ເພງ “ເທວີຫຼົງຟ້າ”

ເນື້ອຮ້ອງ & ທຳນອງ : ຄຳຫຼ້າ ໜໍ່ແກ້ວ (1959)
ນັກຮ້ອງຕົ້ນສະບັບ : ຄຳຫຼ້າ ໜໍ່ແກ້ວ

ວິດີໂອດົນຕຣີບັນເລງເພງ “ເທວີຫຼົງຟ້າ”

1) ບໍ່ເຫັນ ໃຜງາມປານເຈົ້າ
ນ້ອງສາວ ໃຜຈ່ອງແລ້ວຫຼືຍັງ
ຫາກເດີນດ່ຽວ ຂໍທຽງຮ່ວມທາງ
ຈະຄອຍຣະວັງ ກັ້ງພັຍໃຫ້ດອກໜາ

2) ຄຸ້ມໃດ ໜໍນາງນ້ອງຢູ່
ຢາກຮູ້ ແຕ່ຕອນໄດ້ເຫັນໜ້າ
ນ້ອງເປັນຄົນ ຫຼືເປັນເທວະດາ
ເບິ່ງປານນາງຟ້າ ທີ່ຫຼົງມາເມືອງຄົນ

• ຕິດຕາ ຕິດອົກຕິດໃຈ
ຈັ່ງແມ່ນງາມຫຼາຍ ເບິ່ງໄປດົນໆ
ຢາກເປັນເຈົ້າຂອງ ເຈົ້າເດໜ້າມົນ
ໂປຣດຮັບຊາຍຈົນ ເໝືອນຄົນເປັນທາດແຫ່ງໃຈ

3) ນ້ອງສາວ ຫຼຽວມາພີ້ແດ່
ຢ່າແລ ໄປຫາຜູ່ອື່ນຫຼາຍ
ນ້ອງຈິໄປ ຫຼືມາທາງໃດ
ຢ່າລືມບອກອ້າຍ ຈະໄດ້ເປັນມືປືນ…

ໂນຕເພງ “ເທວີຫຼົງຟ້າ”
ວິດີໂອໂນຕບັນເລງເພງ “ເທວີຫຼົງຟ້າ”