”ການຫຼິ້ນສຽງເຄື່ອງເສບຫຼາຍຢ່າງດ້ວຍມືຂວາ”

ໄດ້ມີຜູ່ຖາມມາວ່າ :

– ເຮັດວິທີໃດຈະສາມາດຫຼິ້ນ 2 ຫຼື 3 ສຽງ ດ້ວຍມືຂວາເບື້ອງດຽວ ດັ່ງໃນເພງ “ຮັກ” (ບົດປະພັນຂອງ ສີລາວົງ ແກ້ວ) ແບບດົນຕຣີບັນເລງຂອງຂ້າພະເຈົ້າ ທີ່ໃຊ້ສຽງ Piano ຫຼິ້ນທຳນອງຮ້ອງ ແລະໃຊ້ສຽງ Guitar ສອຍຕາມຫຼັງທຳນອງເພງ ໂດຍບໍ່ຕ້ອງປ່ຽນຄັງສຽງເທິງຄີບອດໃນຂະນະທີ່ບັນເລງຢູ່?…

ຄຳຕອບແມ່ນ :
ການນຳໃຊ້ຣະບົບ ແບ່ງເຂດໃຫ້ແປ້ນດີດເປັນຫຼາຍພາກສ່ວນ ແລ້ວມອບໝາຍໜ້າທີ່ໃຫ້ແຕ່ລະເຂດ ຮັບຜິດຊອບສຽງທີ່ຕ້ອງການຫຼິ້ນດ້ວຍມືຂວາ. ເພາະຄີບອດ Yamaha PSR ຮຸ່ນ SX900 ສາມາດຫຼິ້ນຮອດ 3 ສຽງແຕກຕ່າງກັນດ້ວຍມືຂວາ ຊຶ່ງຣະບົບຂອງພາກສ່ວນນີ້ ມີຊື່ວ່າ : RIGHT1 – RIGHT2 – RIGHT3 ໃນພາກສ່ວນ PART SELECT UPPER ຊຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ທຳການຈັດແຈງກະກຽມໄວ້ລ່ວງໜ້າກ່ອນການບັນເລງ.

ໜ້າຈໍທີ່ສະແດງໃຫ້ເຫັນພາກສ່ວນຂອງເຄື່ອງດົນຕຣີທັງ 4 ຢ່າງຊຶ່ງຖືກກຳນົດແລະແບ່ງໜ້າທີ່ການໃຊ້ງານໃຫ້ກັບມືຊ້າຍແລະມືຂວາສຳລັບຄີບອດ PSR SX900.

  • ມືເບື້ອງຊ້າຍ ແມ່ນຫຼິ້ນສຽງ Guitar ChorusSolid
  • ເບື້ອງຂວາ ແມ່ນຫຼິ້ນ 3 ສຽງຂອງພາກສ່ວນ UPPER ຊຶ່ງໄດ້ແກ່ : Righr1, Right2 ແລະ Right3

ໜ້າຈໍສະແດງການຈັດແຈງແລະກຳນົດຄ່າຕ່າງໆໃຫ້ທັງ 4 ສຽງທີ່ຈະບັນເລງດ້ວຍມືຊ້າຍແລະມືຂວາ.

ໜ້າຈໍສຳລັບການແບ່ງເຂດຂອງແປ້ນດີດຄີບອດ ໃຫ້ກັບແຕ່ລະສຽງສຳລັບມືຊ້າຍແລະມືຂວາ.
ມືຊ້າຍຈະມີໜ້າທີ່ຄວບຄຸມທັງຣະບົບຂອດທີ່ບັງຄັບການໃຫ້ກັບສຽງ Bass ແລະຈັງຫວະກອງພ້ອມດຽວກັບການຫຼິ້ນສຽງເຄື່ອງເສບ 1 ຢ່າງ (ຕາມຕົວຢ່າງນີ້ແມ່ນສຽງ Chorus Solid Guitar).

ໜ້າຈໍສຳລັບປັບ Mixer ຂອງແຕ່ລະສຽງສຳລັບມືຊ້າຍແລະມືຂວາໃນຂະນະທີ່ບັນເລງ.

ໜ້າຈໍສະແດງໃຫ້ເຫັນທັງ 4 ສຽງຖືກຈັດອັນດັບໃຫ້ຊ່ອງ MIDI Channel ເມື່ອເວລາອັດເພງເປັນຣະບົບ MIDI File ຊຶ່ງຈະໂຮມມີທັງໝົດ 16 ຊ່ອງຕາມຫຼັກການຂອງເອກສານ MIDI File ຣະບົບ SMF ຂອງ Yamaha. ຕາມຕົວຢ່າງນີ້ ສຽງທັງ 4 ພາກ ຈະຖືກຈັດເຂົ້າໃນຊ່ອງ Midi ຕາມລຳດັບດັ່ງນີ້ :
ສຳລັບມືຊ້າຍ :
ສຽງຂອງພາກສ່ວນ LEFT ຈະຖືກຈັດເຂົ້າໃນຊ່ອງ Midi 2
ສຳລັບມືຂວາ :
ສຽງຂອງພາກສ່ວນ RIGHT1 ຈະຖືກຈັດເຂົ້າໃນຊ່ອງ Midi 1
ສຽງຂອງພາກສ່ວນ RIGHT2 ຈະຖືກຈັດເຂົ້າໃນຊ່ອງ Midi 3
ສຽງຂອງພາກສ່ວນ RIGHT3 ຈະຖືກຈັດເຂົ້າໃນຊ່ອງ Midi 4

ສຳລັບພາກ RIGHT1 ຂອງມືຂວາແມ່ນມີການເລືອກໃຊ້ສຽງ AmbientPiano ໃນກຸ່ມ Piano&E.Piano

ສຳລັບພາກ RIGHT2 ຂອງມືຂວາແມ່ນມີການເລືອກໃຊ້ສຽງ OrchestraTutti ໃນກຸ່ມ Legacy/Strings

ສຳລັບພາກ RIGHT3 ຂອງມືຂວາແມ່ນມີການເລືອກໃຊ້ສຽງ ShadowedGuitar ໃນກຸ່ມ Guitar

ສຳລັບພາກ LEFT ຂອງມືຊ້າຍແມ່ນມີການເລືອກໃຊ້ສຽງ ChorusSolid ໃນກຸ່ມ Legacy/E.Guitar

ການປິດໃຊ້ງານຊົ່ວຄາວຂອງສຽງໃນພາກສ່ວນ RIGHT UPPER ສຳລັບມືຂວາ.

ໝາຍເຫດ : ເວລາບັນເລງ ເຮົາສາມາດເປີດ/ປິດການໃຊ້ງານຊົ່ວຄາວຂອງສຽງໃດສຽງນຶ່ງ ໃນພາກ RIGHT ຂອງມືຂວາໄດ້ຕາມຕ້ອງການ ແລ້ວແຕ່ສະພາບການ. ພໍພຽງແຕ່ກົດໃສ່ດຸມທີ່ມີຊື່ວ່າ RIGHT 1-2 ຫຼື 3 ເທິງຄຳວ່າ UPPER. ເມື່ອສຽງ RIGHT ໃດນຶ່ງຖືກປິດໃຊ້ງານ ໄຟສັນຍານຂອງມັນຈະຖືກມອດໄວ້ ແລະສຽງໃນເຂດທີ່ເຫຼືອຢູ່ ຈະດັງກວມເຂດຂອງສຽງທີ່ຖືກປິດໄວ້ຊົ່ວຄາວ. ເພື່ອເປີດໃຊ້ງານສຽງຄືນໃໝ່ ກໍພໍພຽງແຕ່ກົດໃສ່ດຸມທີ່ຕ້ອງການ ໃຫ້ໄຟສັນຍານຂອງມັນຮຸ່ງຂຶ້ນມາເທົ່ານັ້ນ.

(ກະຣຸນາຕິດຕາມບົດຕໍ່ໆໄປ…)

Paris, 27 ເມສາ 2025