ເພງ “ເທພີລຸ່ມລຳນໍ້າຂອງ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫ໌ມໄຊຍ໌ (1970)
ນັກຮ້ອງຕົ້ນສະບັບ : ສົມລິຕ ພັນນະວົງສ໌

ວິດີໂອດົນຕຣີບັນເລງເພງ “ເທພີລຸ່ມລຳນໍ້າຂອງ”

1) ເທພີ ລຸ່ມລຳນໍ້າຂອງ
ສຽງຊ່າລືກ້ອງ ນ້ອງນາງໂສພາ
ຍາມຍ່າງຍ້າຍ ສງ່ຽມກາຍທີທ່າ
ສວຍສງ່າ ກວ່າຍິງແດນໃດ…

2) ງາມຈິງ ຍອດຍິງງາມສົມ
ໃຜເຫັນນິຍົມ ຍ້ອງຊົມທົ່ວໄປ
ປຽບນາງຫົງ ຊວດຊົງວິໄລ
ຜຸດຜ່ອງຍ່ອງໃຍ ຫາຍິງໃດປຽບປານ…

• ງາມ… ຕາມທັມມະຊາດ
ທັງມາຣະຍາດ ແສນອ່ອນຫວານ
ງາມ… ຊຶ້ງໃນດວງມານ
ຈິດໃຈສະທ້ານ ຍາມເຈົ້າສົ່ງຍິ້ມມາ…

3) ເທພີ ລຸ່ມລຳນໍ້າຂອງ
ຜິວເນື້ອນວນຜ່ອງ ເໝືອນທອງທາບທາ
ເຈົ້າງາມລໍ້າ ຍິ່ງໃດໃນຫຼ້າ
ປຽບດັ່ງນາງຟ້າ ລົງມາສູ່ດິນ…

ໂນຕເພງ “ເທພີລຸ່ມລຳນໍ້າຂອງ”
ວິດີໂອບັນເລງເພງ “ເທພີລຸ່ມລຳນໍ້າຂອງ”