ເພງ “ຟ້າຫຼືຈະກັ້ນ”

ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ຟ້າຫຼືຈະກັ້ນ”

1) ຄວາມຮັກກຳເນີດ ເກີດມາຈາກໃສ
ມີໃຜຕອບຄຳນີ້ໄດ້ ເປັນດ້ວຍເຫດໃດຄວາມຮັກນີ້ໜາ
ເກີດຈາກຫົວໃຈ ຫຼືຈະເປັນໄປດ້ວຍສາຍຕາ
ຫຼາຍຄົນກ່າວຂານກັນວ່າ ຄວາມຮັກມີຄ່າກວ່າສິ່ງໃດ…

2) ຄວາມຮັກເລີ່ມກໍ່ ຕໍ່ເປັນບັນຫາ
ພູຜາກີດກັນຂວາງໜ້າ ພື້ນພະສຸທາຫຼືຈະກັ້ນໄຫວ
ກ່ອນຈະຮັກກັນ ເຂົາຜູກພັນກັນວິທີໃດ
ເຖິງມີຄວາມຮັກກັນໄດ້ ຫຼືວ່າຫົວໃຈເຂົາມີເໝືອນກັນ…

• ເຖິງໃຫ້ແຜ່ນຟ້າ ມາປິດບັງກາງກັ້ນ
ໃຫ້ໂລກນີ້ສິ້ນແສງຈັນ ແຕ່ຫ້າມຮັກກັນນັ້ນຍາກສຸດແສນ
ແມ່ນຫາກຫ່າງກັນ ຈະໄກແສນໄກຢູ່ຄົນລະແດນ
ຄວາມຮັກຕິດຝັງໃຈແໜ້ນ ຍິ່ງກວ່າກຳແພງແຜ່ນເຫຼັກໄຫຼ…

3) ຄວາມຮັກມີຄ່າ ຢ່າງມະຫາສານ
ຖືກໃຜໃຈຕ້ອງໄຫວຫວັ່ນ ໃຜຈະກີດກັນກາງກັ້ນບໍ່ໄຫວ
ຖືກປັກຮັກລົງ ໃຜກໍຄົງຈະຮູ້ເຖິງໃຈ
ເຫຼືອແຮງຕັດຮັກອອກໄດ້ ເພາະວ່າຫົວໃຈຝັນໃຝ່ທຸກວັນ…

ໂນຕເພງ “ຟ້າຫຼືຈະກັ້ນ”
ວິດີໂອໂນຕບັນເລງເພງ “ຟ້າຫຼືຈະກັ້ນ”