ເພງ “ອວດສາວ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1970)
ນັກຮ້ອງຕົ້ນສະບັບ : ແຄນທອງ ພະກອນຄຳ

ວິດີໂອດົນຕຣີບັນເລງເພງ “ອວດສາວ”

1) ໜຸ່ມໆແໜ້ນໆ ນະນ້ອງ
ບໍ່ຢາກຈອງ ໄວ້ເປັນຜົວຫວະ
ປີນີ້ອ້າຍ ອາຍຸຊາວກວ່າ
ທຳໄຮ່ໄຖນາ ຫາປາລ້ຽງຕົວ

2) ຜາສາດອ້າຍກະ ມີສອງຫຼັງ
ແຕ່ໂປຣດຟັງ ອ້າຍໄດ້ຢູ່ເຮືອນຄົວ
ຣົຖໂດຍສານ ອ້າຍມີໄປທົ່ວ
ນ້ອງຢ່າຫວັ່ນກົວ ຢ່າມົວນ້ອຍໃຈ

• ເຫຼົ້າ ອ້າຍກະບໍ່ກິນ
ເຮໂຣອິນ ອ້າຍກະສູບບໍ່ໄດ້
ການພະນັນ ໂອ້ຍແຮ່ງບໍ່ໃກ້
ສາບານກະໄດ້ ບໍ່ເຄີຍບໍ່ເຄີຍ

3) ເປົ່າປ່ຽວດຽວດາຍ ໃຈເຫງົາ
ອ້າຍຢາກເອົາ ນ້ອງໄວ້ເປັນຄູ່ເຊີຍ
ມັກເຈົ້າຫຼາຍ ອົດບໍ່ໄຫວແລ້ວເອີຍ
ອ້າຍຢາກເປັນເຂີຍ ເປັນເຂີຍພໍ່ນາງ…

ໂນຕເພງ “ອວດສາວ”
ວິດີໂອໂນຕບັນເລງເພງ “ອວດສາວ”