ເພງ “ເຊື່ອອ້າຍດີກວ່າ”

ເນື້ອຮ້ອງ : ພູທອນ ພຸດທະວົງ / ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1969)
ນັກຮ້ອງຕົ້ນສະບັບ : ບຸນທ່ຽງ ມະນີວົງສ໌

ວິດີໂອດົນຕຣີບັນເລງເພງ “ເຊື່ອອ້າຍດີກວ່າ”

1) ເຖິງໃຜຈະປອງ ຮັກນ້ອງພຽງໃດ
ຄົງນ້ອຍກວ່າໃຈ ອ້າຍຮັກນ້ອງຢູ່
ຈົ່ງຢ່າໃຈເບົາ ເຂົາຫຼອກຍອດຊູ້
ຈົ່ງໄຕ່ຕອງດູ ຄິດດູໃຫ້ດີເຖີດໜາ

2) ມີໃຜເຂົາປອງ ຮັກນ້ອງກວ່າອ້າຍ
ຮ້ອຍຮັກພັນຊາຍ ອ້າຍຮັກນ້ອງກວ່າ
ນ້ອງຕໍ່າພຽງດິນ ຫຼືຢູ່ພຽງຟ້າ
ອ້າຍປຣາຖນາ ສັນຍາຮັກບໍ່ຈືດຈາງ

• ເຖິງຈະມີ ຮ້ອຍພັນອຸປສັກ
ອ້າຍຂໍສມັກ ແມ່ນແຕ່ເອົາຊີວາວາງ
ເພື່ອຄົນຮັກ ຈະຂໍເອົາໃຈທຸກຢ່າງ
ເທບແຫ່ງຄວາມຫວັງ ຂໍພະລັງຊ່ວຍດົນຫົວໃຈ

3) ເງິນຄຳໝື່ນແສນ ແມ່ນມີຣາຄາ
ທົ່ວທັງໂລກາ ທຽບຮັກບໍ່ໄດ້
ລົ້ນດິນຖ້ວມຟ້າ ຮັກນາງຖ້ວມໃຈ
ເຊື່ອເຖີດດວງໃຈ ອ້າຍຂໍຮັກພຽງແຕ່ນາງ…

ໂນຕເພງ “ເຊື່ອອ້າຍດີກວ່າ”
ວິດີໂອໂນຕບັນເລງເພງ “ເຊື່ອອ້າຍດີກວ່າ”