ເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”

ເນື້ອຮ້ອງ & ທຳນອງ : ນະຄອນຄຳ ຄຳສວັດ (1971)
ນັກຮ້ອງຕົ້ນສະບັບ : ສີລາວົງ ແກ້ວ

ວິດີໂອດົນຕຣີບັນເລງເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”

1) ອ້າຍບໍ່ມີເງິນ ຈະຊື້ຮັກນ້ອງ
ອ້າຍບໍ່ມີທອງ ຈະໃຫ້ຂວັນໃຈ
ອ້າຍບໍ່ມີຄຳ ຈະໃຫ້ນ້ອງໃສ່
ຈຶ່ງປ່ອຍຮັກຫ່າງຫາຍ ຍ້ອນອ້າຍບໍ່ມີ

2) ອ້າຍບໍ່ມີເງິນ ຈະຊື້ຮັກເຈົ້າ
ເພາະນ້ອງມົວເມົາ ກັບຄວາມມັ່ງມີ
ອ້າຍບໍ່ມີຣົຖ ຈະໃຫ້ນ້ອງຂີ່
ບໍ່ໄດ້ເປັນເສດຖີ ມັ່ງມີເງິນຄຳ

• ໂອ… ໂອ້ ໂອ
ວາສນາ ອ້າຍນີ້ມັນຕໍ່າ
ເກີດເປັນຄົນ ກໍຈົນເຫຼືອລໍ້າ
ຮັກຈຶ່ງຣະກັມ ຊໍ້າເຕີມທຸກເວລາ

3) ອ້າຍມີແຕ່ໃຈ ຈະມອບໃຫ້ນ້ອງ
ອ້າຍເຝົ້າໝາຍປອງ ຮັກນ້ອງເລື້ອຍມາ
ອ້າຍມີຮັກດຽວ ເປັນອະມະຕະ
ນ້ອງຈົ່ງຄິດເມຕຕາ ເຫັນໃຈຄົນຈົນ…

ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ
ວິດີໂອໂນຕບັນເລງເພງ “ຄວາມຮັກຂອງນ້ອງຄົງໃຫ້ຊື້ດ້ວຍເງິນ”