ເພງ “ຢາກພົບຄັ້ງສຸດທ້າຍ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1970)
ນັກຮ້ອງຕົ້ນສະບັບ : ຄຳເຕີມ ຊານຸບານ

ວິດີໂອດົນຕຣີບັນເລງເພງ “ຢາກພົບຄັ້ງສຸດທ້າຍ”

1) ອ້າຍຢາກພົບນ້ອງ ເປັນຄັ້ງສຸດທ້າຍ
ກ່ອນນ້ອງຈະກາຍ ເປັນຂອງຄົນອື່ນ
ອາຍຢາກອີງແອບແນບຊິດ ອ້າຍຢາກຈຸມພິດເຊີຍຊື່ນ
ຢາກຢູ່ຢ່າງຄືນ ເມື່ອຄັ້ງເຮົາສອງຮັກກັນ

2) ອ້າຍເຝົ້າຄິດເຖິງ ຢູ່ທຸກເວລາ
ຢາກພົບແກ້ວຕາ ຈົນຫົວໃຈສັ່ນ
ນ້ອງຖືກຂັດຂວາງເອົາໄວ້ ຫຼືວ່າໃຈນ້ອງລືມນັ້ນ
ຫຼືສິ້ນສົງສານ ຈຶ່ງບໍ່ມາພົບດັ່ງເຄີຍ

• ນ້ອງ… ຄົງເພີນກັບຄົນຮັກໃໝ່
ມີສຸກສົມໃຈ ແລ້ວຫຼືຈຶ່ງເສີຍ
ບໍ່ຍອມພົບອ້າຍ ບໍ່ໄດ້ສັ່ງລາກັນເລີຍ
ອ້າຍຜິດເຣື່ອງໃດນ້ອງເອີຍ ຮັກຈຶ່ງເຫີຍຫາຍຊື່ນ

3) ອ້າຍຢາກພົບນ້ອງ ເປັນຄັ້ງສຸດທ້າຍ
ຫາກນ້ອງຈະໄປ ເປັນຂອງຄົນອື່ນ
ອ້າຍຢາກບອກນາງໃຫ້ຮູ້ ວ່າຢູ່ຢ່າງທຸກຂົມຂື່ນ
ຫຼັບນອນທົນຝືນ ຫ້າມໃຈທີ່ຄິດຫ່ວງນາງ…

ໂນຕເພງ “ຢາກພົບຄັ້ງສຸດທ້າຍ”
ວິດີໂອໂນຕບັນເລງເພງ “ຢາກພົບຄັ້ງສຸດທ້າຍ”