◆ ຄີບອດຣະດັບເລີ່ມຕົ້ນໃໝ່

ຄີບອດຣະດັບເລີ່ມຕົ້ນ ສຳລັບຜູ່ທີ່ຫາກໍຮຽນຫຼິ້ນໃໝ່ໆ, ເປັນເຄື່ອງດົນຕຣີທີ່ມີຣາຄາບໍ່ແພງເກີນໄປ, ຊຶ່ງໃຫ້ໂອການແກ່ທ່ານໄດ້ທຳການທົດລອງໃຊ້ດ້ວຍຕົນເອງ ເພື່ອຊັ່ງຊາວ່າທ່ານຮູ້ສຶກສະບາຍໃຈກັບເຄື່ອງຣະດັບນີ້ຫຼືບໍ່. ຄີບອດເຫຼົ່ານິ້ ຈະປະກອບດ້ວຍຣະບົບພື້ນຖານ, ດັ່ງເຊັ່ນຈະມີສຽງຕ່າງໆ, ມີ Styles (ຈັງຫວະປະກອບແບບອັຕໂນມັດ) ແລະສາມາດອ່ານເອກສານເພງ MIDI Files ມາຕຖານ Standard, ທີ່ສາມາດເຮັດໄດ້ຜ່ານການເຊື່ອມຕໍ່ກຸນແຈ USB ໃສ່ເຄື່ອງ ຊຶ່ງຄຸນພາບຂອງສຽງທີ່ໄດ້ຮັບ ແມ່ນແລ້ວແຕ່ການສ້າງເອກສານເພງດັ່ງກ່າວ ແລະຄຸນລັກສະນະຂອງແຕ່ລະເຄື່ອງທີ່ອ່ານຫຼິ້ນ. ເຖິງແມ່ນວ່າຈະເປັນເຄື່ອງໃນຣະດັບເລີ່ມຕົ້ນ, ແຕ່ຄີບອດຮຸ່ນເຫຼົ່ານີ້, ໂດຍທົ່ວໄປມັກຈະມີຮູປັກສຽບທາງເຂົ້າຂອງສັນຍານສຽງ Audio Stereo Input (Aux In) , ເພື່ອເຊື່ອມຕໍ່ການຫຼິ້ນສຽງເພງ MP3 ຈາກໂທຣະສັບມືຖືຂອງທ່ານ ຊຶ່ງຈະຖືກສົ່ງສຽງໃຫ້ໄປໄດ້ຍິນໃນລຳໂພງຂອງຄີບອດ ແລະພາໃຫ້ທ່ານສາມາດຝຶກຫຼິ້ນແລະບັນເລງຕາມເພງດັ່ງກ່າວນີ້ໄດ້.
ກັບຄີບອດຣະດັບເລີ່ມຕົ້ນນີ້, ທ່ານຈະບໍ່ມີຊ່ອງປັກສຽບຣະບົບ MIDI Standard ພື້ນຖານ 3 ຮູອີກ, ແຕ່ຈະມີຣະບົບເຊື່ອມຕໍ່ແບບໃໝ່ ຜ່ານສາຍ USB-to Host, ເພື່ອເຊື່ອມຕໍ່ກັບຄອມພິວເຕີສຳລັບການສື່ສານດ້ານຂໍ້ມູນ MIDI.
ສ່ວນທາງດ້ານກົນໄກພາຍນອກຂອງຄີບອດຣະດັບເລີ່ມຕົ້ນນີ້, ຈະຖືກຈຳກັດຢູ່ພຽງແປ້ນດີດ 61 ໂນຕພື້ນຖານ ແລະໂດຍປົກກະຕິຈະບໍ່ສາມາດຕອບໂຕ້ຕໍ່ອາການກົດຫຼິ້ນດ້ວຍຄວາມໄວຊ້າຫຼືແຮງຄ່ອຍ (Velocity & Aftertouch) ຈາກຜູ່ຫຼິ້ນ, ແຕ່ຈະມີເຄື່ອງຂຍາຍສຽງຂນາດນ້ອຍໆແລະລຳໂພງໃນຕົວ, ມີແປ້ນຕິດຕັ້ງເນື້ອແລະໂນຕເພງ. ການເຊື່ອມຕໍ່ໄປໃສ່ເຄື່ອງຂຍາຍສຽງຕ່າງຫາກ ສາມາດເຮັດໄດ້ດ້ວຍສາຍເຄື່ອງສຽງທົ່ວໄປ ຜ່ານຮູປັກສຽບຂອງຫູຟັງໃນລັກສະນະເປັນສາຍ Mini Jack. ບາງຮຸ່ນຍັງສາມາດໃຊ້ງານໄດ້ແບບອຸປກອນເຄື່ອນທີ່ພາຍນອກ ດ້ວຍການໃຊ້ຖ່ານໄຟລໍ່ລ້ຽງຂນາດນ້ອຍ ແທນສາຍປັກສຽບໄຟຟ້າທັມມະດາໃນເຮືອນ ເພື່ອໃຫ້ສາມາດນຳຄີບອດໄປຫຼິ້ນຢູ່ນອກບ້ານໄດ້.
◆ ຄີບອດຣະດັບປານກາງສຳລັບມືສມັກຫຼິ້ນ

ຄີບອດຣະດັບປານກາງ ຈະມີຣະບົບການໃຊ້ງານຫຼາກຫຼາຍກວ່າປົກກະຕິ ຊຶ່ງຈະມີພື້ນຖານມາຈາກຄຸນສົມບັດຂອງຮຸ່ນສູງຣະດັບກ່ວາ ເພື່ອບາງໂອກາດສາມາດເປັນການຕຽມຕົວກ້າວໄປສູ່ຣະດັບມືອາຊີບໃນອະນາຄົດໄດ້. ມັນຈະສາມາດເກັບບັນທຶກເອກສານໃນຣະບົບ WAV, MP3, ເອກສານເພງ MIDI Files, ຄຳສັ່ງການ, ສຽງແລະຂໍ້ມູນອື່ນໆທີ່ສ້າງຂຶ້ນເປັນພິເສດ ໂດຍໃຊ້ອຸປກອນຄວາມຈຳເພີ່ມເສີມ ດັ່ງເຊັ່ນ SD Card, ກະແຈ USB ຫຼື Hard Drive USB ພາຍນອກທີ່ເຊື່ອມຕໍ່ກັບຄີບອດ. ນອກນີ້, ທ່ານຍັງສາມາດດັດແປງແກ້ໄຂ ແລະທຳການອັດເພງ, ສ້າງສຽງສ່ວນຕົວ, ປະສົມປະສານສຽງຕ່າງໆ ແລະອື່ນໆອີກຫຼາຍຢ່າງ. ນອກນັ້ນອີກ, ມັນຍັງສາມາດຊ່ວຍທ່ານທຳການສ້າງ Styles ຈັງຫວະໄວ້ໃຊ້ສຳລັບເພງຈຳເພາະເຈາະຈົງສ່ວນຕົວໄດ້ອີກນຳ. ມີຣະບົບຄວບຄຸມສຽງໃນການແຍກຮູບການແລະຮູບແບບຂອງເອກສານເພງ MIDI Files ຫຼືເອກສານສຽງຣະບົບ MP3, WAV ແບບນັກສະແດງ DJ ສົດໆທີ່ສະແດງເອຟເຟັກສຽງແບບຕ່າງໆໄດ້ອີກດ້ວຍ.
ການນຳໃຊ້ສຽງແຊມ (Sample) ສ່ວນຕົວຂອງທ່ານເຂົ້າມາເພີ່ມພູນຄັງສຽງຂອງຄີບອດຣະດັບນີ້ ກໍສາມາດເຮັດໄດ້, ຊຶ່ງກ່ອນໜ້ານີ້ ແມ່ນມີແຕ່ສະເພາະໃນຮຸ່ນຣະດັບສູງສຳລັບມືອາຊີບເທົ່ານັ້ນ. ພາກສ່ວນເສີມເຫຼົ່ານີ້ ໄດ້ມີການບັນຈຸເຂົ້າແລ້ວ ໃນຄີບອດຮຸ່ນຕ່າງໆ ເຊັ່ນ Korg Pa700, ຫຼື Yamaha PSR-SX700. ດ້ວຍຈໍສະແດງຜົນທີ່ກວ້າງແລະມີສີສັນແຈ້ງດີ ຊຶ່ງບາງຮຸ່ນເປັນທັງຈໍສັມພັດອີກດ້ວຍ, ເຄື່ອງດົນຕຣີເຫຼົ່ານິ້ ໄດ້ອຳນວຍການເຂົ້າເຖິງຂໍ້ຄວາມທີ່ຈັດແຈງແລະເກັບບັນທຶກໄວ້ໃນເອກສານ MIDI Files ລ່ວງໜ້າ, ສາມາດນຳສະແດງອອກເທິງໜ້າຈໍ. ນອກຈາກນີ້ ມັນຍັງສາມາດສະແດງໂນຕແລະເນື້ອເພງໃນແຕ່ລະຊ່ອງຂອງເອກສານ MIDI Files ໄດ້ອີກດ້ວຍ.
ສຳລັບຄີບອດຮຸ່ນຣະດັບນີ້, ສັນຍານສຽງ Audio ແມ່ນສາມາດສົ່ງອອກໄປທາງຣະບົບສຽງພາຍນອກ ຜ່ານຮູອອກສອງສາຍ Jack ໃນຣະບົບ Stereo ຢ່າງພ້ອມພຽງ. ບາງຮຸ່ນຍັງປະກອບດ້ວຍຊ່ອງທາງອອກຂອງສັນຍານໜ້າຈໍໃນຣະບົບ Video Composite/RGB ຫຼື HDMI, ເພື່ອສະແດງຜົນເທິງໜ້າຈໍໃຫຍ່ພາຍນອກໄດ້ອີກດ້ວຍ. ໂດຍທົ່ວໄປ, ຄີບອດຣະດັບປານກາງ ຈະມີຣະບົບເຄື່ອງຂຍາຍສຽງແລະລຳໂພງໃນຕົວ ທີ່ມີພລັງແຮງສົມຄວນ ເພື່ອໃຫ້ທ່ານສາມາດໄດ້ຍິນສຽງການຫຼິ້ນດັງທົ່ວໃນເຮືອນ ໂດຍບໍ່ຕ້ອງເຊື່ອມຕໍ່ກັບຣະບົບເຄື່ອງສຽງພາຍນອກ. ບາງຮຸ່ນ ຍັງມີການສເນີສະບັບພາສາພາກຕາເວັນອອກກາງ ຫຼືພາກອາຊີ ທີ່ມີສຽງເຄື່ອງເສບພື້ນເມືອງຂອງທ້ອງຖິ່ນທີ່ກ່າວມານີ້ອີກດ້ວຍ.
◆ ຄີບອດຣະດັບມືອາຊີບເທິງເວທີ

ຄີບອດຣະດັບມືອາຊີບ ໄດ້ຖືກອອກແບບມາສຳລັບການໃຊ້ງານເທິງເວທີໂດຍສະເພາະ, ແລະຄຸນລັກສະນະຕ່າງໆຂອງມັນ ໄດ້ຮັບການອອກແບບມາ ເພື່ອຕອບສນອງຄວາມຕ້ອງການຂອງນັກດົນຕຣີມືອາຊີບ ທີ່ບໍ່ຕ້ອງການມີຂໍ້ຈຳກັດຫຍຸ້ງຍາກແລະຫຼ້າຊ້າເວລາຕ້ອງການໃຊ້ງານແບບກະທັນຫັນແລະທັນດ່ວນ. ເຄື່ອງດົນຕຣີຣະດັບມືອາຊີບເຫຼົ່ານີ້, ຈະມີ Hard Disk SSD ສັງກັດໃນຕົວພ້ອມດ້ວຍການເຂົ້າອອກທີ່ໄວທີ່ສຸດ ແລະສາມາດເກັບບັນທຶກຂໍ້ມູນຕ່າງໆທົ່ວໄປໄດ້ ເຊັ່ນເອກສານ MIDI Files, ການບັນທຶກສຽງ, Styles ຈັງຫວະ, ສຽງແຊມສ່ວນຕົວ (Samples), ເອກສານ WAV ແລະ MP3, ແມ່ນສາມາດເກັບບັນທຶກໄວ້ແລະນໍາອອກມາຫຼິ້ນໄດ້ທັນໃດ. ສຽງແຊມທີ່ມີມານຳເຄື່ອງ ກໍມີມາກມາຍຫຼວງຫຼາຍ ສຳລັບສນອງການສ້າງລູກຫຼິ້ນ ລູກສອຍ ຂອງສຽງກອງຊຸມ ຫຼືສຽງເອຟເຟັກຕ່າງໆແບບພິເສດ ຕາມຄວາມຕ້ອງການໃຊ້ງານການບັນເລງສົດຂອງທ່ານ.
ຄຸນລັກສະນະພິເສດອີກຢ່າງນຶ່ງ ຂອງເຄື່ອງດົນຕຣີໃນຣະດັບມືອາຊີບ ແມ່ນມັນຈະບັນຈຸດ້ວຍສຽງທີ່ສົມຈິງເປັນພິເສດ ຂອງເຄື່ອງດົນຕຣີທຸກໆຕະກູນ ຊຶ່ງຖືກນຳໃຊ້ໃນ Styles ຈັງຫວະ, ຫຼືເອກສານເພງ MIDI Files ເພື່ອທຳການຫຼິ້ນເອງຕາມການສັ່ງການແລະການຄວບຄຸມ. ເງື່ອນໄຂທາງເທັກນິກໃນການໃຊ້ສິ່ງທີ່ກ່າວມານີ້ ແມ່ນມັນຮຽກຮ້ອງເນື້ອທີ່ໃນການເກັບກຳຂໍ້ມູນອັນມະຫາສານໃນພາກສ່ວນຄວາມຈຳທີ່ເອິ້ນວ່າ ROM (Read Only Memory) ຫຼືການຖ່າຍທອດຂໍ້ມູນສຽງໂດຍກົງຈາກ Hard Disk SSD ທີ່ວ່ອງໄວທີ່ສຸດ. ຄີບອດເຫຼົ່ານີ້ ຍັງປະກອບດ້ວຍເອຟເຟັກທີ່ຫຼາກຫຼາຍ, ຮວມທັງເອຟເຟັກການຈຳລອງສຽງ, ການຜັນປ່ຽນຄື້ນສຽງທີ່ສົມຈິງທີ່ສຸດທີ່ຈະເປັນໄປໄດ້, ເຊັ່ນຕົວຢ່າງ ສຽງກິຕ້າໄຟຟ້າ, ສຽງກິຕ້າເບສ ແລະເຄື່ອງດົນຕຣີຊະນິດອື່ນໆ. ນອກເໜືອຈາກນີ້, ຄີບອດຣະດັບມືອາຊີບ ຈະປະກອບດ້ວຍອຸປກອນໃນການຄວບຄຸມຫຼາກຫຼາຍຊະນິດ ສຳລັບໃຊ້ໃນການບັງຄັບການຂອງສຽງ ທີ່ສາມາດຫຼິ້ນແບບສົດໆໃນທັນໃດໄດ້ອີກ.
ຄີບອດຣະດັບນີ້, ສາມາດເສີມຂຍາຍສະມັນຕະພາບໄດ້ ດ້ວຍໂປຣແກຣມຄອມພິວເຕີເພີ່ມເຕີມ (ການເພີ່ມຂຍາຍຄັງສຽງ, Styles, ແລະອື່ນໆ…) ຕາມຄວາມຕ້ອງການຂອງທ່ານ. ສໍາລັບຄໍນັກຮ້ອງ, ຄີບອດເຫຼົ່ານີ້ຈະມີຊ່ອງສຽບໄມໂຄຣໂຟນ (Microphone) ທີ່ສົ່ງສັນຍານສຽງເຂົ້າໄປຫາພາກສ່ວນດັດແປງສຽງພາຍໃນເຄື່ອງ, ແລະສາມາດທຳການປະມວນສັງເຄາະໃຫ້ເປັນສຽງປະສານເພີ່ມເຕີມໃນທັນທີກັບການສະແດງສົດ. ພາກສ່ວນປະມວນສັງເຄາະສຽງຮ້ອງນີ້, ຖືກເອີ້ນວ່າ Vocal Harmony, ມີເອຟເຟັກໃຫ້ເລືອກໃຊ້ຢ່າງຫຼວງຫຼາຍ ດັ່ງເຊັ່ນ Reverb, Delay, Chorus, ແລະອື່ນໆ… ເພື່ອເພີ່ມພູນສຽງຮ້ອງຈາກໄມຄ໌ຮ້ອງທີປັກສຽບເຂົ້າໃນເຄື່ອງ. ຄຸນສົມບັດນີ້ ເຮັດໃຫ້ນັກສິລປິນໄດ້ມີໂອກາດອັນໃຫຍ່ຫຼວງ ໃນການອອກສຽງດັ່ງກັບເປັນວົງດົນຕຣີປະກອບດ້ວຍຫຼາຍໆຄົນ, ເຖິງແມ່ນວ່າເຂົາຈະເປັນຜູ່ສະແດງຜົນງານພຽງຜູ່ດຽວກໍຕາມ.
ສັນຍານສຽງຮ້ອງແລະສັນຍານສຽງອື່ນໆຈາກຄີບອດ ສາມາດສົ່ງຜ່ານທາງອອກເປັນພາກສ່ວນຕ່າງຫາກ ໄປສູ່ເຄື່ອງປະສົມສຽງພາຍນອກ (Mixer) ຫຼືຣະບົບຂຍາຍສຽງ (Amplifier) ເພື່ອການປັບປຸງແຕ່ງຢ່ງລະອຽດຕ່າງຫາກໄດ້. ສັນຍານສຽງເຂົ້າເພີ່ມເຕີມ ພາໃຫ້ຄີບອດກາຍເປັນສູນຮວມການຄວບຄຸມສຳລັບແຫຼ່ງສຽງຈາກພາຍນອກທີ່ເຊື່ອມຕໍ່ເຂົ້າມາໄດ້ອີກດ້ວຍ. ຄວາມສະດວກຂອງການສາມາດມີເນື້ອຮ້ອງ ຫຼືໂນຕເພງ ສະແດງເທິງໜ້າຈໍແມ່ນເປັນສິ່ງຈຳເປັນສຳລັບຜູ່ໃຊ້ຣະດັບມືອາຊີບ. ຣະບົບການພິເສດ ເຊັ່ນຣະບົບປຶ້ມເພງ “Songbook” ຫຼືຣະບົບຄວາມຈຳຂອງການຕັ້ງຄ່າຕ່າງໆ “Registration”, ຊຶ່ງເຮັດໜ້າທີ່ເກັບກຳແລະບັນທຶກທຸກໆການເລືອກຣະບົບການຕ່າງໆອັນພິເສດ, ຊ່ວຍໃຫ້ການສະແດງສົດເທິງເວທີ ເປັນໄປໄດ້ຢ່າງສະດວກສະບາຍທີ່ສຸດ.
ດ້ວຍເຄື່ອງດົນຕຣີເຫຼົ່ານີ້, ທ່ານຍັງສາມາດທຳການສ້າງ ຫຼືດັດແປງແກ້ໄຂເອກສານ MIDI, WAV, MP3 ແລະສາມສຽງເຄື່ອງເສບ ຫຼືຫຼາຍກວ່ານັ້ນ, ສາມາດແບ່ງປັນຕຳແໜ່ງຕ່າງກັນ (Split) ຫຼືເປັນຊັ້ນຍອງກັນຂຶ້ນ (Layers) ເທິງແປ້ນດີດຂອງຄີບອດ. ຄີບອດຣະດັບມືອາຊີບ ເປັນຄີບອດທີ່ມີ 61 ຫຼື 76 ໂນຕທີ່ມີປະຕິກິຣິຍາຕອບໂຕ້ຕໍ່ຄວາມໄວແລະແຮງຄ່ອຍໃນການດີດຫຼິ້ນ (Velocity & Aftertouch), ມີໂຄງສ້າງອັນແໜ້ນໜາ ບວກກັບການສະແດງທຸກການດຳເນີນງານຜ່ານໜ້າຈໍສັມພັດສີ ອັນກວ້າງໃຫຍ່ໃນຕົວ. ຈໍສະແດງຜົນພາຍນອກ ສາມາດເຊື່ອມຕໍ່ເຂົ້າກັບຄີບອດ ເພື່ອສະແດງຜົນຜ່ານຊ່ອງຈໍອອກໃນຣະບົບການວິດີໂອ (Composite, RGB ຫຼື HDMI).
ມີສິ່ງດຽວທີ່ຄີບອດຣະດັບນີ້ ບໍ່ມີຄືໝູ່ ນັ້ນຄືພວກມັນບໍ່ມີຣະບົບເຄື່ອງຂຍາຍສຽງແລະລຳໂພງສຽງໃນຕົວ. ເນື່ອງດ້ວຍນໍ້າໜັກອັນສຳຄັນຂອງເຄື່ອງ ທີ່ອາດເປັນອຸປສັກໃນການຍົກຍ້າຍແລະເຄື່ອນທີ່ນັ້ນເອງ…
► ເຄື່ອງຫຼິ້ນດົນຕຣີອັຕໂນມັດແບບກະທັດຮັດຣະດັບມືອາຊີບ ສຳລັບນັກດົນຕຣີດ່ຽວ



ຫາກທ່ານບໍ່ແມ່ນມືອໍແກນ ຫຼືບໍ່ມີຄວາມຕ້ອງການໃຊ້ແປ້ນດີດຣະບົບ “ປ່ຽນໂນ” ຂອງຄີບອດ, ຫຼືທ່ານເປັນມືກິຕ້າ ຫຼືນັກຮ້ອງດ່ຽວ, ທ່ານກໍສາມາດເລືອກໃຊ້ກ້ອນ “ໂມດູລປະກອບດົນຕຣີອັຕໂນມັດ” (Arranger Expander) ເພື່ອຊ່ວຍໃນການບັນເລງດົນຕຣີແບບອັຕໂນມັດ ທົດແທນວົງດົນຕຣີເປັນວົງໄດ້, ແລະມັນຍັງເປັນການປະຢັດເນື້ອທີ່ເທິງເວທີອີກດ້ວຍ. ໃນວົງການດ້ານເຄື່ອງດົນຕຣີອັຕໂນມັດປະເພດກະທັດຮັດນີ້, ທາງເລືອກບໍ່ຄ່ອຍມີຫຼາຍຄືດັ່ງທາງດ້ານຄີບອດເຕັມຕົວ, ແຕ່ໃນທ້ອງຕລາດກໍພໍມີເຄື່ອງປະເພດນີ້ ທີ່ຮັບຮອງຣະດັບການຂັ້ນມືອາຊີບໄດ້ ໃຫ້ສຳລັບມືກິຕ້າດ່ຽວ, ນັກຮ້ອງດ່ຽວ ຫຼືມືແອັກກໍດ່ຽນດ່ຽວ ທີ່ຈະສາມາດນຳໃຊ້ຫຼິ້ນແບບຜູ່ດຽວ, ພ້ອມກັບດົນຕຣີປະກອບທີ່ມີຄຸນພາບເໝາະສົມໃນຣະດັບອາຊີບຕາມຕ້ອງການ.
ເຄື່ອງຫຼິ້ນດົນຕຣີອັຕໂນມັດແບບກະທັດຮັດທີ່ດີ ຈະມີສຽງທີ່ຫຼາກຫຼາຍ ຈາກເຄື່ອງເສບໃນທຸກໆຕະກູນ, ມີ Styles ຈັງຫວະປະກອບແລະມີຕົວເລືອກໃນການຕັ້ງຄ່າທີ່ສະດວກ ເພື່ອສ້າງການຕັ້ງຄ່າຕາມຄວາມເໝາະສົມແລະຄວາມຕ້ອງການສ່ວນຕົວແບບສະເພາະເຈາະຈົງ. ເຄື່ອງປະເພດນີ້ ສາມາດທຳການຄວບຄຸມໄດ້ ຜ່ານຣະບົບ MIDI ຈາກເຄື່ອງທີ່ເຂົ້າກັນໄດ້ ເພື່ອຫຼິ້ນສຽງໃນຕົວເຄື່ອງ ຫຼືຄວບຄຸມ Styles ຈັງຫວະທີ່ມີມານຳເຄື່ອງ. ຣະບົບການດ້ານ MIDI ທີ່ນຳມາໃຊ້ໃນເຄື່ອງປະເພດນີ້ ໄດ້ຮັບການອອກແບບໃນລັກສະນະພິເສດ ທີ່ນອກຈາກການບໍ່ໄດ້ເປັນຄີບອດທົ່ວໄປແລ້ວ, ມັນຈະອະນຸຍາດໃຫ້ມືກິຕ້າ ຫຼືມືແອັກກໍດ່ຽນ ທີ່ມີເຄື່ອງຕິດຕັ້ງຣະບົບສັ່ງການ MIDI ສາມາດຄວບຄຸມຣະບົບການດຳເນີນງານຂອງ “ໂມດູລ” ໄດ້ອີກດ້ວຍ.
ຄຸນລັກສະນະພິເສດຂອງ “ໂມດູລ” ປະເພດນີ້ ແມ່ນຄວາມສາມາດໃນການນຳໃຊ້ຮູບແບບຂໍ້ມູນທີ່ແຕກຕ່າງກັນສຳລັບການຫຼິ້ນເພງ, ຊຶ່ງຮັບປະກັນວ່າຈະໃຊ້ງານໄດ້ໃນຣະດັບທົ່ວໄປ. ພື້ນທີ່ເກັບບັນທຶກຂໍ້ມູນອັນມະຫາສານດ້ວຍ Hard Disk SSD, ຮັບປະກັນການອ່ານແລະບັນທຶກ ພ້ອມທັງການສ້າງຂໍ້ມູນຂນາດໃຫຍ່ສໍາລັບການຫຼິ້ນດົນຕຣີບໍ່ມີສຽງຮ້ອງ ທີ່ຮຽກວ່າ Playback ແລະຂໍ້ມູນສະເພາະຕົວຂອງເຄື່ອງອຸປກອນດັ່ງກ່າວນີ້.
“ໂມດູລອັຕໂນມັດ” ນີ້ຈະປະກອບດ້ວຍຣະບົບການເຊື່ອມຕໍ່ພິເສດ ສຳລັບເຄື່ອງດົນຕຣີພາຍນອກ ດັ່ງເຊັ່ນກິຕ້າໄຟຟ້າ, ແລະໄມຄ໌ຮ້ອງເພື່ອໃຫ້ສາມາດອອກແບບສັນຍານສຽງໂດຍໃຊ້ເອຟເຟັກໃນຕົວຂອງເຄື່ອງເອງ. ຮູຫຼືຊ່ອງໃນຣະບົບ USB to Host ຈະສາມາດໃຊ້ໃນການເຊື່ອມຕໍ່ກັບຄອມພິວເຕີ ເພື່ອແລກປ່ຽນຂໍ້ມູນອີກດ້ວຍ. ສຳລັບການຄວບຄຸມທົ່ວໄປ, “ໂມດູລ” ອັຕໂນມັດຂັ້ນມືອາຊີບ ຈະມີໜ້າຈໍຣະບົບສີອັນກວ້າງໃຫຍ່ ທີ່ສາມາດສະແດງເຫດການຂອງການດຳເນີນງານຂອງເຄື່ອງໃຫ້ເຫັນໄດ້ຢ່າງລະອຽດທີ່ສຸດ. ອຸປກອນດັ່ງກ່າວ ຈະຮວມເອົາເຄື່ອງຈັດລຳດັບເພງທີ່ຮຽກວ່າ “Sequencer” ຫຼື “Song Player”, ເຄື່ອງຫຼິ້ນແລະເຄື່ອງບັນທຶກສຽງແບບຫຼາຍໆຊ່ອງທີ່ຮຽກວ່າ “Multi-Tracks Audio Recorder”, ເຄື່ອງບັນຈຸຄັງສຽງ “Expander” ແລະຣະບົບຄວບຄຸມໄມຄ໌ຮ້ອງ “Harmonizer” ໄວ້ໃນຕົວທັງໝົດຜູ່ດຽວ. ຈຸດຫຼັກ ແມ່ນຈະແນໃສ່ການໃຊ້ Sequencer ແລະ Backing Track ເພງ ກັບການປະກອບດົນຕຣີບັນເລງແບບອັຕໂນມັດ ທີ່ເອີ້ນກັນວ່າ “Automatic Accompaniment” ສຳລັບນັກສິລປິນຣະດັບມືອາຊີບໃນຮູບແບບ “One Man Band”.

(ກະຣຸນາຕິດຕາມບົດຕໍ່ໄປ…)
Paris, 21 ກຸມພາ 2025

