ເພງ “ເໝິດເດືອນ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1968)
ນັກຮ້ອງຕົ້ນສະບັບ : ວົງເດືອນ ວົງພະຈັນ

ວິດີໂອດົນຕຣີບັນເລງເພງ “ເໝິດເດືອນ”
  1. ເໝິດເດືອນກະເໝິດເງິນ ອຸກໃຈເຫຼືອເກີນຫາເງິນກະບໍ່ມີ
    ເບີກເງິນມາຍາມໃດ ບໍ່ພໍກິນພໍໃຊ້ຫວຸ້ນວາຍເຈົ້າໜີ້
    ເຂົ້າຂອງແພງເກີນຕົວ ເຈັບໃຈເຈັບຫົວສວນຄົວກະບໍ່ມີ
    (ເວົ້າ) ໂອ້ຍ! ຈັ່ງແມ່ນມັນອຸກ ເຮືອນກະເຊົ່າເຂົ້າກະຊື້
    ມື້ພັກເລີຍບໍ່ມີສວນຄົວຊິເຮັດ…

  2. ເໝິດເດືອນກະເໝິດແຮງ ອົດເຂົ້າສວາຍເຂົ້າແລງຂອງມັນແພງອີ່ຫຼີ
    ຈະໄປໃສມາໃສ ຍ່າງເອົາຈົນເຫື່ອໄຫຼບໍ່ໄດ້ຂີ່ Taxi
    ງົດທ່ຽວງົດເຮຮາ ງົດເບີງົດບາຣ໌ງົດສຸຣານາຣີ
    (ເວົ້າ) ຄັກປານຫຍັງບາດນີ້ ຊິໄດ້ເຊົາຫຼາຍແນວຢູ່ດອກ
    ສົມນໍ້າໜ້າທັງເພິ່ນທັງໂຕ…

  3. ຜູ່ດີມີເງິນຟູມເຟືອຍເຫຼືອເກີນ ໃຊ້ເງິນບໍ່ປຣານີ
    ຕັ້ງວົງການພະນັນ ສາມຄືນສາມວັນຫຼິ້ນກັນປົ່ນປີ້
    ປະລູກເຕົ້າເຮືອນຊານ ປະລ້າປະການມັນສາມານບັດສີ
    (ເວົ້າ) ເອົາລົງໄປບາດນີ້ ໄຫໃຫຍ່ລົ້ນໄຫນ້ອຍບໍ່ເຕັມ
    ກັມເອີຍເວນເອີຍ…

  4. ພວກເຮົາຄົນຈົນ ຈຳຕ້ອງຍອມດິ້ນຮົນຝືນໃຈທົນຢູ່ຢ່າງນີ້
    ຢາກຖືກຫວຍຢາກລວຍເງິນ ຢາກຈະມີເງິນລ້ານຢາກຖືກ Loterie
    ເວົ້າຫຼາຍຢາກອາຍຄົນ ເໝິດໂຕເໝິດຕົນສອງກີບກະບໍ່ມີ
    (ເວົ້າ) ບ໋ະ! ບຸນບໍ່ຄໍ້ານໍ້າບໍ່ຊູອີ່ຫຼີບໍ ຫາຊິຕາຍຍັງບໍ່ກຸ້ມປາກ
    ຮື! ທັງເມື່ອຍທັງຫິວ…

  5. ຢາກຕາຍຊະໃຫ້ພົ້ນ ເກີດມາພົບຄວາມຈົນມັນເຫຼືອທົນອີ່ຫຼີ
    ຢູ່ໄປກໍອາຍເຂົາ ຫາແລງກິນເຊົ້າຍັງແບ່ງເອົາໃຊ້ໜີ້
    ເຂົ້າໜຽວໆເຢັນໆ ຈໍ້າປາແດກເໝັນໆກັບຕົ້ມເອັນແຊບອີ່ຫຼີ
    (ເວົ້າ) ບ໋ະ! ຫຼົບເຈົ້າໜີ້ຍັງບໍ່ພໍອົດມື້ກິນມື້ ປາແດກກະເຫຼືອຕ່ອນດຽວນຶ່ງ ເຮີ້…
    ຄັກບໍ່ບາດນີ້ ລົງລາຍໄດ້ກິນປາແດກກັບເອັນ ເຮິ… ເຮີ…
ໂນຕເພງ “ເໝິດເດືອນ”
ວິດີໂອໂນຕບັນເລງເພງ “ເໝິດເດືອນ”