
ທຸກມື້ນີ້, ຄີບອດອັຕໂນມັດ (Arranger Keyboard) ມີຄຸນສົມບັດມາກມາຍຫຼວງຫຼາຍ ຊຶ່ງມີປໂຍດແລະສາມາດໃຊ້ງານໄດ້ຢ່າງແທ້ຈິງ ສຳລັບນັກດົນຕຣີຣະດັບເລີ່ມຕົ້ນ, ສມັກຫຼິ້ນ ໄປຈົນເຖິງນັກດົນຕຣີມືອາຊີບ.
ບົດຂຽນນີ້ ຈະພາທ່ານໄປຮູ້ຈັກແລະລົງເລິກກ່ຽວກັບເຄື່ອງດົນຕຣີອີເລັກໂທຣນິກທັນສມັຍຊະນິດນຶ່ງ ທີ່ໄດ້ກາຍເປັນເຄື່ອງເສບທີ່ພວມໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ບໍ່ພຽງແຕ່ສະເພາະໃນວົງການນັກເສບເທົ່ານັ້ນ, ແຕ່ມັນພວມແຜ່ກະຈາຍເຂົ້າໄປຮອດເກືອບທຸກໆຫຼັງຄາເຮືອນ ໃນທຸກໆວົງການສັງສັນແບບກຸ່ມສັງຄົມນ້ອຍໆ ຕລອດຮອດຮ້ານບັນເທິງຂນາດນ້ອຍ ໃນທົ່ວຕົວເມືອງໃຫຍ່ໆ ຊຶ່ງມີການບໍຣິການສຽງເສບດົນຕຣີປະກອບການບັນເທີງແກ່ແຂກຜູ່ມາຊົມໃຊ້ ແລະຊອກຫາສະຖານທີ່ພັກຜ່ອນອາຣົມໃນຍາມຣາຕຣີ.
ບົດຂຽນນີ້ ຈະແບ່ງເປັນຫຼາຍໆພາກທີ່ສຳຄັນດັ່ງນີ້ :
- ຈຸດເລີ່ມຕົ້ນແລະປວັດຄວາມເປັນມາ (Organ Hammond)
- ຮຸ່ນຣະດັບຂອງຄີບອດອັຕໂນມັດ (ມືໃໝ່, ມືສມັກຫຼິ້ນ, ມືອາຊີບ)
- ພາສາ MIDI (ມາຕຣາການ ແລະ ຣະບົບການ)
- ເອກສານ MIDI File ແລະເອກສານ STYLE
- ອຸປກອນເສີມ (Expanders, ຈໍສັມພັດ, ແລະອື່ນ…)
- ເທັກນິກການຫຼິ້ນຂອດຄີບອດ (Chords Keyboard)
ບົດຄຳນຳ
ມັນເປັນເວລາດົນນານມາແລ້ວ ທີ່ເຄື່ອງດົນຕຣີຄີບອດປະເພດບັນເລງໂດຍອັຕໂນມັດ ມີຮູບພາບລັກສະນະຂອງນັກດົນຕຣີຄົນດຽວໃນຫ້ອງກາເຟທີ່ໂດດດ່ຽວອ້າງວ້າງ ຊຶ່ງນັ່ງຫຼິ້ນເພງກ່ອມແຂກຈຳພວກເກົ່າແກ່ລ້າສມັຍ, ຫຼືເປັນພາບຂອງເຄື່ອງດົນຕຣີທີ່ຖືກປ່ອຍລືມໄວ້ ເພື່ອເອ້ແລະປະດັບປະດາຫ້ອງຮັບແຂກ ສະເພາະເອົາໄວ້ອວດອ້າງແກ່ໝູ່ເພື່ອນ ເວລາຖືກເຊື້ອເຊີນມາກິນເຂົ້າແລະສັງສັນຢູ່ເຮືອນໃນຍາມຫວ່າງ. ແຕ່ມາຮອດຍຸກນີ້, ຄີບອດເຫຼົ່ານີ້ ມີສຽງແລະອົງປະກອບໃຫ້ເລືອກຢ່າງມາກມາຍກ່າຍກອງແລະລົ້ນຫຼາມ ພໍໆກັນກັບໂປຣແກຣມອັດເພງຈາກຄອມພິວເຕີ ຫຼືບາງໜ່ວຍກໍມີຄຸນພາບແລະພລັງພ້ອມຣາຄາທີ່ແພງທຽບເທົ່າກັບເຄື່ອງດົນຕຣີຣະດັບມືອາຊີບໄປແລ້ວ. ບົດຂຽນນີ້ ຈະພິຈາຣະນາຄຸນສົມບັດ ແລະຄຸນລັກສະນະທີ່ອຸດົມສົມບູນຂອງຄີບອດຍຸກໃໝ່ ທີ່ສາມາດຕອບສນອງນັກຫຼິ້ນດົນຕຣີ ທັງໃນຣະດັບສມັກຫຼິ້ນ ໄປຈົນເຖິງມືອາຊີບ.



ໂອ້ !… ອະດີດວັນເວລາຜ່ານມາທີ່ບໍ່ອາດຈະລືມເລືອນໄດ້…! ຍຸກສມັຍນຶ່ງ ທີ່ຄີບອດຍັງຖືກຮຽກວ່າ “ອໍແກນ” (Organ) ແລະໃນສມັຍນັ້ນ, ສມອງຂອງນັກຫຼິ້ນອໍແກນຍັງບໍ່ເຄີຍໄດ້ຍິນແລະຮູ້ຈັກຄຳວ່າ : Synthesizer, PCM, AWM, FM, DWGS, MIDI, Time Code, Sequencer, MP3, STYLE ຈັງຫວະ, ແລະອື່ນໆອີກ…
ການຂຽນບົດອ່ານບົດນີ້ ຖືວ່າເປັນການຍາກແລະລຳບາກສົມຄວນ, ເນື່ອງຈາກມັນບໍ່ສາມາດນຳສເນີຂໍ້ເທັດຈິງທາງເທັກນິກແລະວິທຍາການມາອ້າງອີງແລະຢັ້ງຢືນແບບຖາວອນໄດ້, ເພາະວ່າສິ່ງເຫຼົ່ານີ້ ມັນມີການພັທນາແລະປ່ຽນແປງກ້າວໜ້າໄປຢ່າງວ່ອງໄວກັບກາລະເວລາ ຊຶ່ງພາໃຫ້ກາຍເປັນເຄື່ອງຫຼ້າສມັຍໄປໂດຍປະຣິຍາຍພາຍໃນເວລາພຽງບໍ່ຂ້າມປີ. ຕລາດເຄື່ອງດົນຕຣີປະເພດຄີບອດ ເປັນຕລາດທີ່ເຂົ້າໃຈໄດ້ຍາກທີ່ສຸດ ເມື່ອທຽບກັບເຄື່ອງດົນຕຣີປະເພດອື່ນໆ. ເຫດຜົນປະການທີ່ນຶ່ງກໍຄື ເຮົາບໍ່ສາມາດຈັດການໂດຍສະເພາະກັບເຣື່ອງເຄື່ອງດົນຕຣີປະເພດມີແປ້ນດີດເປັນແບບຄີບອດນີ້ເທົ່ານັ້ນ, ແຕ່ມັນຕ້ອງໄດ້ປະເຊີນໜ້າກັບບັນດາພູເຂົາອຸປກອນປະກອບເສີມຕ່າງໆນາໆ ອັນມາກມາຍທີ່ປະກອບດ້ວຍມາຕຣາການແລະກົດເກນຂອງຂໍ້ມູນອັນຫຼວງຫຼາຍ, ພ້ອມກັນນັ້ນ ພວກມັນຍັງມີຄວາມແຕກຕ່າງກັນໄປ ຕາມແຕ່ລະຮຸ່ນຂອງຜູ່ຜລິດແລະແຕ່ລະຍິ່ຫໍ້ອີກດ້ວຍ.
ການພັທນາທາງດ້ານອຸສາຫະກັມຄອມພິວເຕີ ດ້ວຍກົນໄກທີ່ທັນສມັຍຫຼ້າສຸດ ໄດ້ສະທ້ອນໃຫ້ພວກເຮົາເຫັນສິ່ງທີ່ປາກົດອອກມາໃນຜລິຕພັນອີເລັກໂທຣນິກຂອງເຄື່ອງດົນຕຣີຍຸກດິຈິຕອນນີ້ຢ່າງທັນຕາເຫັນ.
ເທັກໂນໂລຈິຂັ້ນສູງຂອງຄີບອດສມັຍໃໝ່ ບໍ່ໄດ້ແມ່ນມີໄວ້ສຳລັບນັກດົນຕຣີມືອາຊີບອີກຕໍ່ໄປ, ແຕ່ບັນດານັກດົນຕຣີສມັກຫຼິ້ນຂັ້ນພື້ນຖານ ແມ່ນສາມາດຊື້ເຄື່ອງດົນຕຣີທີ່ມີຄຸນພາບສູງ ຊຶ່ງມີພລັງຂອງຣະບົບການອັນຊັບຊ້ອນຢ່າງມາກມາຍນີ້ໄດ້ໃນຣາຄາພຽງເອື້ອມມືດຽວ. ໃນຂະນະດຽວກັນ, ນັກດົນຕຣີທີ່ສະແດງເທິງເວທີສົດ ແມ່ນສາມາດນຳໃຊ້ເທັກໂນໂລຈິອັນທັນສມັຍໃໝ່ນີ້ ເພື່ອລຽນແບບການຫຼິ້ນສຽງຂອງເຄື່ອງເສບເປັນວົງຄົບທັງໝົດໄດ້ ໂດຍການໃຊ້ຄີບອດພຽງໜ່ວຍດຽວ. ມັນເປັນຄວາມໃຝ່ຝັນຂອງນັກດົນຕຣີໃນສມັຍກ່ອນ ຊຶ່ງຕ້ອງຊື້ ຫຼືນຳເອົາເຄື່ອງເກັບສຽງເປັນແບບມ້ວນເທັປອັນມະຫືມາ ຂຶ້ນເທິງເວທີເພື່ອຈະສາມາດຫຼິ້ນສຽງເຫຼົ່ານີ້ໄດ້. ມາຮອດມື້ນີ້, ວົງດຸຣິຍາງອັນປະກອບດ້ວຍສຽງເຄື່ອງເປົ່າ, ເຄື່ອງສາຍ ຄົບວົງ ໄດ້ກາຍເປັນສິ່ງປົກກະຕິແລະທັມມະດາໄປແລ້ວ ສຳລັບຄີບອດນ້ອຍໆໜ່ວຍດຽວ.
- ຈຸດເລີ່ມຕົ້ນແລະປວັດຄວາມເປັນມາ (Organ Hammond)
ທຸກໆເຄື່ອງດົນຕຣີບັນເລງ ປະເພດທີ່ມີອົງປະກອບເປັນແປ້ນດີດ ບໍ່ໄດ້ໝາຍຄວາມວ່າຈະເປັນຄີບອດໄດ້ຢ່າງສົມບູນແບບ. ມັນຄົງເປັນການດູໝິ່ນ ທີ່ຈະໄປເອີ້ນ “ຄີບອດ” ໂດຍທົ່ວໄປ ວ່າແມ່ນເຄື່ອງດົນຕຣີປະເພດ “ປ່ຽນໂນ່” ອັນສົມກຽດແລະສົມສັກສີໄດ້. ເພາະ “ປ່ຽນໂນ່” (Piano) ຍັງຈະຄົງແມ່ນ “ປ່ຽນໂນ່” ໃນຕົວຂອງມັນ, ເໝືອນດັ່ງ “ອໍແກນ” (Organ) ກໍຍັງຄົງເປັນ “ອໍແກນ” ສະເພາະຕົວມັນຕລອດໄປ.
ເຄື່ອງດົນຕຣີທີ່ມີແປ້ນດີດ ຈະກາຍມາເປັນ “ຄີບອດ” ໄດ້ກໍຕໍ່ເມື່ອມີອຸປກອນອີເລັກໂທຣນິກ ເຂົ້າມາຮ່ວມປະກອບສ່ວນກັບແປ້ນດີດສີຂາວແລະສີດຳຂອງມັນ. ແລະເມື່ອການສັງເຄາະສຽງຂອງມັນ ໄດ້ກາຍເປັນສິ່ງຈຳລອງ ພ້ອມທັງມັນຈຳເປັນທີ່ຈະຕ້ອງໄດ້ເຊື່ອມຕໍ່ຣະບົບການທັງໝົດ ໃສ່ກັບເຄື່ອງຂຍາຍສຽງທີ່ໃຊ້ພລັງງານດ້ານໄຟຟ້າເຂົ້າມາປະກອບຕື່ມ. ເນື່ອງຈາກວ່າ “ຄີບອດ” ແມ່ນໝາຍເຖິງເຄື່ອງດົນຕຣີທີ່ບໍ່ສາມາດສ້າງຄື້ນສຽງໄດ້ດ້ວຍຕົວມັນເອງ, ແຕ່ມັນສ້າງຄື້ນສຽງດ້ວຍຣະບົບອີເລັກໂທຣນິກລ້ວນໆ.
ຖ້າພວກເຮົາທຳການສັງເກດດີໆໂດຍລະອຽດ, ຈະເຫັນໄດ້ວ່າ ທຸກຢ່າງແມ່ນມັນໄດ້ມີການເລີ່ມຕົ້ນມາຈາກ “ອໍແກນ”, ອັນໄດ້ແກ່ “ອໍແກນ” ຂອງ Laurens Hammond. ການພັທນາຂອງມັນ ແມ່ນໄດ້ເກີດມາຈາກຄວາມບັງເອີນຫຼາຍໆຢ່າງ. ຜູ່ປະດິດສ້າງ – ຊາວອະເມຣິກາທີ່ມີຊື່ວ່າ Laurens Hammond – ເປັນນາຍຊ່າງສ້ອມແປງເຄື່ອງຈັກ ທີ່ສົນໃຈແລະສຶກສາກ່ຽວກັບວິທຍາກັມແລະກົນໄກໄຟຟ້າ ຊຶ່ງລາວໄດ້ຍື່ນຈົດທະບຽນລິຂສິດໄວ້ກ່ອນແລ້ວ. ນອກຈາກການສຶກສາແລະຄົ້ນຄວ້າທາງດ້ານນີ້, ລາວຍັງເປັນທັງນັກປະພັນບົດຂຽນໃຫ້ຮູບເງົາອີກດ້ວຍ.

◆ ອໍແກນ Hammond
ເມື່ອປີ ຄ.ສ. 1920, ໃນຂະນະທີ່ພວມເຮັດການໃຫ້ກັບບໍຣີສັດເຄື່ອງຍົນນາວາແລະກົນຈັກເຮືອກໍ່າປັ່ນ, ລາວໄດ້ປະດິດໂມງຊະນິດນຶ່ງທີ່ມີກ່ອງມາຊ່ວຍໃນການກົບບັງແລະລົບຜ່ອນສຽງດັງຂອງເຄື່ອງຈັກ. ທຸຣະກິດດັ່ງກ່າວ ໄດ້ຮັບຄວາມສຳເຣັດຜົນດີ ແລະພາໃຫ້ Hammond ກາຍເປັນນັກປະດິດສ້າງທີ່ເປັນອິສຣະ. ລາວໄດ້ທຳການສືບຕໍ່ດຳເນີນງານຜ່ານຫຼາຍໆຂັ້ນຕອນເຊັ່ນ : ການພັທນາເຄື່ອງຈັກຣະບົບ Synchrone – ຕົ້ນກຳເນີດຂອງການປະດິດແວ່ນສາມມິຕິດ້ວຍສີຂຽວ/ແດງ – ການປ່ຽນແປງຄື້ນໄຟຟ້າກະແສສລັບ ໃຫ້ເປັນກະແສຄົງທ່ຽງ ສຳລັບວິທຍຸ ໂດຍໃຊ້ສິ່ງທີ່ເອີ້ນວ່າ A-Box – ໂມງໄຟຟ້າ – ຊຶ່ງນຳພາໄປສູ່ການສ້າງຕັ້ງບໍຣິສັດ Hammond Clock ໃນປີ 1928.
ຢ່າງໃດກໍຕາມ, ທຸຣະກິດບໍຣິສັດ “ໂມງໄຟຟ້າ” ຂອງລາວດຳເນີນການໄປບໍ່ໄດ້ດີພໍຄວນ ອັນພາໄປສູ່ການລົ້ມສລາຍຕົວໃນເວລາຕໍ່ມາບໍ່ນານ. Hammond ໄດ້ສືບຕໍ່ຄົ້ນຄວ້າທາງດ້ານກົນຈັກ Synchrone ຂອງລາວ. ແລະເມື່ອຮອດປະມານປີ 1933, ແນວຄຶດຂອງລາວໄດ້ນຳພາໄປສູ່ການນຳໃຊ້ໃນດ້ານດົນຕຣີ. ເຄື່ອງປະມວນສຽງແບບວົງລໍ້ໝຸນດ້ວຍໄຟຟ້າໄດ້ກຳເນີດຂຶ້ນ : ຈາກກົງລໍ້ນ້ອຍໆຂນາດເທົ່າຫຼຽນ 2 ຢູໂຣ ທີ່ຖືກຍຶດຕິດເຂົ້າກັບເພົາຂອງເຄື່ອງຈັກໄຟຟ້າໂດຍກົງ. ແຕ່ກົງລໍ້ດັ່ງກ່າວ ຂອບຂອງມັນບໍ່ໄດ້ກ້ຽງດີ, ແຕ່ຄ້າຍຄືດັ່ງແຂ້ວເຟືອງຊະນິດນຶ່ງ. ພາກສ່ວນນີ້ ໝຸນວົນຢູ່ດ້ານໃນຕໍ່ໜ້າແມ່ເຫຼັກໄຟຟ້າກ້ອນນຶ່ງ.
ໃຜໆກໍຕາມ ທີ່ເຂົ້າໃຈໃນຊັ້ນຮຽນດ້ານ ວັດຖຸວິທຍາ ເປັນຢ່າງດີ, ຈະເຂົ້າໃຈວ່າ ມັນຈະເກີດຫຍັງຂຶ້ນຈາກພຶດຕິການນີ້. ຕົວນຳສົ່ງກະແສໄຟຟ້າ ຈະສ້າງສນາມແມ່ເຫຼັກຂຶ້ນ. ແລະຖ້າເຮົາເຄື່ອນຍ້າຍລວດ ຫຼືວັດຖຸໂລຫະໃດນຶ່ງ ເຂົ້າໄປໃນສນາມແມ່ເຫຼັກດັ່ງກ່າວ, ກະແສໄຟຟ້າຈະກໍ່ຕົວເກີດຂຶ້ນ ແລະມັນຂຶ້ນກັບຄວາມໄວຫຼືຊ້າຂອງການເຄື່ອນຍ້າຍໂລຫະແລະໄລຍະຫ່າງຈາກກົງໝຸນດັ່ງກ່າວມານີ້.

Hammond ໄດ້ສຣຸບຄວາມຈາກທິສດີນີ້ວ່າ ສນາມແມ່ເຫຼັກໄດ້ຮັບອິດທິພົນທີ່ແຕກຕ່າງກັນຢ່າງຕໍ່ເນື່ອງຈາກຮອຍແຂ້ວຂອງກົງລໍ້, ໝາຍຄວາມວ່າ ກະແສໜ່ຽວນຳ ຈະເພີ່ມຂຶ້ນຫຼືລົດລົງຢ່າງຕໍ່ເນື່ອງເປັນໄລຍະໆສມໍ່າສເມີ. ລາວໄດ້ທຳການພັນລວດອ້ອມຮອບແມ່ເຫຼັກແລະສາມາດປ່ຽນທິດທາງ ແລະຂຍາຍກະແສໜ່ຽວນຳນີ້ໄດ້. ໃນເຄື່ອງວິທຍຸ, ກະແສທີ່ຂຍາຍຕົວ ສາມາດເຮັດໃຫ້ເປັນສຽງທີ່ໄດ້ຍິນໄດ້ ຜ່ານລຳໂພງທີ່ຂຍາຍສຽງ, ເນື່ອງຈາກການປ່ຽນແປງກະແສຢ່າງຕໍ່ເນື່ອງ ເຮັດໃຫ້ແຜ່ນລຳໂພງສຽງ ສັ່ນເອນອຽງໄປຢ່າງຕໍ່ເນື່ອງ ອັນສົ່ງຜົນໃຫ້ເກີດຄື້ນທີ່ກໍ່ໃຫ້ເກີດເປັນສຽງໃຫ້ໄດ້ຍິນ.
ຈາກການທົດລອງນີ້, Hammond ໄດ້ເຂົ້າໃຈຫຼັກການຂອງເຄື່ອງດົນຕຣີທຸກໆຊະນິດ ຊຶ່ງຮູບແບບການສັ່ນສະເທືອນບາງຮູບແບບ ຈະຖືກແປງໃຫ້ເປັນສຽງຕ່າງໆໄດ້. ມາຮອດນີ້ ລາວສາມາດປະສົບຄວາມສຳເຣັດໃນການສະແດງສິ່ງນີ້ ໂດຍໃຊ້ພລັງງານໄຟຟ້າມາເປັນຕົວຊ່ວຍ.

ມາຮອດຈຸດນີ້, ລາວສາມາດສ້າງສຽງຈາກກະແສໄຟຟ້າແບບນີ້ໄດ້ພຽງສຽງພື້ນຖານສຽງດຽວເທົ່ານັ້ນ ຊຶ່ງຟັງຄ້າຍຄືສຽງຂຸ່ຍ. ມັນຍັງຕ້ອງໄດ້ໃຊ້ຄວາມພະຍາຍາມອີກຢ່າງຫຼວງຫຼາຍ ເພື່ອໃຫ້ໄດ້ສຽງດົນຕຣີທີ່ຊັບຊ້ອນ. ຄວາມພະຍາຍາມແມ່ນມີຫຼາຍໆວິທີແລະສັບສົນທີ່ສຸດ, ຈົນກວ່າ Hammond ໄດ້ຊື້ປ່ຽນໂນ່ເກົ່າແກ່ໜ່ວຍນຶ່ງມາ ແລະນຳໃຊ້ແປ້ນດີດຂອງ Piano ເປັນຕົວບັງຄັບຣະບົບການໂດຍຮວມ. ໜ້າສັມພັດທາງໄຟຟ້າ ໄດ້ຖືກວາງໄວ້ໃຕ້ປຸ່ມແຕ່ລະປຸ່ມຂອງປ່ຽນໂນ່ ເຊື່ອມຕໍ່ດ້ວຍສາຍໄຟຟ້າເຂົ້າກັບກົງໝຸນແມ່ເຫຼັກ. ໝໍ້ຈັກ Synchrone ເປັນຕົວໝຸນທີ່ມີຄວາມທ່ຽງກົງສູງ ທຳການເຄື່ອນຍ້າຍລໍ້ 91 ອັນຊຶ່ງມີຂນາດແຕກຕ່າງກັນ ແລະໝຸນດ້ວຍຄວາມໄວແຕກຕ່າງກັນ ຜ່ານເຟືອງທີ່ສົ່ງກຳລັງອັນຊັບຊ້ອນທີ່ໜ່ຽວນຳກະແສໄຟຟ້າໃນແມ່ເຫຼັກ 91 ໜ່ວຍທັງໝົດ.
ຖ້າເຮົາກົດໃສ່ໂນຕແປ້ນດີດໂຕໃດໂຕນຶ່ງ, ຕົວເປີດປິດຕົວນຶ່ງຈະຖືກເປີດໃຊ້ງານ, ຊຶ່ງຈະທຳການປິດວົງຈອນທີ່ກ່ຽວຂ້ອງໄວ້, ແຕ່ຍັງເປີດໂອກາດໃຫ້ສາມາດເພີ່ມຄວາມແຜ່ຂຍາຍກວ້າງໃຫ້ແຕ່ລະສຽງໄດ້ ໂດຍອາສັຍແຖບດຶງ. ທັງໝົດທຸກຂະບວນການນີ້ ໄດ້ຮັບການປະສົມປະສານເຂົ້າໄປໃນຕົວກ່ອງຕູ້ຫີບຂອງເຄື່ອງ ຊຶ່ງມີການຕິດຕັ້ງເຄື່ອງຂຍາຍສຽງແລະລຳໂພງໄວ້ໃນຕົວ. ນໍ້າໜັກຂອງເຄື່ອງອຸປກອນທັງໝົດດັ່ງກ່າວມານີ້ ຮວມແລ້ວເປັນປະມານ 300 ຫາ 400 ກິໂລ!..


ແລະນີ້ຄືຈຸດກຳເນີດຂອງ “ອໍແກນ” Hammond ໜ່ວຍທໍາອິດ ເມື່ອວັນທີ 24 ເດືອນເມສາ 1934, Hammond ໄດ້ຮັບໃບປະກາສະນີຍະບັດລິຂສິດການປະດິດສ້າງທີ່ເມືອງ Washington ປະເທດອະເມຣິກາ.
◆ ສິດຖິບັດລິຂສິດຂອງ Hammond
“ອໍແກນໃນໂບດຂນາດນ້ອຍ” ແມ່ນຊື່ທີ່ຖືກເອີ້ນກັນໃນເວລາຕໍ່ມາ, ແລະໄດ້ກາຍເປັນທີ່ໂດ່ງດັງໄປທົ່ວໂລກ. ມັນໄດ້ເປັນຕົວແທນຂອງ “ອໍແກນປະເພດທໍ່ສຽງ” ຢ່າງສົມບູນ. ຈາກການທົດສອບດ້ວຍຫຼາຍໆຜູ່ໃຊ້ ທຸກຄົນຕ່າງກໍໃຫ້ຄວາມເຫັນວ່າ ສຽງຂອງພວກມັນ ແມ່ນແນວດຽວກັນ. ຫຼັກການແມ່ເຫຼັກໄຟຟ້າໄດ້ຮັບການຮັກສາໄວ້ຈົນຮອດປີ 1967. ຫຼັງຈາກນັ້ນ, ບໍຣິສັດ Hammond Organ ກໍເລີ່ມຜລິດ ອໍແກນທີ່ມີສ່ວນປະກອບອີເລັກໂທຣນິກອອກມາ. ແຕ່ໃນໄລຍະເລີ່ມຕົ້ນ, ພວກມັນບໍ່ໄດ້ມີສຽງທີ່ເປັນເອກລັກແທ້ໆເທື່ອ. Hammond ໄດ້ຖືກສືບສານໂດຍບໍຣີສັດ Suzuki ຂອງຍິ່ປຸ່ນ. ການພັທນາສຽງແບບດິຈິຕອນ ໄດ້ນຳພາໃຫ້ບໍຣິສັດ Hammond-Suzuki ສາມາດສ້າງອໍແກນ Hammond XB-3 ອອກມາ; ຊຶ່ງແມ່ນແບບຈຳລອງຂອງຮຸ່ນ B-3 ແລະມີຣາຄາຢູ່ທີ່ປະມານ 10 000 €. ແຕ່ໃນທາງດ້ານວິຊາການແລ້ວ, ມັນເປັນເຄື່ອງດົນຕຣີດິຈິຕອນຢ່າງເຕັມຮູບແບບແລ້ວ. ສຽງທີ່ເປັນເອກລັກຂອງອໍແກນ Hammond ຕົ້ນສະບັບ ໄດ້ຮັບການປະຍຸກຢ່າງສົມບູນ. ນັກວິຈານຫຼາຍໆຄົນໄດ້ກ່າວວ່າ ສຽງຂອງອໍແກນໃໝ່ນີ້ ແມ່ນສຽງທີ່ສົມຈິງກັບສຽງ Hammond ຕົ້ນສະບັບ.
ແນ່ນອນວ່າ, Hammond ໄດ້ຮັບການປັບປຸງແລະພັທນາຢ່າງຕໍ່ເນື່ອງຕັ້ງແຕ່ປີ 1934 ຕລອດມາ. ດັ່ງເຊັ່ນ ມີການເພີ່ມຕົວຄວບຄຸມສຽງຂຶ້ນຮອດ 32 ອັນ, ດຸມສຳລັບການຕັ້ງຄ່າລ່ວງໜ້າຈຳນວນມາກມາຍ, ຕົວຄວບຄຸມການສັ່ນສຽງແບບ Hammond ແລະເຄື່ອງຂຍາຍສຽງແບບຫຼອດໄຟຟ້າ, ໄດ້ພາໃຫ້ມັນກາຍເປັນເຄື່ອງດົນຕຣີຄີບອດທີ່ດີເລີດ ຊຶ່ງຫາໃຜທຽບທຽມໄດ້ຍາກທີ່ສຸດ. ໄດ້ມີຫຼາຍໆຮຸ່ນແລະຫຼາຍໆຊຸດທີ່ແຕກຕ່າງ ຖືກຜລິດອອກເພື່ອສນອງຄວາມຮຽກຮ້ອງຕ້ອງການຈາກຜູ່ໃຊ້ທົ່ວໂລກ. ເຊັ່ນຕົວຢ່າງຮຸ່ນ A-100 ຫຼື ຮຸ່ນ B-3 ແມ່ນຍັງໄດ້ຮັບຄວາມນິຍົມໃນທຸກມື້ນີ້, ໂດຍສະເພາະໃນວົງການເພງປະເພດ Rock, ເຖິງແມ່ນວ່າພວກມັນຈະເຫຼືອພຽງປະເພດມືທີ່ສອງ ແຕ່ຍັງຄົງມີຣາຄາທີ່ແພງສົມຄວນ.
◆ ຜູ່ສືບສານທາງດ້ານອີເລັກໂທຣນິກຂອງ ອໍແກນ Hammond
ແລ້ວມັນແມ່ນຫຍັງແທ້ ທີ່ພາໃຫ້ສຽງອັນເປັນເອກລັກຂອງອໍແກນ Hammond ໄດ້ຮັບຄວາມນິຍົມຊົມຊອບແລະໃຝ່ຝັນຫາຈາກທຸກໆຄົນໃນປະຈຸບັນ ທີ່ຕ່າງກໍພະຍາຍາມຈະລຽນແບບສຽງດັ່ງກ່າວໃຫ້ໄດ້ສຳນວນ ທີ່ໃກ້ຄຽງທີ່ສຸດເທົ່າທີ່ຈະເຮັດໄດ້ ດ້ວຍເຄື່ອງດົນຕຣີປະເພດ Synthesizer, ເຄື່ອງ Expander ຫຼືເຄື່ອງ Sampler ຍຸກໃໝ່? ໃນອັນດັບທຳອິດແມ່ນໄດ້ແກ່, ຮູບແບບຂອງຄື້ນສຽງ Sinus, ຊຶ່ງເປັນຄື້ນອັນບໍຣິສຸດ ທີ່ຖືກສ້າງຂຶ້ນມາໂດຍກົງຈັກລໍ້ໝຸນກະແສໄຟຟ້າ. ສຽງປະສານອັນກົມກືນເພີ່ມເຕີມ ໄດ້ຮັບການປະສົມເຂົ້າ ໂດຍການຄວບຄຸມດ້ວຍ “ແຖບດຶງ” ອັນສົມດຸນກັນ, ເນື່ອງຈາກວ່າພວກມັນມີຄວາມສັມພັນໃນທາງຄະນິດສາດທີ່ແນ່ນອນ ກັບສຽງຕົ້ນທາງ.
ອົງປະກອບອັນສຳຄັນອີກຢ່າງນຶ່ງຂອງສຽງອໍແກນ Hammond, ແມ່ນສິ່ງທີ່ເອີ້ນວ່າ “ສຽງກະທົບ” ຈາກແປ້ນດີດທີ່ເກີດຈາກການສັມພັດຂອງກະແສໄຟຟ້າທີ່ມີອາການຕອບໂຕ້ກັບຕົວໂນຕ ເທິງແປ້ນດີດຂອງຄີບອດ, ຊຶ່ງສຽງດັ່ງກ່າວນີ້ ໃນເບື້ອງຕົ້ນຖືກຖືວ່າເປັນສຽງຣົບກວນທີ່ຫຼີກລ່ຽງບໍ່ໄດ້ໃນທາງກາຍະພາບ. ແຕ່ມາຮອດມື້ນີ້, ສຽງຈາກ “ຄວາມບົກຜ່ອງ” ດັ່ງກ່າວນີ້ ໄດ້ກາຍເປັນພື້ນຖານຂອງສຽງທີ່ເປັນເອກລັກສະເພາະຕົວຂອງອໍແກນ Hammond, ແລະໄດ້ຮັບການສັງເຄາະດ້ວຍຄີບອດທັນສມັຍແບບຈຳລອງຕົວເອົາ. ອໍແກນ Hammond ຍັງມີສຽງແບບຫຼອດໄຟຟ້າ ທີ່ມີຄວາມເຂັ້ມຂົ້ນໄປຮອດສຽງແບບພ້ຽນຫຍາບ, ແລ້ວແຕ່ຣະດັບສຽງຄ່ອຍແຮງເວລາຫຼິ້ນ. ນີ້ຄືສິ່ງທີ່ພາໃຫ້ຫຼາຍໆຄະນະວົງດົນຕຣີ Rock ໃນຍຸກຊຸມປີ 1960 ແລະ 1970 ມີຊື່ສຽງໂດ່ງດັງຂຶ້ນ.
ລຳໂພງສຽງແບບລໍ້ໝຸນ (Leslie)
ແລະອັນດັບສຸດທ້າຍ, ມັນຈຳເປັນຕ້ອງໄດ້ກ່າວເຖິງ ອຸປກອນເພີ່ມເຕີມທີ່ຜູ່ຫຼິ້ນອໍແກນ Hammond ທຸກຄົນຕ້ອງມີໄວ້ຄຽງຂ້າງນັ້ນຄື : ຕູ້ລຳໂພງສຽງແບບລໍ້ໝຸນທີ່ເອີ້ນກັນວ່າ “ຕູ້ລຳໂພງສຽງ Leslie” ຊຶ່ງມີເອກລັກພິເສດໃນຕົວຂອງມັນເອງ. ເພາະມັນມີເຄື່ອງຂຍາຍສຽງ (Amplifier) 2 ອັນ. ອັນທໍາອິດ ເຮັດໜ້າທີ່ລໍ່ລ້ຽງກະແສໄຟຟ້າໃຫ້ກັບລໍາໂພງສຽງແຫຼມ ທີ່ຕິດຕັ້ງຢູ່ທາງດ້ານເທິງຂອງຕູ້ສຽງ, ອັນທີ່ສອງ ເຮັດໜ້າທີ່ລໍ່ລ້ຽງລຳໂພງສຽງທຸ້ມ ທາງດ້ານລຸ່ມຂອງຕູ້ສຽງ ຊຶ່ງມີຕົວສະທ້ອນແບບໝຸນວຽນ ເພື່ອຄວບຄຸມທິດທາງໝຸນວຽນຂອງສຽງ.

ລຳໂພງສຽງແຫຼມ ແມ່ນຖືກຂັບເຄື່ອນດ້ວຍເຄື່ອງຈັກທີ່ 1 ຊຶ່ງຄວບຄຸມການໝຸນທາງດ້ານເທິງຂອງຕູ້, ໃນຂະນະທີ່ເຄື່ອງຈັກທີ່ 2 ເຮັດໜ້າທີ່ໝຸນພາກສ່ວນພື້ນສະທ້ອນດ້ານລຸ່ມຂອງລຳໂພງສຽງທຸ້ມ. ຢູ່ເທິງແປ້ນກະດານຄວບຄຸມຂອງອໍແກນເອງ, ຈະມີຕົວຄວບຄຸມທີ່ເຮັດໜ້າທີ່ຄວບຄຸມຄວາມໄວຂອງເຄື່ອງກົນຈັກທັງ 3 ຢ່າງດັ່ງນີ້ : ໝຸນຊ້າໆ – ຢຸດໝຸນ – ໝຸນໄວໆ.
ເມື່ອໝຸນຊ້າໆ, ຕູ້ Leslie ຈະສ້າງສຽງອໍແກນໃຫ້ອອກມາໃນລັກສະນະທີ່ກ້ອງກັງວານໄປທົ່ວ ຄ້າຍໆຄືສຽງຄົນຮ້ອງປະສານພ້ອມກັນຫຼາຍໆຄົນ ຮຽກວ່າ “Chorus”. ເວລາມີການໝຸນໄວຂຶ້ນ, ຈະມີອາການແບບດຽວກັນ ບວກກັບອາການສັ່ນຂອງສຽງໃນລັກສະນະທີ່ຮຽກວ່າ “Vibrato”. ເມື່ອຢູ່ໃນສະພາບຢຸດໝຸນ, ສຽງຕົ້ນທາງແບບແປນໆ (Sound Signal Sinuosidal) ຈະຍັງຄົງຖືກຮັກສາໄວ້.
ທຸກມື້ນີ້ ບໍ່ຈຳເປັນຕ້ອງເອີ່ຍບອກກໍຮູ້ວ່າ, ລັກສະນະສຽງແບບ Leslie ນີ້ແມ່ນສາມາດສັງເຄາະໄດ້ຢ່າງສົມບູນແບບ ດ້ວຍເຄື່ອງສັງເຄາະສຽງປະເພດ Synthesizer ດິຈິຕອນທົ່ວໄປແລ້ວ. ນັບຕັ້ງແຕ່ການພະຍາຍາມຄັ້ງທໍາອິດໃນຊຸມປີ 1970 ມາຮອດປະຈຸບັນນີ້, ມັນໄດ້ມີເຫດການຫຼາຍຢ່າງເກີດຂຶ້ນກັບສາຂານີ້. ທຸກມື້ນີ້, ເຄື່ອງຈຳລອງສຽງການໝຸນແບບກົງລໍ້ຂອງ Hammond ໃນຮູບແບບດິຈິຕອນ ແມ່ນສົມຈິງຢ່າງໜ້າເຫຼືອເຊື່ອ. ເຄື່ອງອຸປກອນເຫຼົ່ານີ້ ສາມາດຍົກຍ້າຍແລະເຄື່ອນທີ່ໄດ້ຢ່າງງ່າຍດາຍ, ເພາະພວກມັນມີຂນາດແລະນໍ້າໜັກເບົາບາງລົງ, ແຕ່ມີຄວາມທົນທານ ບໍ່ເປ່ເພແຕກຫັກງ່າຍດາຍຄືແຕ່ກ່ອນ ແລະຍິ່ງກ່ວານັ້ນ, ແມ່ນມີຣາຄາບໍ່ແພງອີກຄືດັ່ງຮຸ່ນກົນຈັກຕົ້ນສະບັບໃນສມັຍກ່ອນ.
(ກະຣຸນາຕິດຕາມບົດຕໍ່ໄປ…)
Paris, 20 ກຸມພາ 2025

