ MIDI ທີ່ຖືກອອກແບບມາເພື່ອສາມາດພາຍໃສ່ບ່າເວລາຫຼິ້ນເທິງເວທີໄດ້. Keytar ບໍ່ມີສຽງໃນດ້ວຍຕົວມັນເອງ (ຄີບອດກືກ). ມັນເປັນພຽງຕົວຄວບຄຸມ MIDI, ມັນຈະສົ່ງຂໍ້ມູນເປັນຣະຫັດ MIDI ວ່າໂນຕໃດ ຫຼືປຸ່ມໃດຖືກກົດ ໄປສູ່ເຄື່ອງທີ່ມີຄັງສຽງ ຫຼືຕົວສັງເຄາະທີ່ເຂົ້າໃຈຣະຫັດພາສາ MIDI, ເຊິ່ງພາໃຫ້ໄດ້ຍິນສຽງດົນຕຣີອອກມາ.

ຄຸນສົມບັດຂອງ MIDI Controller

ຕາມປົກກະຕິແລ້ວ ອຸປກອນຄວບຄຸມ MIDI ບໍ່ສາມາດສັງເຄາະ ຫຼືສ້າງສຽງດົນຕຣີດ້ວຍຕົວມັນເອງໄດ້. ໂດຍທົ່ວໄປ ອຸປກອນຄວບຄຸມ MIDI ຈະມີຕົວໂຕ້ຕອບບາງປະເພດທີ່ສະແດງອາການ ຂອງການກົດ, ການດີດ, ການເຄາະ ຫຼືການແຕະສັມພັດ. ຄຳສັ່ງການເຫຼົ່ານີ້ ຈະຜລິດຂໍ້ມູນເປັນຣະຫັດ MIDI (ເຊັ່ນ : ໂນຕທີ່ຫຼິ້ນ ແລະ ຄວາມແຮງຄ່ອຍຂອງອາການຫຼືປະຕິກິຣິຍາ) ທີ່ສາມາດສົ່ງໄປຫາເຄື່ອງສັງເຄາະສຽງ ຫຼືຄີບອດ MIDI ທີ່ມີຄັງສຽງ ໂດຍໃຊ້ສາຍ MIDI ໃນການເຊື່ອມໂຍງ. ຈາກນັ້ນ ເຄື່ອງສັງເຄາະສຽງຫຼືຄີບອດ MIDI ທີ່ມີຄັງສຽງນີ້ ຈະເຮັດໃຫ້ສຽງມີການຂຍາຍຕົວອອກຜ່ານທາງລຳໂພງ ຊຶ່ງພາໃຫ້ເຮົາໄດ້ຍິນເປັນສຽງດົນຕຣີ.

ອຸປກອນຄວບຄຸມ MIDI ທີ່ໃຊ້ທົ່ວໄປຫຼາຍທີ່ສຸດ ແມ່ນແປ້ນຄີບອດອີເລັກໂທຣນິກທີ່ມີຣະບົບ MIDI ໃນຕົວ. ເມື່ອໂນຕໃດນຶ່ງຖືກກົດຫຼິ້ນ, ຕົວຄວບຄຸມ MIDI ຈະສົ່ງຂໍ້ມູນ MIDI ກ່ຽວກັບຣະດັບສຽງຂອງໂນຕ, ຄວາມແຮງຄ່ອຍຂອງໂນຕທີ່ຫຼິ້ນ ແລະຄວາມຢືດຍາວຂອງສຽງ. ອຸປກອນຄວບຄຸມ MIDI ອື່ນໆຍັງມີຕົວຄວບຄຸມລົມ, ເຊິ່ງນັກດົນຕຣີເປົ່າລົມເຂົ້າໄປແລະກົດປຸ່ມເພື່ອສົ່ງຂໍ້ມູນ MIDI, ແລະຍັງມີອຸປກອນຄວບຄຸມ MIDI ສຳລັບກອງຊຸມອີເລັກໂທຣນິກອີກ.

ອຸປກອນຄວບຄຸມ MIDI ສາມາດປະກອບດ້ວຍ ຕົວເລື່ອນ, ດຸມກົດ, ປຸ່ມບິດ, ແປ້ນຢຽບ ຕລອດຮອດຕົວສັມພັດອື່ນໆ, ແລະອາດຈະມີ ຫຼືບໍ່ມີລູກດີດເປັນໂນຕ Piano ກໍໄດ້. ພື້ນຜິວການສັມພັດຂອງອຸປກອນຄວບຄຸມອື່ນໆ ທີ່ມີຣະບົບ MIDI ຕິດຕັ້ງໃນຕົວ, ແມ່ນສາມາດເປັນຕົວຄວບຄຸມ MIDI ໄດ້ໂດຍປະຣິຍາຍ.

ການນໍາໃຊ້ອຸປກອນຄວບຄຸມ MIDI ແມ່ນເພື່ອກະຕຸ້ນສຽງດົນຕຣີແລະຫຼິ້ນເຄື່ອງດົນຕຣີໂດຍທົ່ວໄປ, ແຕ່ຍັງຖືກນໍາໃຊ້ເພື່ອຄວບຄຸມອຸປກອນອື່ນໆ ທີ່ເຂົ້າກັນໄດ້ກັບຣະຫັດ MIDI ເຊັ່ນ : ໄຟແສງສີເທິງເວທີ, ເຄື່ອງປະສົມສຽງດິຈິຕອນແລະເອັຟເຟັກກິຕ້າອີກດ້ວຍ.

ປະເພດຂອງ MIDI Controller

ປະເພດຂອງອຸປກອນຄວບຄຸມ MIDI ຮວມມີ :

  • ອົງປະກອບການໂຕ້ຕອບສຳລັບເຄື່ອງດົນຕຣີດັ້ງເດີມ ທີ່ຖືກປັບປຸງໃຫ້ເປັນອຸປກອນຄວບຄຸມ MIDI. ອຸປກອນທົ່ວໄປທີ່ພົບເຫັນຫຼາຍທີ່ສຸດໃນປະເພດນີ້ ແມ່ນຕົວຄວບຄຸມທີ່ມີຮູບແບບເປັນຄີບອດ MIDI Controller. ອຸປກອນດັ່ງກ່າວ ຈະປະກອບດ້ວຍແປ້ນດີດເປັນໂນຕ Piano ແລະອາດຈະມີອົງປະກອບການຄວບຄຸມອື່ນໆ (ເຊັ່ນ : ລໍ້ Modulation, ລໍ້ Pitch Bend) ແຕ່ຈະບໍ່ມີເຄື່ອງສັງເຄາະສຽງໃນຕົວແຕ່ຢ່າງໃດ. ພວກມັນມີໜ້າທີ່ພຽງສັ່ງການປະຕິບັດງານຂອງອຸປກອນ MIDI ອື່ນໆ. ອຸປກອນຄວບຄຸມສຽງກອງຊຸມເຊັ່ນ Roland Octapad ແມ່ນນຶ່ງໃນປະເພດນີ້, ເຊັ່ນດຽວກັນກັບອຸປກອນຄວບຄຸມເຄື່ອງເປົ່າ ແລະເຄື່ອງຄວບຄຸມສຽງສຳລັບກິຕ້າເຊັ່ນ SynthAxe ເປັນຕົ້ນ.
  • ເຄື່ອງດົນຕຣີອີເລັກໂທຣນິກ ຮວມທັງເຄື່ອງສັງເຄາະສຽງ (Synthesizer, Sampler), Rythm Box ແລະ ກອງອີເລັກໂທຣນິກ (Drum Machine) ທີ່ໃຊ້ສໍາລັບການສະແດງດົນຕຣີສົດຢ່າງແທ້ຈິງ ແລະສາມາດສົ່ງຣະຫັດຂໍ້ມູນ MIDI ຂອງປະຕິກິຣິຍາອາການຂອງຜູ່ຫຼິ້ນຕາມທັມມະຊາດໄດ້.
  • ອຸປກອນແປງຣະດັບສຽງໃຫ້ເປັນສັນຍານ MIDI (Pitch-to-MIDI Converter) ຮວມທັງ Guitar/Synthesizer. ມີອຸປກອນຈໍານວນນຶ່ງ ທີ່ເຮັດສິ່ງນີ້ສໍາລັບສຽງຮ້ອງຂອງມະນຸດໄດ້ ແລະສໍາລັບອຸປກອນທີ່ສາມາດສັງເຄາະສຽງແບບ Monophonic ເຊັ່ນ ຂຸ່ຍ MIDI ດັ່ງນີ້ເປັນຕົ້ນ.
  • ເຄື່ອງດົນຕຣີພື້ນເມືອງແບບທັມມະຊາດເຊັ່ນ ກອງໄມ້, Piano Acoustic ແລະ Accordion ທີ່ໄດ້ຮັບການຕິດຕັ້ງໂດຍຣະບົບຕອບໂຕ້ (Sensors) ແລະຣະບົບຄອມພິວເຕີທີ່ຮັບເອົາການປ້ອນຂໍ້ມູນຈາກ Sensors ດັ່ງກ່າວ ແລະສາມາດສົ່ງຂໍ້ມູນການປະຕິບັດງານສົດໆໃຫ້ເປັນຂໍ້ມູນ MIDI ໄດ້. ຂໍ້ມູນຂອງການປະຕິບັດງານ (ເຊັ່ນ ໂນຕຫຼືກອງຊິ້ນໃດຖືກຫຼິ້ນ, ແລະດ້ວຍຄວາມແຮງຄ່ອຍປານໃດ) ຈະຖືກສົ່ງໄປຫາອຸປກອນຫຼືຄອມພິວເຕີ ທີ່ແປງຂໍ້ມູນດັ່ງກ່າວໃຫ້ເປັນສຽງ (ເຊັ່ນ ຄີບອດ, ຄັງສຽງ ຫຼື ເຄື່ອງທີ່ສັງເຄາະສຽງ).
  • ເຄື່ອງຮຽບຮຽງລຳດັບເພງ (Sequencers), ເຊິ່ງມີໜ້າທີ່ໃນການເກັບບັນທຶກເຫດການການບັນເລງ ແລະສົ່ງຂໍ້ມູນ MIDI ໄປຫາເຄື່ອງທີ່ເຂົ້າໃຈຣະຫັດ MIDI ເພື່ອຜລິດສຽງອອກມາໃຫ້ໄດ້ຍິນຄືນໃໝ່.
  • ອຸປກອນຄວບຄຸມເຄື່ອງ MMC (Midi Machine Control) ເຊັ່ນອຸປກອນການບັນທຶກສຽງ, ຊຶ່ງສົ່ງຂໍ້ຄວາມເພື່ອມາຊ່ວຍໃນການດຳເນີນງານແບບປະສົມປະສານກັນ (Synchonization) ຣະຫວ່າງອຸປກອນທີ່ເປີດໃຊ້ MIDI. ຕົວຢ່າງ ເຄື່ອງບັນທຶກສຽງທີ່ມີຄຸນສົມບັດ ເພື່ອກຳນົດການບັນທຶກໂດຍການວັດແທກ ແລະຂີດແບ່ງລຳດັບຫ້ອງຂອງຈັງຫວະດົນຕຣີ. ລໍາດັບທີ່ມັນຄວບຄຸມຈະ Synchronized ກັນ ຍ້ອນວ່າການຄວບຄຸມການຂົນສົ່ງຂອງເຄື່ອງບັນທຶກໄດ້ຖືກກຳນົດເປັນຂໍ້ຄວາມ MIDI ທີ່ສອດຄ່ອງກັນ.
  • ອຸປກອນຄວບຄຸມການສະແດງ MSC (Midi Show Control) ເຊັ່ນ ອຸປກອນຄວບຄຸມການສະແດງ, ຊຶ່ງສົ່ງຂໍ້ຄວາມເພື່ອຊ່ວຍໃນການປະຕິບັດງານ ແລະການສະແດງລະຄອນສົດ ແລະການບັນເທີງຕາມຫົວຂໍ້. ຕົວຢ່າງ, ຣະບົບຄວບຄຸມການສະແດງທີ່ຫຼາກຫຼາຍເຊັ່ນ : ເຄື່ອງຄວບຄຸມສຽງ, ເຄື່ອງຄວບຄຸມການຫຼິ້ນສຽງ, ເຄື່ອງຄວບຄຸມສຽງພາກຫຼືສຽງບັນຍາຍ, ຣະບົບການຫຼິ້ນວິດີໂອ, ເຄື່ອງຄວບຄຸມສາກ, ມ່ານປະກອບ ແລະຣະບົບຄວບຄຸມແສງສີປະດັບເວທີ ລ້ວນແຕ່ຕອບສນອງໂດຍກົງກັບຄໍາສັ່ງການຂອງ MSC.

ອຸປກອນຄວບຄຸມການປະຕິບັດງານກັບ MIDI

MIDI ຖືກອອກແບບມາໂດຍການອີງໃສ່ ຄີບອດເປັນເຄື່ອງດົນຕຣີພື້ນຖານຫຼັກ, ແລະອຸປກອນຄວບຄຸມ MIDI ໃດໆ ທີ່ບໍ່ມີລັກສະນະຮູບແບບຂອງຄີບອດ ແມ່ນຖືວ່າເປັນອຸປກອນຄວບຄຸມ “ທາງເລືອກສ່ວນຕົວ”. ສິ່ງນີ້ ຖືກເຫັນວ່າເປັນຂໍ້ຈຳກັດຂອງນັກປະພັນ ຫຼືນັກດົນຕຣີ ທີ່ບໍ່ສົນໃຈດົນຕຣີທີ່ໃຊ້ຄີບອດເປັນເຄື່ອງດົນຕຣີຫຼັກພື້ນຖານ, ແຕ່ມາຕຖານຂອງຫຼັກການ MIDI ໄດ້ພິສູດໃຫ້ເຫັນຄວາມເຂົ້າກັນໄດ້ຂອງຣະບົບ MIDI ທົ່ວໄປ ໂດຍໄດ້ມີການສເນີເຄື່ອງຄວບຄຸມປະເພດອື່ນໆ, ຮວມທັງກີຕ້າ, ເຄື່ອງເປົ່າ, ເຄື່ອງສາຍ ທັງກອງຊຸມແລະກອງເສີມອີກດ້ວຍ.

  • ຄີບອດຄວບຄຸມ MIDI (MIDI Keyboard Controller)

ຄີບອດຄວບຄຸມ MIDI ຂນາດນ້ອຍ ເປັນທີ່ນິຍົມໃຊ້ກັບຄອມພິວເຕີ, ເນື່ອງຈາກມັນໃຫ້ຄວາມສະດວກສະບາຍໃນການຍົກຍ້າຍແລະເຄື່ອນທີ່. ເຄື່ອງນີ້ສນອງຄວາມຫຼາກຫຼາຍຂອງຕົວຄວບຄຸມ ທີ່ສາມາດໃຊ້ງານໄດ້ແບບສົດໆຢ່າງແທ້ຈິງ, ເຊັ່ນຕົວກໍານົດການ ຂອງການອອກແບບສຽງຕ່າງໆ ຂອງຄັງສຽງຈາກຄອມພິວເຕີ ຫຼືຈະໃຊ້ເປັນຄີບອດແບບອິສຣະໃນການຄວຄຸມຣະບົບ ເອັຟເຟັກ, Mixers ຕລອດຮອດອຸປກອນການບັນທຶກສຽງ (Sequencer).

ຄີບອດ ແມ່ນອຸປກອນຄວບຄຸມ MIDI ທີ່ພົບເຫັນໄດ້ໂດຍທົ່ວໄປຫຼາຍທີ່ສຸດ. ມີໃຫ້ເລືອກຫຼາຍຂນາດ ຕັ້ງແຕ່ຮຸ່ນ 25 ລູກດີດ, 2 ຄູ່ຂນານ (2 octaves), ໄປຈົນຮອດຮຸ່ນ 88 ໂນຕ. ບາງຮຸ່ນ ເປັນພຽງຄີບອດຄວບຄຸມທັມມະດາໂດຍພື້ນຖານເທົ່ານັ້ນ, ແມ້ວ່າຫຼາຍຮຸ່ນຈະມີຕົວຄວບຄຸມແບບບັງຄັບການສົດ ເຊັ່ນ ຕົວເລື່ອນ, ດຸມໝຸນ, ລູກບິດ. ໂດຍທົ່ວໄປແລ້ວ, ພວກມັນຍັງສາມາດຮອງຮັບແປ້ນຢຽບສຳລັບຄວບຄຸມອາການ Sustain ແລະ Expression ອີກດ້ວຍ. ຄີບອດຄວບຄຸມສ່ວນຫຼາຍຈະສາມາດແບ່ງພື້ນທີ່ແປ້ນດີດອອກເປັນພາກສ່ວນເພື່ອຫຼິ້ນສຽງຕ່າງກັນ ຫຼືຊ້ອນທັບກັນກໍໄດ້ ຕາມແຕ່ຕ້ອງການ. ແຕ່ລະພາກສ່ວນ ສາມາດມອບໝາຍຊ່ອງ Midi ທີ່ແຕກຕ່າງກັນແລະຕັ້ງຄ່າໃຫ້ຫຼິ້ນໂນຕໃນຊ່ວງທີ່ຕ້ອງການໄດ້. ຊຶ່ງຊ່ວຍໃຫ້ສາມາດຄວບຄຸມອຸປກອນສຽງຕ່າງໆໄດ້ຫຼາຍເຄື່ອງ ຈາກພື້ນທີ່ດຽວຂອງຄີບອດຮວມ, ຕົວຢ່າງການຫຼິ້ນສຽງ Piano ໃຫຍ່ປະສົມກັບສຽງ Piano ໄຟຟ້າພ້ອມກັນ. ຄີບອດປະເພດຕີນຢຽບ ສາມາດໃຊ້ງານແບບ MIDI Organ ຫຼືຄວບຄຸມເຄື່ອງສັງເຄາະສຽງ Bass Synthesizer ໄດ້.

  • ອຸປກອນຄວບຄຸມປະເພດເຄື່ອງເປົ່າ (Wind Controller)
ອຸປກອນຄວບຄຸມ MIDI ປະເພດເຄື່ອງເປົ່າ ສາມາດສ້າງການສະແດງຂອງສຽງທີ່ເປັນທັມມະຊາດໄດ້ ໃນລັກສະນະທີ່ຈະຫຼິ້ນໄດ້ຍາກທີ່ສຸດກັບຄີບອດໃນຮູບແບບຂອງລູກດີດ Piano.

ອຸປກອນຄວບຄຸມ MIDI ປະເພດເຄື່ອງເປົ່າ ຈະອຳນວຍໃຫ້ນັກດົນຕຣີສາມາດສະແດງສຽງ MIDI ໃຫ້ອອກມາແບບດຽວກັບເຄື່ອງເປົ່າທັມມະດາ ຊຶ່ງປະກອບດ້ວຍອາການຂອງສຽງເຄື່ອງເປົ່າທີ່ສົມຈິງ. ມັນຊ່ວຍໃຫ້ການຄວບຄຸມລົມຫາຍໃຈ ແລະຣະດັບສຽງທີ່ລ່ຽນໄຫຼ ພາໃຫ້ສາມາດຮັກສາລີລາການຫຼິ້ນເຄື່ອງເປົ່າໃຫ້ມີສີສັນຫຼາກຫຼາຍກວ່າ, ໂດຍສະເພາະເມື່ອຫຼິ້ນສຽງປະສົມກັບສຽງຈຳລອງອື່ນໆ ທີ່ບໍ່ແມ່ນສຽງໃນກຸ່ມເຄື່ອງເປົ່າໂດຍສະເພາະ.  ອຸປກອນຄວບຄຸມເຄື່ອງເປົ່າ MIDI ໂດຍທົ່ວໄປ ຈະມີຕົວໂຕ້ຕອບທີ່ປ່ຽນແປງຄວາມດັນຂອງລົມເປົ່າແລະລົມຫາຍໃຈ ໃຫ້ເປັນຂໍ້ມູນສັ່ງການຕໍ່ຣະດັບຄ່ອຍແຮງຂອງສຽງ ຕລອດຮອດການຄວບຄຸມຣະດັບສຽງສູງຕໍ່າດ້ວຍຄວາມດັນຈາກຮິມສົບແລະລີ້ນຂອງຜູ່ຫຼິ້ນໄດ້ຢ່າງແນບນຽນທີ່ສຸດ. ບາງຮຸ່ນຍັງມີໂຄງສ້າງຂອງຣະດັບສຽງທີ່ປັບປ່ຽນໄດ້ (Key Scales) ທີ່ສາມາດຈຳລອງຣະບົບການໃຊ້ນີ້ວມືເທິງເຄື່ອງເປົ່າຕາມປົກກະຕິໄດ້. ຕົວຢ່າງຮຸ່ນ EWI (Electronic Wind Instrument) ແລະຮຸ່ນ EVI (Electronic Valve Instrument) ຂອງຍີຫໍ້ Akai.

  • ອຸປກອນຄວບຄຸມປະເພດກອງຊຸມ (Drum & Percussion Controller)
ອຸປກອນຄວບຄຸມສຽງກອງຊຸມ Roland V-Drums ຖືກປະດິດສ້າງຂຶ້ນມາໃນຮູບແບບຂອງກອງຊຸມທີ່ແທ້ຈິງ, ບວກກັບກ້ອນຄັງສຽງຕິດຕັ້ງໄວ້ທາງກໍ້າຊ້າຍ ດັງໃນພາບທີ່ສະແດງນີ້.

ຄີບອດ MIDI ທົ່ວໄປ ສາມາດຫຼິ້ນສຽງກອງໄດ້ ແຕ່ມັນເປັນການຍາກທີ່ຈະຫຼິ້ນລູກລົວຊ້ອນທີ່ກະຊັ້ນຊິດ, ເນື່ອງຈາກລູກດີດຂອງຄີບອດບໍ່ສາມາດຕອບສນອງປະຕິກິຣິຍານີ້ໄດ້ຢ່າງສົມບູນແບບ. ຖັດຈາກຄີບອດມາ, ແຜ່ນຄວບຄຸມສຽງກອງ (Drum Pads) ແມ່ນອຸປກອນຄວບຄຸມ MIDI ທີ່ສຳຄັນທີ່ສຸດຮອງລົງມາ. ຕົວຄວບຄຸມສຽງກອງ ອາດມີການຕິດຕັ້ງມານຳຊຸມກອງ (Drum Machines), ອາດເປັນແບບພື້ນຜິວຄວບຄຸມຢ່າງອິສຣະ ຫຼືອາດມີລັກສະນະທີ່ລຽນແບບຊິ້ນສ່ວນຂອງກອງ (ເຊັ່ນເປັນຕົວກອງຢຽບ ກອງແທັກ ກອງສູງ-ກາງ-ຕໍ່າ, ແຊ່ງ, ສາບ…). ຕົວກະຕຸ້ນ MIDI ອາດມີການນຳມາຕິດຕັ້ງໃສ່ຊິ້ນສ່ວນຂອງກອງທັມມະດາໄດ້.  ແຜ່ນຄວບຄຸມສຽງກອງໂດຍສະເພາະ ເຊັ່ນດັ່ງ Octapad ຂອງ Roland ຫຼື DrumKAT ສາມາດຫຼິ້ນດ້ວຍນີ້ວມືທັມມະດາ ຫຼືຕີເຄາະດ້ວຍໄມ້ກອງໄດ້. ນອກຈາກນີ້ ຍັງມີຕົວຄວບຄຸມ MIDI ສຳລັບເຄື່ອງດົນຕຣີປະເພດ Vibraphone, Xylophone, Marimba ອີກດ້ວຍ.

  • ອຸປກອນຄວບຄຸມປະເພດເຄື່ອງສາຍດີດ (Stringed Instrument Controller)

ກິຕ້າໄມ້ ຫຼືກິຕ້າໄຟຟ້າ ສາມາດຕິດຕັ້ງອຸປກອນພິເສດທີ່ຮຽກວ່າ MIDI Pickups ທີ່ເຮັດໜ້າທີ່ແປງສັນຍານສຽງຂອງກິຕ້າ ໃຫ້ເປັນສັນຍານດິຈິຕອນ ແລະອະນຸຍາດໃຫ້ສາມາດຫຼິ້ນສຽງຂອງ Synthesizer ໄດ້. ຣະບົບນີ້ຈະກຳນົດຊ່ອງ MIDI ແຍກຕ່າງຫາກໃຫ້ແຕ່ລະສາຍຂອງກິຕ້າ ແລະອະນຸຍາດໃຫ້ຜູ່ຫຼິ້ນສາມາດເລືອກໄດ້ ວ່າຈະຫຼິ້ນສຽງດຽວກັນທັງ 6 ສາຍ ຫຼືຈະເລືອກຫຼິ້ນສຽງທີ່ແຕກຕ່າງກັນສຳລັບແຕ່ລະສາຍ.

ບາງຮຸ່ນ ດັ່ງເຊັ່ນ G10 ຂອງ Yamaha, ບໍ່ໃຊ້ຕົວຖັງຂອງກິຕ້າອີກຕໍ່ໄປ ແຕ່ປ່ຽນເປັນຣະບົບອີເລັກໂທຣນິກໄປເລີຍ. ຣະບົບອື່ນໆ ເຊັ່ນຂອງ Roland MIDI Pickups ຈະຮວມຢູ່ໃນຕົວເລີຍ ຫຼືສາມາດຕິດຕັ້ງເພີ່ມເຕີມກັບເຄື່ອງດົນຕຣີມາຕຖານໄດ້.

ນອກຈາກນີ້, ເມື່ອປີ 1980, Max Mathews ໄດ້ອອກແບບຕົວຄວບຄຸມ MIDI ໃຫ້ Violin, Viola, Cello, Contrabasse ແລະ Mandolin ອີກດ້ວຍ.

ນອກນັ້ນ ອຸປກອນຄວບຄຸມເຄື່ອງສາຍອີກປະເພດນຶ່ງ ມີຊື່ວ່າ Starr Labs Ztar ໃຊ້ແປ້ນສັມພັດເທິງຄັນກິຕ້າໂດຍກົງໃນການສັ່ງການໃຫ້ໂນຕ MIDI ໂດຍບໍ່ມີສາຍກິຕ້າ ຫຼື MIDI Pickups ອີກ.

ເປັນທີ່ແນ່ນອນວ່າ ເຄື່ອງດົນຕຣີປະເພດບັງຄັບຄວບຄຸມສັນຍານ MIDI ເຫຼົ່ານີ້, ເຖິງແມ່ນຈະມີການປະຍຸກມາຈາກຮູບແບບຕາມລັກສະນະຂອງເຄື່ອງດົນຕຣີພື້ນຖານຕົ້ນສະບັບກໍຕາມ (ເຊັ່ນກິຕ້າ, ປ່ຽນໂນ່, ອໍແກນ, ເຄື່ອງເປົ່າ, ເຄື່ອງສາຍ ຫຼືອື່ນໆ…) ແຕ່ການຫຼິ້ນແລະເສບບັນເລງ ແມ່ນມີການປ່ຽນແປງໄປຕາມວິວັທນາການດ້ານເທັກໂນໂລຈິ ຊຶ່ງພາໃຫ້ຜູ່ໃຊ້ ມີຄວາມຈຳເປັນທີ່ຈະຕ້ອງໄດ້ຝຶກຝົນນີ້ວມືໃນການນຳໃຊ້ທີ່ແຕກຕ່າງໄປຈາກລັກສະນະດັ້ງເດີມຂອງເຄື່ອງພື້ນຖານ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 14 ມີນາ 2025