ເພງ “ຮັກສາວນາຊາຍທອງ”

ເນື້ອຮ້ອງ & ທຳນອງ : ປ. ຕຣີຈັນ (1967)
ນັກຮ້ອງຕົ້ນສະບັບ : ປ. ຕຣີຈັນ

ວິດີໂອດົນຕຣີບັນເລງເພງ “ຮັກສາວນາຊາຍທອງ”
  1. ໂອ້… ສາວນາຊາຍທອງ
    ນ້ອງເປັນດອກໄມ້ປ່າ ງາມສງ່າງາມຊຶ້ງຣຶທັຍ
    ສາຍຕາ ຄົມກ້າບາດໃນຫົວໃຈ
    ກິຣິຍາອ່ອນໄຫວ ນ້ອງເປັນຂວັນໃຈຂອງໃຜແລ້ວໜາ

  2. ໂອ້… ສາວນາຊາຍທອງ
    ຜິວຂາວງາມຜຸດຜ່ອງ ຂໍຮັກນ້ອງນ້ອງສາວບ້ານນາ
    ໝາຍໃຈ ໝາຍໄວ້ແນບໃນອຸຣາ
    ຈາກວຽງຈັນຊອກຫາ ອ້າຍດັ້ນດົ້ນມາເພື່ອຫວັງໄມຕຣີ

  3. ໂອ້… ນວນນ້ອງເອີຍ ຢ່າເລີຍຢ່າຕັດໄມຕຣີ
    ອ້າຍຂໍຝາກຊີວີ ຝາກຄວາມຫວັງດີກັບນາຊາຍທອງ
    ຍາມເຊົ້າ ອ້າຍຈະໄປໄຖນາ
    ພໍຕົກແລງມາ ອ້າຍຈະຫາປາມາໃຫ້ນ້ອງ

  4. ໂອ້… ສາວນາຊາຍທອງ
    ຂໍນ້ອງຈົ່ງເອັນດູ ໃຫ້ອ້າຍຢູ່ເປັນຄູ່ຄຽງຄອງ
    ນ້ອງເອີຍ ຂໍຈົ່ງໄດ້ຮັບວາຈາ
    ອ້າຍຈະມາສູ່ຂໍ ຕາມປຣະເພນີນ້ອງຈົ່ງເຫັນໃຈ…
ໂນຕເພງ “ຮັກສາວນາຊາຍທອງ”
ວິດີໂອໂນຕບັນເລງເພງ “ຮັກສາວນາຊາຍທອງ”