ເພງ “ອຸກໃຈ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1967)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ອຸກໃຈ”

1) ອຸກໃຈ… ອຸກໃຈຈົນຫົວຈິແຕກຕາຍ
ໜຸ່ມໆສາວໆ ຂອງລາວສມັຍໃໝ່ຫຼາຍ
ປົກຫຸ້ມຄຸມກາຍ ອັບອາຍບັດສີ

2) ອຸກໃຈ… ເກືອບອົດບໍ່ໄຫວຂ້ອຍຢາກແລ່ນໜີ
ບາງໆເຂີນໆ ກວນໃຈເຫຼືອເຕັມທີ່
ສລັບສັບສີ ເໝືອນໂຕລະຄອນ

• ປາກທາແດງຄີ້ວຂຽນດຳ ປ່ອຍຜົມລ່າມວ່າໂຕງາມງອນ
ນຸ່ງສົ້ງຮັດໆເຫັນແລ້ວອຶດອັດ ມັນໜາວມັນຮ້ອນ
ຈິດວີ່ໃຈວອນຍາມຫຼັບ ຍາມນອນອາວອນຫວຸ້ນວາຍ

3) ອຸກໃຈ… ໜຸ່ມສາວທັງຫຼາຍຂໍເຊີນຈື່ໄວ້
ຢ່າລືມຮີດຄອງ ຂອງລາວເຮົາໝົດຫຼາຍ
ຂໍໂທດຫຼາຍໆ ຢ່າໄດ້ກຽດຊັງ

(ເວົ້າ) ມັນກະໂພດອີ່ຫຼີໃດ໊ ແຕ່ອີ່ພໍ່ອີ່ແມ່ກະຍັງບໍ່ເຫັນຈັກເທື່ອແນວນີ້
ອັນນີ້ກະຍັງໃຄ ອັນອຸກເປັນໜີ້ເພິ່ນ ແຮ່ງຮ້າຍອີກ…

ເນື້ອຮ້ອງເພງ “ອຸກເປັນໜີ້”

1) ອຸກໃຈ… ອຸກໃຈຈົນຫົວຈິແຕກຕາຍ
ເຈົ້າໜີ້ໄປຖາມ ໄປທວງສູ່ມື້ຫຼາຍ
ສູ້ຊົນທົນອາຍ ສຸດອາຍສຸດຝືນ

2) ອຸກໃຈ… ດອກເບັ້ຽຂຶ້ນຫຼາຍໆຈົນຖ້ວມທຶນ
ຫຼັບຕາບໍ່ລົງ ນັ່ງຊົງຢູ່ເໝິດຄືນ
ອົດໃຈສະອື້ນ ຕລອດວັນ

• ໂອ້ເຈົ້ານາຍ… ເຫັນໃຈທີ ຢ່າບີບບີ້ເມື່ອທີຂັບຂັນ
ເຂົ້າຂອງທີ່ມີຂາຍຊຳຣະໜີ້ ບໍ່ເຫຼືອຈັກອັນ
ໂປຣດເຖີດສວັນຢ່າປ່ອຍ ໃຫ້ຫຼານຕ້ອງອຸກໃຈຕາຍ

3) ອຸກໃຈ… ຂໍເລື່ອນເອົາໄວ້ຢ່າເລັ່ງຫຼາຍ
ອີກສອງສາມປີ ໂຊກດີຄົງໃຊ້ໄຫວ
ຖືກຫວຍມື້ໃດ ມອບໃຫ້ໝົດເລີຍ

(ເວົ້າ) ໂອ້ຍ… ອຸກໃຈຫຼາຍ

ໂນຕເພງ “ອຸກໃຈ”
ວິດີໂອໂນຕບັນເລງເພງ “ອຸກໃຈ”