ທັກສະພື້ນຖານຫຼັກ ອັນສຳຄັນທີ່ຄວນຮຽນຮູ້ ໃນການສ້າງຈັງຫວະ (Style) ຂອງຄີບອດ…

8. ພາກສ່ວນສຽງເຄື່ອງເປົ່າ (Brass Channel)
ເຄື່ອງດົນຕຣີປະເພດ ເຄື່ອງເປົ່າ (ຕົວຢ່າງ ແກ Trompet, Saxophone, Trombone…) ມັກຖືກໃຊ້ເປັນເຄື່ອງດົນຕຣີປະເພດນຳໜ້າທຳນອງ ພາຍໃນຊ່ວງ ຂຶ້ນຕົ້ນ (Intro) ແລະຈົບເພງ (Ending) ຂອງ Style.
ໃນພາກສ່ວນອື່ນໆ, ເຄື່ອງເປົ່າມັກຖືກໃຊ້ເປັນເຄື່ອງປະກອບໃນການຫຼິ້ນລູກສອຍ (Contrechant – Canon) ພາຍໃນທຸກໆຫ້ອງທີ່ມີການສົ່ງທ້າຍວັກຂອງເພງ ຫຼືທຸກໆ 4 ຫ້ອງ. ລູກສອຍເຫຼົ່ານີ້ ອາດເປັນແບບປະສານສຽງ ຫຼືການໃຊ້ເຄື່ອງດົນຕຣີຫຼາຍໜ່ວຍທີ່ຫຼິ້ນພ້ອມກັນເປັນໝູ່. ເຄື່ອງເປົ່າ ເປັນເຄື່ອງດົນຕຣີທີ່ມີສຽງທີ່ມີພລັງ (Dynamic), ຊຶ່ງໝາຍຄວາມວ່າ ສຽງຂອງພວກມັນອາດຟັງດັງແຮງຫຼາຍ, ແລະໃນທາງກົງກັນຂ້າມ ສຽງກໍອາດຟັງນິ້ມນວນອ່ອນຫວານໄດ້ເຊັ່ນດຽວກັນ. ສິ່ງເຫຼົ່ານີ້ ຈະຕ້ອງໄດ້ຮັບການພິຈາຣະນາເປັນພິເສດ ເວລາສ້າງພາກສ່ວນຂອງຈັງຫວະ Style ໃນການອັດສຽງດ້ວຍເຄື່ອງເປົ່າ.
ນອກຈາກນີ້ແລ້ວ, ຣະດັບສຽງດັງ (Volume) ຂອງເຄື່ອງເປົ່າ ຈຳເປັນຈະຕ້ອງໄດ້ຮັບການປັບຢ່າງລະອຽດທີ່ສຸດ ເພື່ອໃຫ້ເໝາະສົມກັບຄວາມເປັນຈິງ ແລະຫຼີກລ່ຽງອາການຟັງເປັນແບບຊໍ້າຊາກ ແຂງກະດ້າງ, ດັ່ງສອງຕົວຢ່າງຕໍ່ໄປນີ້…

ເຄື່ອງເປົ່າ ມັກຖືກໃຊ້ໃນການຫຼິ້ນຂອດ, ຫຼິ້ນລູກສອຍ (ດັ່ງໃນຕົວຢ່າງຂ້າງເທິງນີ້), ຫຼືເປັນເຄື່ອງປູພົມສຳຮອງກໍໄດ້.
ເວລາຫຼີ້ນລູກສອຍ, ຄວາມດັງຂອງສຽງ (Volume) ແມ່ນອາດມີຄ່າສູງ ; ແຕ່ເມື່ອຫຼິ້ນເປັນສຽງປູພົມສຳຮອງ, ຈະໄດ້ຜົນຮັບທີ່ດີທີ່ສຸດ ເມື່ອຄວາມດັງຂອງສຽງໄດ້ຮັບການວາງຄ່າທີ່ເໝາະສົມ. ຖ້າບໍ່ດັ່ງນັ້ນ, ເຄື່ອງເປົ່າເຫຼົ່ານີ້ຈະຄອບງຳແລະບົດບັງເຄື່ອງດົນຕຣີປະກອບປະເພດອື່ນໆໄປໝົດ.
ວິທີການສ້າງຮູບການດັ່ງກ່າວມາ ແມ່ນຈະສະແດງໃຫ້ເຫັນດັ່ງໃນຕົວຢ່າງຕໍ່ໄປນີ້, ຊຶ່ງພວກເຮົາຈະປ່ອຍໃຫ້ເຄື່ອງເປົ່າຫຼິ້ນໂນຕຂອງຂອດ ໂດຍເລີ່ມຈາກໂນຕສູງສຸດລົງມາຫາໂນຕຕໍ່າສຸດ. ໃນຂັ້ນສຸດທ້າຍ, ພວກເຮົາຈະປ່ອຍໃຫ້ໂນຕທີ່ຕໍ່າທີ່ສຸດ ປາກົດຢູ່ໃນຕຳແນ່ງຕໍ່າກວ່າໂນຕທີ່ສູງທີ່ສຸດ ໃນຣະດັບນຶ່ງທົບເທົ່າຂອງຄູ່ປະສານ (1 Octave). ອີກວິທີນຶ່ງໃນການສ້າງຮູບການຂອງລູກສອຍດ້ວຍເຄື່ອງເປົ່າ, ແມ່ນສະແດງໄວ້ໃນພາບຕົວຢ່າງຕໍ່ໄປນີ້. ຢູ່ທີ່ນີ້, ພວກເຮົາດຳເນີນການຄືທີ່ຜ່ານມາ, ແຕ່ພວກເຮົາຍັງໄດ້ເພີ່ມໂນຕປະສານທີ່ສາມ ຫຼືປະສານທີ່ເຈັດຂອງຮູບແບບອີກດ້ວຍ.

ເວລາທຳການສ້າງ Style ໃຫ້ກັບເຄື່ອງເປົ່າ, ຊ່ອງສັນຍານທີ່ເປັນທຳມະຊາດທີ່ສຸດສຳລັບເຄື່ອງເສບເຫຼົ່ານີ້ ຄືຊ່ອງ Pad (MIDI Channel 14) ຫຼືຊ່ອງ Phrase (MIDI Channel 15-16).
ເຖິງຢ່າງໃດກໍຕາມ, ໃນບໍ່ຊ້າ ພວກເຮົາຈະຂາດເຂີນຊ່ອງອອກສຽງສຳລັບຄີບອດ. ວິທີການແກ້ໄຂບັນຫານີ້ ແມ່ນການນຳໃຊ້ສຽງເຄື່ອງເປົ່າ ທີ່ໄດ້ຮັບການອັດສ້າງມາໃນເຄື່ອງ ຊຶ່ງເວລາກົດຫຼິ້ນພຽງໂນຕດຽວ ແຕ່ໄດ້ຍິນຫຼາຍໆສຽງປະສານພ້ອມກັນເປັນຂອດ ຫຼືເປັນກຸ່ມສຽງ ທີ່ຮຽກວ່າ “Section & Ensemble”.

ເມື່ອໃຊ້ເຄື່ອງເປົ່າຫຼາຍໆຊະນິດ, ຢ່າຄັດລອກແລະວາງ (Copy-Paste) ຮູບແບບຈາກເຄື່ອງນຶ່ງໄປສູ່ອີກເຄື່ອງນຶ່ງ ໂດຍບໍ່ມີການເພີ່ມການປ່ຽນແປງບາງຢ່າງ. ແຕ່ໃນອີກດ້ານນຶ່ງ ຢ່າທຳການປ່ຽນແປງຫຼາຍເກີນໄປ. ແລະທ້າຍສຸດ, ຈົ່ງຫຼີກລ່ຽງການໃຊ້ທຳນອງທີ່ສາມາດຈັບໄດ້ງ່າຍດາຍໃນເພງໃດນຶ່ງ, ເພາະມັນຈະພາໃຫ້ການໃຊ້ Style ມີອຸປະສັກຫຼາຍເກີນໄປໃນເວລາຫຼິ້ນກັບເພງທົ່ວໄປ.
9. ພາກສ່ວນເຄື່ອງສາຍ (Strings Channel)
ເຄື່ອງດົນຕຣີປະເພດເຄື່ອງສາຍ ໃນວົງດົນຕຣີປະສານສຽງໃຫຍ່ປະເພດຄລາສສິກ (Classical Orchestral) ແມ່ນໄດ້ແກ່ Violon, Alto, Violoncelle ແລະ Contrebasse. ເວລາຫຼິ້ນຮ່ວມກັນ, ເຄື່ອງເສບເຫຼົ່ານີ້ຈະມີຄວາມກວ້າງຂອງຣະດັບໂນຕສຽງຫຼາຍທີ່ສຸດ.

ໃນການບັນເລງແບບໃຊ້ເປັນ Style, ເຄື່ອງສາຍມັກຈະໃຊ້ເປັນເຄືອງປູພົມຮອງຮັບ (nappes) ໃນປະເພດ Pad.

ເນື່ອງຈາກວ່າ ຊ່ອງຂອງຄີບອດ (MIDI Channel) ຂອງພວກເຮົາມີຈຳນວນຈຳກັດ, ພວກເຮົາຈຳເປັນຕ້ອງໄດ້ເລືອກໃຊ້ສຽງຂອງເຄື່ອງສາຍ ນຶ່ງສຽງສຳລັບຫຼິ້ນຫຼາຍໆໂນຕໃນສະພາບການດັ່ງກ່າວ.
ການເລືອກແນວທາງປະຕິບັດແບບນີ້, ພາໃຫ້ພວກເຮົາບໍ່ສາມາດປ່ຽນແປງການບັນທຶກໂນຕຂອງເຄື່ອງສາຍແຕ່ລະເຄື່ອງທີ່ໄດ້ຖືກອັດສ້າງມານຳເຄື່ອງແລ້ວ. ດັ່ງນັ້ນ, ຄວນເລືອກສຽງທີ່ເປັນກຸ່ມປະສານສຳລັບເຄື່ອງສາຍໃຫ້ເໝາະສົມ ແລະເພີ່ມຄວາມໜາແໜ້ນບາງຢ່າງໃຫ້ກັບການປະກອບສຽງຮວມ.
ການປ່ຽນແປງຄວາມແຮງຄ່ອຍ (Mixing) ຣະຫວ່າງພາກສ່ວນຕ່າງໆຂອງ Style, ເປັນວິທີນຶ່ງໃນການເພີ່ມຄວາມມີສີສັນໃຫ້ແກ່ເຄື່ອງສາຍ. ອີກວິທີນຶ່ງ ຄືການຄ່ອຍໆເພີ່ມ (Crescendo) ຫຼືຄ່ອຍໆຫຼຸດ (Diminuendo) ຣະດັບສຽງຂອງ Volume (ດ້ວຍການນຳໃຊ້ MIDI Expression Control) ໃນການສ້າງຮູບການ.
ສຽງປະເພດປູພົມຂອງພາກສ່ວນ Pad ມັກຈະມີແນວໂນ້ມຟັງຂ້ອນຂ້າງໜ້າລຳຄານແລະເບື່ອໜ່າຍໄວ. ດັ່ງນັ້ນ, ຄວນທຳການພັກເຊົາເປັນບາງຄັ້ງບາງຄາວ, ຫຼີກເວັ້ນການຫຼິ້ນຂອດທີ່ກວມເຕັມຫ້ອງຕລອດເວລາ. ຫຼືທຳການສລັບການຫຼິ້ນຣະຫວ່າງສຳນວນ Legato ແລະ Staccato ກໍຈະພາໃຫ້ມີປະສິດທິພາບດີກວ່າ. ຫາກເຄື່ອງສາຍ ເຮັດໜ້າທີ່ຫຼິ້ນສຽງດົນຕຣີປະກອບໃນສຳນວນປະເພດ ສອຍທຳນອງ ຫຼື ປະເພດລູກສອຍໝູ່ (Phrase/Riff) ໂດຍໃຊ້ເຄື່ອງດົນຕຣີເປັນຈຳນວນໜ້ອຍທີ່ສຸດ (ຫຼືຫຼິ້ນພຽງເຄື່ອງດຽວ), ພວກເຮົາຈະໄດ້ຮັບຜົນດີທີ່ສຸດ ເວລາສ້າງ Style ດ້ວຍການລົງຣະຫັດໂປຣແກຣມ MIDI Sequencer ແບບ “ເທື່ອລະໂນຕ” (Step Recording).
Paris, 19 ມົກກະຣາ 2025

