ເພງ “ຫຼົງຮັກເມັຽເຂົາ”

ເນື້ອຮ້ອງ & ທຳນອງ: ສ. ແສງສິຣິວັນ (1965)
ນັກຮ້ອງຕົ້ນສະບັບ : ສ. ແສງສິຣິວັນ

ວິດີໂອດົນຕຣີບັນເລງເພງ “ຫຼົງຮັກເມັຽເຂົາ”

ວັນນີ້ໂຊກດີ ພົບນາຣີນຶ່ງນັ້ນ…
ໂສພາຜ່ອງພັນ ຍິ່ງກວ່າຈັນວັນເພັນ…

1) ນ້ອງງາມບາດໃຈ ເທວາອົງໃດສ້າງສັນນ້ອງມາ
ໃຫ້ເລີດຕາ ດັ່ງດາຣາຢາດຟ້າມາດິນ
ຜິວຜ່ອງໃສ ຄ້າຍກັບນິນ
ເນື້ອກາຍຫອມກິ່ນ ດັ່ງບຸບຜາສວັນ…

2) ຍິງໃນໂລກນີ້ ຫາໃດຈະມີທຽບທຽມແກ້ວຕາ
ອ້າຍຈົນຫຼົງ ຕິດຕາມມາຜູກມິດສັມພັນ
ຫຼົງຮັກນາງ ແຕ່ວັນນັ້ນ
ບໍ່ໄດ້ພົບພານ ອ້າຍແທບສິ້ນຊີວັງ…

• ແຕ່ພໍພົບນາງ ມາກັບຊາຍແສນງາມ
ເລີຍເຂົ້າໄປຖາມ ນຶກວ່າອ້າຍຂອງນາງ
ນ້ອງຕອບອາຍໆ ໃບໜ້າຈືດຈາງ
ນີ້ຄືຜົວນາງ ເອີ່ ! ອ້າຍເກືອບເປັນລົມ…

3) ໂອ້ຍອາຍຍິ່ງລໍ້າ ທັງເຈັບທັງຊໍ້າຫົວໃຈໝອງຕຣົມ
ເປີດເຂົ້າບາຣ໌ ດື່ມສຸຣາໃຫ້ຫາຍຣະທົມ
ນ້ອຍບໍ່ນານ ກໍສຸກສົມ
ເພາະດັບອາຣົມ ດ້ວຍຈັງຫວະ Twist !…

ໂນຕເພງ “ຫຼົງຮັກເມັຽເຂົາ”
ວິດີໂອໂນຕບັນເລງເພງ “ຫຼົງຮັກເມັຽເຂົາ”