ເພງ “ຊັງຄົນຫຼາຍໃຈ”

ເນື້ອຮ້ອງ & ທຳນອງ : ສນອງ ອຸ່ນວົງສ໌ (1969)
ນັກຮ້ອງຕົ້ນສະບັບ : ກ. ວິເສດ

ວິດີໂອດົນຕຣີບັນເລງເພງ “ຊັງຄົນຫຼາຍໃຈ”

1) ຊັງຄົນຫຼາຍໃຈ ຊັງຄົນຫຼາຍໃຈ
ຈະຮັກຜູ່ໃດ ຮັກໃຜແທ້ນີ້
ຮັກຈິງກໍບອກ ຢ່າຫຼອກໃຫ້ຊໍ້າຣຶດີ
ຫາກແມ່ນບໍ່ຄິດປຣານີ ຈົ່ງຕັດໄມຕຣີຢ່າມີເຍື່ອໃຍ

2) ຊັງຄົນຫຼອກລວງ ຊັງຄົນຫຼອກລວງ
ບໍ່ຮັກບໍ່ຫ່ວງ ທຳຫວງຫ່ວງໃຍ
ຈັບປາສອງມື ແລ້ວຈະຖືໄດ້ຢ່າງໃດ
ບໍ່ຮັກຈົ່ງຫຼີກທາງໄປ ແນວຄົນຫຼາຍໃຈບໍ່ປຣາຖນາ

• ຜູ່ນີ້ກໍຊູ້ ຜູ່ນັ້ນກໍຊູ້
ບໍ່ຮູ້ເມື່ອໃດ ຈະໄຂປະຕູວິວາ
ຈະຢູ່ລວງໂລກ ຫຼືຢູ່ເປັນເຖົ້າຄໍ້າຟ້າ
ຫຼືຄູ່ວິວາ ຫາບໍ່ພົບພານ

3) ຊັງຄົນຫຼາຍໃຈ ຊັງຄົນຫຼາຍໃຈ
ບໍ່ຮັກບໍ່ໄຄ່ ແລ້ວຢ່າລວງກັນ
ແມ່ນບໍ່ຮັກແທ້ ຈົ່ງແກ້ໂສ້ສາຍສັມພັນ
ໃຫ້ຄາຍບ້ວງອອກຈາກກັນ ຕຣາບຊົ່ວຊີວັນຢ່າພົບກັນເລີຍ…

ໂນຕເພງ “ຊັງຄົນຫຼາຍໃຈ”
ວິດີໂອໂນຕບັນເລງເພງ “ຊັງຄົນຫຼາຍໃຈ”