ເພງ “ນົກເຂົາຄືນຮັງ”

ເນື້ອຮ້ອງ & ທຳນອງ : ບຸນທັມ ສຼີພຣົຫມໄຊຍ໌ (2017)
ນັກຮ້ອງຕົ້ນສະບັບ : ຈັນຫອມ ປັນຈະພາຣົມຍ໌

ວິດີໂອດົນຕຣີບັນເລງເພງ “ນົກເຂົາຄືນຮັງ”

1) ນົກເອີຍນົກເຂົາ ເຄີຍເນົາຄຽງຄູ່
ແຂ່ງກັນຂັນຄູ ມຸ່ງສູ່ແຜ່ນດິນຖິ່ນໄກ
ຝັນສ້າງວິມານອັນຣື່ນຣົມ ຕາມຄຳນິຍົມສັງຄົມໃໝ່
ແຕ່ຝັນມະລາຍ ກັບກາຍເປັນອື່ນ…

2) ນົກນ້ອຍພາກຮັງ ລຳພັງໂດດດ່ຽວ
ຂາດຄູ່ແລຫຼຽວ ໂນ້ມໜ່ຽວຈິດໃຈອວ່າຍຄືນ
ບິນເວີ່ນເຫີນລອຍເລີຍຫຼົງທາງ ຕົກຫຼົ່ມຂຸມພາງພາຂົມຂື່ນ
ປີກຫັກຈຳຝືນ ສູ້ບືນຟັນຝ່າ…

• ເຣື່ອງເກົ່າຂ່າວລື ໂລກຄືລະຄອນ
ຖືເປັນອຸທາຫອນ ບົດຮຽນສອນມານຍາ
ຮັກໃໝ່ລວງລໍ້ໃຫ້ລຸ່ມຫຼົງ ຮັກເກົ່າໝັ້ນຄົງມີຣາຄາ
ຄວນຄ່າຣະລຶກ ນຶກເຖິງກັນ…

3) ຟ້າຮ້ອງຝົນຮຳ ຍາມເມື່ອເດືອນຫົກ
ອຸ່ນອາຍອ້ອມອົກ ທີ່ກົກກະເດົາຄາວນັ້ນ
ສຽງສັ່ງຍັງຄົງສະກິດເຕືອນ ມິອາດລົບເລືອນລືມຄຳໝັ້ນ
ສື່ເພງກ່ອມຂວັນ ນົກເຂົາຄືນຮັງ…

* ເມກສວ່າງຝົນຊາຟ້າເລີ່ມສາງ ສວາດມິວາງຍັງຈຳໝັ້ນ
ຫັກໃຈກັບຫັນ ຫວນຄືນຮັງເກົ່າ…

ໂນຕເພງ “ນົກເຂົາຄືນຮັງ”
ວິດີໂອບັນເລງເພງ “ນົກເຂົາຄືນຮັງ”