ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1966)
ນັກຮ້ອງຕົ້ນສະບັບ : ສຸມຸນທາ ສີຣິມະໂນທັມ
- ຫົວໃຈຮອມຊິຂາດ ແລ້ວເອີຍ
ຮັກເຫຼືອຈະເອີ່ຍ ໃຫ້ນ້ອງໄດ້ຟັງຄຳຂາດ
ຄໍ່າຄືນໃຝ່ຝັນ ອະນາດ
ກິນເດີນນັ່ງເຫັນ ຮູບວາດ
ລອຍອາດຢູ່ທຸກ ນາທີ… - ສາຍຕາເຫັນແລຈ້ອງ ທຸກວັນ
ສັມພັນໃຈຢູ່ ບໍ່ຮູ້ລືມເລືອນຈາກທີ່
ຢາກໃຫ້ຄວາມຝັນ ເປັນຈິງ
ຢູ່ແນບແອບຂວັນ ນອນອິງ
ພິງຄູ່ສູ່ສົມ ໃຫ້ສົມໃຈ… - ອິນພຣົມ ຍົມມະນາ
ຈົ່ງເຫັນໃຈຂ້າ ຮັກມາດັ່ງໝາຍ
ສຽງເພງຮ້ອງນີ້ ອອກຈາກໃຈ
ຮັກແທ້ຮັກນາງ ເໜືອສິ່ງໃດ
ໄດ້ໂປຣດຟັງໄວ້ ຢ່າລືມ… - ສຽງເພງດັງອ້ອຍອິ່ນ ຍາມໃດ
ນັ້ນຄືສຽງຈົ່ມ ຈາກຂົ້ວຫົວໃຈດູດດື່ມ
ຢ່າລືມວ່າໃຜ ຜູ່ນຶ່ງ
ເຝົ້າຫຼົງພໍ່າເພີ້ ຣຳພຶງ
ຂໍໃຫ້ຈອມຂວັນ ຈົ່ງເຫັນໃຈ…
