“ພື້ນຖານຄີບອດ Yamaha PSR ກັບການເສບເພງລາວ”

ບໍ່ວ່າທ່ານຈະມີຄີບອດ Yamaha PSR-2000 ຫຼຸ້ນເກົ່າ (ອອກເມື່ອປີ 2001) ຫຼືທ່ານຫາກໍຊື້ PSR-SX900 ຫຼຸ້ນຫຼ້າສຸດ (ທີ່ຫາກໍອອກໃນປີ 2019), ທ່ານກໍສາມາດນຳໃຊ້ບົດຂຽນນີ້ ເພື່ອຊ່ວຍໃນການຮຽນຮູ້ລັກສະນະແລະພື້ນຖານຂອງຄີບອດຂອງທ່ານ. ທຸກໆຄີບອດ Yamaha ເລີ່ມແຕ່ຫຼຸ້ນຣະດັບຂັ້ນປານກາງ (PSR ແລະ PSR-S) ຂຶ້ນໄປຈົນຮອດຫຼຸ້ນຣະດັບສູງ (Tyros) ລ້ວນແຕ່ມີຣະບົບໂຕ້ຕອບແລະຣະບົບປະຕິບັດງານທີ່ຄ້າຍຄືກັນ. ຄີບອດຫຼຸ້ນໃໝ່ ຈະມີສຽງຫຼາຍກວ່າ, ມ່ວນກວ່າ, ມີຈັງຫວະຫຼາຍກວ່າແລະມີປະສິດທິພາບສຳຄັນກວ່າຫຼຸ້ນເກົ່າ ແຕ່ວິທີການໃຊ້ (ການເລືອກຈັງຫວະແລະສຽງ, ການເກັບບັນທຶກການຈັດວາງຂອງຄີບອດ, ການຫຼິ້ນແລະການບັນທຶກບົດເພງ) ແມ່ນບໍ່ມີຫຍັງປ່ຽນແປງຫຼາຍ ນັບຕັ້ງແຕ່ຫຼຸ້ນ PSR-2000 ຈົນເຖິງຫຼຸ້ນ PSR ຫຼ້າສຸດ. ຄີບອດ Tyros ທຸກຫຼຸ້ນ ກໍໄດ້ນຳໃຊ້ຣະບົບປະຕິບັດງານດຽວກັນກັບຂອງຫຼຸ້ນ PSR ແລະ PSR-S.

ເລີ່ມແຕ່ປີ 2018, ຄີບອດຫຼຸ້ນ GENOS ໄດ້ມາແທນຫຼຸ້ນ Tyros 5 ແລະຕໍ່ມາໃນປີ 2019, ຫຼຸ້ນ PSR-SX (SX900 ແລະ SX700) ໄດ້ນຳໃຊ້ຣະບົບໂຕ້ຕອບແບບ “ຈໍສັມພັດ” ອອກສູ່ທ້ອງຕລາດ ພາໃຫ້ວິທີການນຳໃຊ້ທົ່ວໄປຂອງຄີບອດ ປ່ຽນຈາກຣະບົບການນຳໃຊ້ແບບເກົ່າດ້ວຍການກົດດຸມຕ່າງໆ ມາເປັນການສັມພັດໂດຍຕຣົງເທິງໜ້າຈໍຂອງຄີບອດ ຄ້າຍດັ່ງຈໍຂອງໂທຣະສັບມືຖື.

ບົດຂຽນນີ້ ຈະອີງໃສ່ການນຳໃຊ້ຣະບົບໂຕ້ຕອບແບບການໃຊ້ດຸມກົດເອົາ ຂອງຄີບອດຫຼຸ້ນ PSR, PSR-S ແລະ Tyros ຮວມທັງຫຼຸ້ນ Piano CVP ເພື່ອໃຫ້ຜູ່ທີ່ໃຊ້ຄີບອດທຸກຫຼຸ້ນສາມາດນຳໃຊ້ໄດ້ເຊັ່ນດຽວກັນ. ໃນອັນດັບຕໍ່ໄປ ຈະມີບົດຂຽນເພີ່ມເຕີມກ່ຽວກັບຄວາມແຕກຕ່າງຣະຫວ່າງຫຼຸ້ນ GENOS ແລະ PSR-SX.

ບົດຂຽນນີ້ແບ່ງອອກເປັນ 3 ພາກທີ່ສຳຄັນດັ່ງນີ້.

(ພາກທີ່ 1) ຈຸດເລີ່ມຕົ້ນ – ພາກນີ້ແນໃສ່ຜູ່ທີ່ຫາກໍຊື້ຄີບອດໃໝ່ໆ ແລະມີຈຸດປະສົງຢາກລົງມືຫຼິ້ນທັນທີ. ເປັນບົດການແນະນຳເບື້ອງຕົ້ນ ໃຫ້ທ່ານໄດ້ຮູ້ຈັກກັບຄີບອດຂອງທ່ານ ແລະອະທິບາຍອົງປະກອບສຳຄັນຕ່າງໆ ທີ່ທ່ານຕ້ອງເຂົ້າໃຈເພື່ອເລີ່ມເສບບັນເລງບົດເພງບົດນຶ່ງໆທັນທີ.

(ພາກທີ່ 2) ກ່ອນຈະເສບບັນເລງ – ພາກນີ້ແນໃສ່ໃຫ້ທ່ານເຂົ້າໃຈວິທີການດຳເນີນງານຂອງຄີບອດ, ຣະບຽບການຈັດແຈງຂອງຂໍ້ບັນທຶກ, ປະເພດຂອງຂໍ້ບັນທຶກທີ່ຕ້ອງໄດ້ໃຊ້ ແລະລົງເລິກກ່ຽວກັບອົງປະກອບແລະຄຸນສົມບັດພື້ນຖານການນຳໃຊ້ຂອງຄີບອດ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ຣະບົບບັນທຶກຂອງ Yamaha (Yamaha Files System) – ຄີບອດຂອງທ່ານ ປຽບດັ່ງຄອມພິວເຕີ້ ຊຶ່ງນຳໃຊ້ “ແຟ້ມ” ຕ່າງໆໃນການດຳເນີນງານ. “ແຟ້ມ” ດັ່ງກ່າວໂຮມມີ ແຟ້ມຈັງຫວະ, ແຟ້ມສຽງ, ແຟ້ມຣະບົບການຈັດແຈງການບັນເລງ ແລະແຟ້ມບັນທຶກບົດເພງ. ບົດຍ່ອຍນີ້ ຈະອະທິບາຍວິທີການດຳເນີນງານຂອງ “ແຟ້ມ” ແລະການນຳໃຊ້.

  • ຣະບົບຄົ້ນຫາປະເພດຂອງເພງ (Music Finder System) – ຕໍ່ໜ້າຈຳນວນອັນມາກມາຍກ່າຍກອງແລະສັບສົນຂອງຈັງຫວະແລະຈຳນວນສຽງຂອງເຄື່ອງບັນເລງທີ່ມີມານຳຄີບອດ, ມັນເປັນການຍາກສຳລັບຜູ່ທີ່ເລີ່ມຫຼິ້ນໃໝ່ໆ ຈະຕັດສິນໃຈເລືອກໄດ້ວ່າ ຈະເລີ່ມຕົ້ນຈາກຈຸດໃດແທ້. ຣະບົບຄົ້ນຫາເພງ Music Finder ເປັນຖານຂໍ້ມູນໃນຄີບອດ ຊຶ່ງສາມາດມາຊ່ວຍການຊອກຫາຈັງຫວະທີ່ເໝາະສົມແລະໃກ້ຄຽງກັບເພງທີ່ທ່ານຕັ້ງໃຈຈະບັນເລງໄດ້ທັນທີທັນໃດ.
    ໝາຍເຫດ : ຣະບົບຄົ້ນຫາເພງ Music Finder ໄດ້ຖືກປ່ຽນແລະທົດແທນດ້ວຍຣະບົບໃໝ່ທີ່ມີຊື່ວ່າ PLAYLIST ສຳລັບຄີບອດ Yamaha ນັບຕັ້ງແຕ່ຫຼຸ້ນ GENOS ແລະ PSR-SX ເປັນຕົ້ນມາ.

  • ການລົງທະບຽນ (Registrations) – ໂດຍທົ່ວໄປ ຜູ່ໃຊ້ຄີບອດສ່ວນຫຼາຍ ຈະຕ້ອງການຢາກເລືອກສຽງແລະຈັງຫວະຕາມໃຈຂອງຕົນເອງ ສຳລັບເພງທີ່ຈະເລີ່ມບັນເລງ. ການລົງທະບຽນ Registrations ຈະຊ່ວຍໃຫ້ທ່ານສາມາດ “ເກັບບັນທຶກ” ການຕັ້ງຄ່າຕ່າງໆຂອງຄີບອດ ໃຫ້ຢູ່ໃນສະພາບພ້ອມພຽງທີ່ຈະເລີ່ມບັນເລງເພງໃນທັນທີ.

  • ການອັດບັນທຶກເພງ (Recording Songs) – ທ່ານບໍ່ພຽງແຕ່ຈະສາມາດເກັບບັນທຶກການຕັ້ງຄ່າຕ່າງໆຂອງຄີບອດ, ແຕ່ທ່ານຍັງສາມາດອັດແລະບັນທຶກລີລາການເສບແລະບັນເລງເພງໃສ່ໃນແຟ້ມຂອງຄີບອດ ແລະນຳໄປແບ່ງປັນກັບຄົນອື່ນໄດ້ອີກດ້ວຍ!

(ພາກທີ່ 3) ການປັບແລະການຕັ້ງຄ່າຣະບົບຂອງເຄື່ອງ – ເມື່ອຮູ້ຈັກວິທີໃຊ້ໃນສິ່ງທີ່ມີມານຳຄີບອດແລ້ວ, ຂັ້ນຕໍ່ໄປແມ່ນການສຶກສາໃຫ້ເຂົ້າໃຈແລະສາມາດປ່ຽນແລະດັດແປງສິ່ງທີ່ມີມານຳຄີບອດ ໃຫ້ສອດຄ່ອງກັບຄວາມຕ້ອງການສ່ວນຕົວ. ພາກນີ້ແບ່ງອອກເປັນ 4 ສ່ວນຍ່ອຍດັ່ງນີ້ :

  • ການປັບຈັງຫວະ (Adjusting Styles) – ຈັງຫວະ ຫຼືທີ່ເອີ້ນກັນວ່າ ສະໄຕລ໌ (Styles) ແມ່ນອົງປະກອບພື້ນຖານຂອງຄີບອດອັຕຕະໂນມັຕ. ນັກຫຼິ້ນຄີບອດທຸກຄົນ ບໍ່ໄວກໍຊ້າ ມື້ນຶ່ງແມ່ນຈະຕ້ອງມີຄວາມປະສົງຢາກປ່ຽນຫຼືດັດແປງຈັງຫວະທີ່ມີມານຳເຄື່ອງ ເພື່ອໃຫ້ເປັນຈັງຫວະສ່ວນຕົວທີ່ເໝາະສົມສອດຄ່ອງກັບເພງທີ່ຕົນເອງຢາກເສບ. ໃນບົດນີ້ ທ່ານຈະໄດ້ຮຽນຮູ້ ການເລືອກສຽງສຳລັບມືຂວາ, ການປັບຄວາມໄວຊ້າຂອງຈັງຫວະ (Tempo) ຕລອດຮອດການດັດແປງແລະຈັດແຈງພາກສ່ວນເຄື່ອງເສບ​ບັນເລງຮ່ວມເປັນວົງໂດຍອັຕຕະໂນມັຕຂອງຄີບອດ.

  • ການສ້າງຈັງຫວະ (Create New Styles) – ການສ້າງຈັງຫວະໃໝ່ (New Styles) ບໍ່ໄດ້ແມ່ນເຣື່ອງງ່າຍດາຍສຳລັບທຸກຄົນສເມີໄປ. ຕົວຢ່າງ ຫາກທ່ານມັກທຳນອງກອງຂອງຈັງຫວະໃດຈັງຫວະນຶ່ງ ແລະຢາກນຳໄປປະກອບກັບສຽງກີ່ຕ້າຂອງອິກຈັງຫວະນຶ່ງ, ທ່ານກໍສາມາດເຮັດໄດ້. ບົດຍ່ອຍນີ້ ຈະອະທິບາຍວິທີປະສົມປະສານ ພາກສ່ວນເຄື່ອງບັນເລງຂອງຈັງຫວະນຶ່ງ ເພື່ອສ້າງເປັນຈັງຫວະໃໝ່.

  • ການປັບເພງ (Adjusting Songs) – ມີຫຼາຍແຫ່ງຫົນທີ່ທ່ານສາມາດໄປຊອກຊື້ຫຼືຖອດເອົາເພງໃນຣະບົບ Midifiles ມາເປີດຫຼິ້ນໃນຄີບອດຂອງທ່ານ. ບົດນີ້ ຈະໃຫ້ຄຳແນະນຳກ່ຽວກັບວິທີປັບປຸງຫຼືປ່ຽນແປງແຟ້ມ Midifile ໃຫ້ເປັນເພງໃໝ່ຕາມທີ່ທ່ານປະສົງແລະຕ້ອງການຢາກໄດ້.

  • ຣະບົບຮ້ອງປະສານສຽງ (Vocal Harmony) – ຄີບອດບາງໜ່ວຍ ຈະມີຊ່ອງສຽບໄມຄ໌ (Microphone) ເພື່ອໃຫ້ທ່ານສາມາດຮ້ອງເພງໃນຂະນະທີ່ເສບບັນເລງໄປພ້ອມ. ສຳລັບນັກຮ້ອງບາງຄົນ ພາກນີ້ຈະຊ່ວຍໃຫ້ທ່ານເຂົ້າໃຈກົນໄກບາງສ່ວນ ຂອງການຮ້ອງແບບປະສານສຽງ.

ບົດສຣຸບ – ຮຽນຮູ້ວິທີຈັດຣະບຽບໂຄງສ້າງຂອງແຟ້ມຕ່າງໆ, ປະເພດແລະຊະນິດຂອງແຟ້ມ, ວິທີເຂົ້າຫາຣະບົບຂອງແຟ້ມ, ວິທີຕັ້ງຄ່າສຳລັບການອັດເພງ, ການເກັບບັນທຶກແຟ້ມສຽງແລະຈັງຫວະຕ່າງໆ.

Paris, 20 ມົກກະຣາ 2020