ທັກສະພື້ນຖານອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…
3. ທົບທວນຄວາມໝາຍແລະໜ້າທີ່ຂອງດຸມ ລົວສົ່ງ (FILL In) ເທິງຄີບອດ

ມັນເປັນສິ່ງສໍາຄັນທີ່ຈະຕ້ອງຈໍາແນກໃຫ້ໄດ້ ຣະຫວ່າງຄວາມແຕກຕ່າງຂອງດຸມລົວສົ່ງ “FILL In” ທີ່ມີທັງໝົດ 4 ດຸມ ສັງກັດຢູ່ໃຕ້ດຸມ MAIN VARIATION ທັງ 4, ກັບດຸມລົວຢຸດ “BREAK” ຊຶ່ງມີພຽງດຸມດຽວເທົ່ານັ້ນ.
ໂດຍປົກກະຕິ, ດຸມ FILL In ແມ່ນໃຊ້ຢູ່ໃນຕອນທ້າຍຂອງແຕ່ລະວັກ ຫຼືທ່ອນຂອງເພງ ເພື່ອທຳການສົ່ງໄປຫາວັກຫຼືທ່ອນທີ່ຕິດຕາມຕໍ່ໄປ. ສ່ວນດຸມ BREAK, ແມ່ນໃຊ້ເພື່ອໝາຍການຢຸດ ຫຼື ແຍກລະຫວ່າງປໂຍກທີ່ສຳຄັນ, ຫຼືກ່ອນການ SOLO ຫຼັງຈາກທຸກໆວັກຕອນຂອງເພງ ໄດ້ຖືກຫຼິ້ນຈົບສິ້ນແລ້ວ.
- ດຸມລົວສົ່ງ FILL In, ເມື່ອຫຼິ້ນແລ້ວ, ມັນຈະກັບຄືນໄປຫາດຸມຫຼັກ (MAIN) ທີ່ສອດຄ່ອງກັນ. ເວັ້ນເສັຽແຕ່ວ່າທ່ານເລືອກທີ່ຈະກົດດຸມອື່ນ ກ່ອນທີ່ມັນຈະສິ້ນສຸດການຫຼິ້ນ. ຕົວຢ່າງເຊັ່ນ, ເມື່ອ FILL In AA ຫຼີ້ນຈົບລົງ, ມັນຈະໂດດໄປຫຼິ້ນ MAIN A ຕາມລຳດັບການໂດຍອັຕໂນມັດ. FILL In BB ຈະກັບຄືນໄປຫຼິ້ນ MAIN B ຕາມລຳດັບ…
- ດຸມລົວຢຸດ BREAK ຈະຖືກໃຊ້ເພື່ອຢຸດຈັງຫວະດົນຕຣີ ຫຼືເປັນສັນຍານຂັ້ນກາງຣະຫວ່າງວັກຕອນທີ່ສຳຄັນຂອງບົດບັນເລງ. ເມື່ອດຸມ BREAK ຫຼີ້ນຈົບລົງ, ມັນຈະກັບຄືນໄປຫຼິ້ນດຸມທີ່ຖືກຫຼິ້ນກ່ອນໜ້າມັນເອງ. ເວັ້ນເສັຽແຕ່ວ່າທ່ານເລືອກທີ່ຈະກົດດຸມອື່ນ ກ່ອນທີ່ມັນຈະສິ້ນສຸດການຫຼິ້ນ.
ຄຸນສົມບັດພິເສດອີກຢ່າງນຶ່ງຂອງດຸມຄວບຄຸມຈັງຫວະເທິງຄີບອດ Yamaha ແມ່ນ, ດຸມ “AUTO FILL IN” ຊຶ່ງເມື່ອເປີດໃຊ້ງານ ແມ່ນມີໜ້າທີ່ ໄປລັ່ນຫຼິ້ນດຸມ FILL In ໂດຍອັຕໂນມັດ ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ. ຕົວຢ່າງ ເມື່ອທ່ານພວມຫຼິ້ນດຸມ MAIN A ຢູ່ ແລະກົດຍ້າຍໄປຫຼິ້ນດຸມ MAIN B ຫຼືອື່ນໆ, ຄີບອດຈະທຳການຫຼິ້ນສຽງຂອງດຸມ FILL IN ທີ່ກ່ຽວພັນນັ້ນໆ ໂດຍທີ່ທ່ານບໍ່ຈຳເປັນຕ້ອງກົດມັນຊໍ້າອີກ.
ໃນທາງກົງກັນຂ້າມ ຖ້າຫາກດຸມ “AUTO FILL IN” ບໍ່ໄດ້ມີຖືກເປີດໃຊ້ງານ ຄືຖືກມອດໄວ້, ເວລາທ່ານປ່ຽນຍ້າຍການຫຼິ້ນຣະຫວ່າງດຸມຕ່າງໆ, ຄີບອດຈະບໍ່ເປີດຫຼິ້ນດຸມລົວສົ່ງໃຫ້ແຕ່ປະການໃດເລີຍ. ໝາຍຄວາມວ່າ ເວລາທ່ານຍ້າຍການຫຼິ້ນຈາກດຸມ MAIN A ໄປຫາ MAIN B ຫຼືອື່ນໆ, ຈະບໍ່ມີການລົວສົ່ງ ນອກຈາກວ່າທ່ານຈະກົດຊໍ້າດຸມທີ່ກ່ຽວຂ້ອງອີກເທື່ອນຶ່ງໃນທັນໃດ.
◆ ບັນທຶກຫຼືໂອນສົ່ງເອກສານ Style

ເພື່ອທຳການບັນທຶກ ຫຼືສົ່ງເອກສານ Style ທີ່ພວມປາກົດໃນຈໍໂໝດ Easy, ກົດໃສ່ດຸມບັນທຶກ ທີ່ຢູ່ດ້ານລຸ່ມຂອງໜ້າຈໍ.
ມັນຈະມີສອງວິທີ ສຳລັບທຳການບັນທຶກ ຫຼືໂອນສົ່ງເອກສານ Style :
- ບັນທຶກເປັນເອກສານ Style ລົງໃນຄອມ ແລ້ວຫຼັງຈາກນັ້ນຈຶ່ງນຳໄປຖອກໃສ່ຄີບອດ (ນີ້ແມ່ນການບັນທຶກໃສ່ຄອມ).
- ບັນທຶກເອກສານ Style ໂດຍກົງໃສ່ຄີບອດຜ່ານການເຊື່ອມຕໍ່ດ້ວຍສາຍ USB (ນີ້ແມ່ນການໂອນສົ່ງລົງໃສ່ຄີບອດ).
ເມື່ອທ່ານຕັດສິນໃຈກົດໃສ່ດຸມບັນທຶກເອກສານນີ້, ໂປຣແກຣມຈະເປີດໜ້າຈໍນ້ອຍໆອອກມາໃຫ້ທ່ານເລືອກ 1 ໃນ 2 ວິທີການດັ່ງກ່າວມາ ດັ່ງນີ້ :

ຫາກທ່ານເລືອກບັນທຶກລົງໃນຄອມ (ທາງເລືອກທີ່ 1), ໂປຣແກຣມຈະເປິດໜ້າຈໍໃໝ່ອອກມາໃຫ້ທ່ານໃສ່ຊື່ ແລະຕຳແໜ່ງບ່ອນທີ່ເອກສານຈະຖືກບັນຈຸແລະເກັບໄວ້. ເອກສານຈະມີຣະຫັດທ້າຍຈຸດຈໍ້າເມັດວ່າ : *.sty (File Extension)
ຫາກທ່ານເລືອກບັນທຶກການໂອນລົງໄປໃນຄີບອດໂດຍກົງ (ທາງເລືອກທີ່ 2), ໂປຣແກຣມກໍຈະເປີດໜ້າຈໍໃໝ່ອອກມາໃຫ້ທ່ານໃສ່ຊື່ຂອງ Style ໃນຊ່ອງທີ່ມີຄຳວ່າ “Style file name” ດັ່ງການສະແດງຂອງໜ້າຈໍຕໍ່ໄປນີ້.

ໃນກໍຣະນີຖ້າຫາກຄີບອດຂອງທ່ານ ບໍ່ໄດ້ມີການເຊື່ອມຕໍ່ແລະທຳການຕິດຕັ້ງກັບຄອມຢ່າງຖືກຕ້ອງລ່ວງໜ້າ, ໂປຣແກຣມຈະແຈ້ງເຕືອນທ່ານວ່າ : “ຊ່ອງທາງອອກ MIDI Input/Output Devices ບໍໄດ້ຮັບການຕິດຕັ້ງ” ແລະເຊື້ອເຊີນໃຫ້ທ່ານກົດໃສ່ດຸມ “Open MIDI Settings” ເພື່ອແຈ້ງການໃຫ້ຄອມໄດ້ຮັບຮູ້ວ່າທ່ານຈະເລືອກໃຊ້ຄີບອດ ຫຼືອຸປກອນ MIDI ໃດເຊື່ອມຕໍ່ກັບໂປຣແກຣມ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)
Paris, 14 ກຸມພາ 2025

