ເພງ “ໃຈຮັກຍັງໝັ້ນ”

ເນື້ອຮ້ອງ & ທຳນອງ : ສ. ແສງສິຣິວັນ (1975)
ນັກຮ້ອງຕົ້ນສະບັບ : ສຸນທອນ ເທວາ

ວິດີໂອດົນຕຣີບັນເລງເພງ “ໃຈຮັກຍັງໝັ້ນ”

1) ເຖິງວັນເວລາ ນາທີຈະໝຸນປ່ຽນໄປ
ທະເລຈະເຫືອດແຫ້ງຫາຍ ພູເຂົາທະລາຍກໍຢ່າ
ແມ່ນຟ້າຈະປີ້ນ ແຜ່ນດິນຈະໄຫວຕາມມາ
ແຕ່ແຮງຮັກແຮງສັດທາ ໃຈປຣາຖນາຍັງໝັ້ນ

2) ສອງເຮົາເຄີຍນອນ ຮ່ວມໝອນຮ່ວມຮຽງສເນ່ຫາ
ຊື່ນຊົມສຸກສົມອຸຣາ ບັດນີ້ຕ້ອງມາໄກກັນ
ນ້ອງຢູ່ຢ່າງໃດ ສຸກໃຈຫຼືເສົ້າໂສກສັນ
ສ່ວນຕົວອ້າຍເອງແທ້ນັ້ນ ຢູ່ດຽວແສນຈະປ່ຽວພອຍ

• ຄິດຮອດນ້ອງ ກໍໄດ້ແຕ່ມອງພາບຖ່າຍ
ຂໍຝາກຄວາມໃນ ຫົວໃຈກັບສາຍລົມລອຍ
ວ່າອ້າຍຍັງຮັກ ທຸກວັນຍັງຄອຍ
ຄິດເຖິງອ້າຍພຽງນ້ອຍ ແດ່ບໍ່ນໍດວງໃຈ

3) ເຖິງເຮົາໄກກັນ ຈະນານຈັກຟ້າຈັກປີ
ຮັກອ້າຍເກີດຈາກໃຈນີ້ ບໍ່ມີຫຍັງມາລຶບໄດ້
ຮັກແລະຫ່ວງນ້ອງ ຄອຍນ້ອງຢູ່ທຸກວັນໄປ
ມຸ່ງຫວັງພົບກັນຄັ້ງໃໝ່ ຫາກໃຈນ້ອງບໍ່ປ່ຽນແປງ…

ໂນຕເພງ “ໃຈຮັກຍັງໝັ້ນ”
ວິດີໂອບັນເລງເພງ “ໃຈຮັກຍັງໝັ້ນ”