ເພງ “ອາທິດອັສດົງ”

ເນື້ອຮ້ອງ & ທຳນອງ : ພົມມະ ພິມມະສອນ (1971)
ນັກຮ້ອງຕົ້ນສະບັບ : ທັນຕະວັນ ຣາຊາສັກດ໌

ວິດີໂອດົນຕຣີບັນເລງເພງ “ອາທິດອັສດົງ”

1) ອາທິດໃກ້ດັບ ອັບແສງທອງ
ນະພາຟ້າຜ່ອງ ກັບໝອງມົວເສົ້າ
ສູນສິ້ນຕະວັນ ຟ້າຈາງງຽບເຫງົາ
ທ້ອງຟ້າໂສກເສົ້າ ດັ່ງເຮົາອ້າງວ້າງ

2) ອາທິດຄ້ອຍເຄື່ອນ ເລືອນລັບຕາ
ເໝືອນຄົນຮັກຂ້າ ລາລັບໄກຫ່າງ
ລາຈາກກັນໄປ ພ້ອມໃຈຈືດຈາງ
ປ່ອຍເຮົາອ້າງວ້າງ ທາງຮັກພັງສລາຍ

• ອາທິດຍາມລັບ ໄປນັ້ນ
ດັ່ງຈະກະຊາກໃຈກັນ ໃຫ້ຫຼຸດຕາມໄປ
ເພາະຍາມຟ້າເສົ້າ ຂ້າສຸດເຫງົາໃຈ
ຢາກຕາມອາທິດໄປ ທຸກໆວິນາທີ

3) ອາທິດດວງຈິດ ຂອງທິວາ
ເຈົ້າເມີນໜີໜ້າ ໄປແລ້ວຫຼືນີ້
ແລ້ວອີກເມື່ອໃດ ເຈົ້າຈະປຣານີ
ສົ່ງຣັສມີ ສ່ອງທິວາອີກໜໍ…

ໂນຕເພງ "ອາທິດອັສດົງ"
ວິດີໂອໂນຕບັນເລງເພງ “ອາທິດອັສດົງ”