ເນື້ອຮ້ອງ & ທຳນອງ : ສຸຣິວັດ ຣັຕນະສວັນ (1965)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌
1) ຄອຍເຝົ້າຄອຍ ແຕ່ພຽງໃນຝັນ
ຢາກເຫັນວຽງຈັນ ນ້ອງຕ້ອງຝັນທຸກວັນເວລາ
ຊາດນີ້ຄົງສິ້ນບຸນວາສນາ ມີແຕ່ຄົນເຂົາກ່າວມາ
ງາມໜັກໜາ ໂອ້ເມືອງວຽງຈັນ
2) ພໍໄດ້ຊົມ ດັ່ງໃຈໝັ້ນໝາຍ
ງາມແສນວິລັຍ ໂອ້ຫາດຊາຍສົມນາມດອນຈັນ
ປຽບເໝືອນເທວາບົນຟ້າສວັນ ປັ້ນແຕ່ງເປັນຂວັນວຽງຈັນ
ດັ່ງວິມານ ສຸດແສນງາມຕາ
• ງາມທາດຫຼວງ ຍອດສູງທຽມເມກ
ສົມເປັນເມືອງເອກ ງາມທຸກຢ່າງສຸດພັລນາ
ງາມຫໍພຣະແກ້ວ ແສງວາວແວວສວຍເດັ່ນໃນຕາ
ສົມດັ່ງທີ່ລືກັນມາ ວ່າງາມເໜືອຟ້າແດນໄກ
3) ພໍໄດ້ຊົມ ຈົນລືມຖິ່ນຖານ
ມາເຫັນວຽງຈັນ ສຸກສຳຣານເໜືອເມືອງໃດໆ
ໄດ້ເຫັນຣາຕຣີມີແສງສົດໃສ ເຮືອງຮຸ່ງດັ່ງຟ້າອຳໄພ
ຊວນຈິດໃຈ ໃຝ່ຝັນບໍ່ລືມ…